ປົກເວັບ 2 1

ນັກແລ່ນສັນຊາດ Kenya ຊື່ Sabastian Sawe ສ້າງປະຫວັດສາດໜ້າໃໝ່ຂອງວົງການແລ່ນ ຫຼັງເລ່ນເຂົ້າເສັ້ນໄຊໃນລາຍການ London Marathon ດ້ວຍເວລາ 1ຊົ່ວໂມງ 59ນາທີ 30ວິນາທີ. ກາຍເປັນມະນຸດຄົນທຳອິດທີ່ແລ່ນມາຣາທອນຕ່ຳກວ່າ 2 ຊົ່ວໂມງໃນລາຍການແຂ່ງຢ່າງເປັນທາງການພ້ອມໄດ້ລາງວັນຊະນະເລີດໃນລາຍການນີ້ ແລະ ທຳລາຍສະຖິຕິໂລກເກົ່າຢ່າງຍິ່ງໃຫຍ່.

ການແຂ່ງຂັນເທື່ອນີ້ຖືກຈັບຕາຕັ້ງແຕ່ກ່ອນປ່ອຍໂຕ ເມື່ອກຸ່ມນັກແລ່ນຊັ້ນນຳຂອງໂລກອອກ Start ດ້ວຍຄວາມໄວລະດັບລຸ້ນສະຖິຕິ ໂດຍ Sawe ຜ່ານເຄິ່ງທາງດ້ວຍເວລາໃກ້ຄຽງກຳແພງ 2 ຊົ່ວໂມງ ກ່ອນເລັ່ງຈັງຫວະໃນຊ່ວງທ້າຍ ແລະ ນຳໜ້າຄູ່ແຂ່ງໃນໄລຍະປະມານ 10 km ສຸດທ້າຍ. ລາວໄດ້ເຂົ້າເສັ້ນໄຊເປັນຄົນທຳອິດດ້ວຍເວລາ 1:59:30 ໄວກວ່າສະຖິຕິໂລກເກົ່າ 2:00:35 ທີ່ເຄີຍເຮັດໄວ້ໃນປີ 2023 ຫຼາຍກວ່າໜຶ່ງນາທີ.

ອັນດັບສອງເປັນຂອງ Yomif Kejelcha ຈາກປະເທດ Ethiopia ເຊິ່ງເຮັດຜົນງານໄດ້ດີເລີດບໍ່ຕ່າງກັນ ດ້ວຍເວລາ 1:59:41 ໃນການລົງແລ່ນມາຣາທອນຄັ້ງໃຫຍ່. ອັນດັບສາມແມ່ນ Jacob Kiplimo ຈາກປະເທດ Uganda ໂດຍເຮັດເວລາ 2:00:28 ສົ່ງຜົນໃຫ້ການແຂ່ງຂັນນີ້ກາຍເປັນໜຶ່ງໃນມື້ທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດມາຣາທອນ.

ກ່ອນໜ້ານີ້ Eliud Kipchoge ເຄີຍແລ່ນຕ່ຳກວ່າ 2 ຊົ່ວໂມງມາແລ້ວໃນປີ 2019 ແຕ່ເປັນການທົດລອງທີ່ບໍ່ໄດ້ຢູ່ໃນກົດການແຂ່ງຂັນຢ່າງເປັນທາງການ ຈຶ່ງບໍ່ຖືກບັນທຶກເປັນສະຖິຕິໂລກ. ຂະນະທີ່ຜົນງານຂອງ Sawe ໃນ London ເທື່ອນີ້ເກີດພາຍໃຕ້ເງື່ອນໄຂການແຂ່ງຂັນປົກກະຕິ ເຮັດໃຫ້ຖືກຍອມຮັບວ່າເປັນການທຳລາຍ”ກຳແພງສອງຊົ່ວໂມງ”ຢ່າງເປັນທາງການຄັ້ງແລກຂອງມະນຸດ.

ໄຊຊະນະເທື່ອນີ້ບໍ່ພຽງແຕ່ເຮັດໃຫ້ Sawe ໄດ້ແຊ້ມ London ເທົ່ານັ້ນ, ແຕ່ຍັງຖືກເບິ່ງວ່າເປັນຈຸດປ່ຽນສຳຄັນຂອງວົງການແລ່ນໄລຍະໄກ ຫຼັງຈາກທີ່ກຳແພງ 2 ຊົ່ວໂມງເຄີຍຖືກແນມວ່າເປັນຂີດຈຳກັດທາງດ້ານຮ່າງກາຍທີ່ແທບຈະເປັນໄປບໍ່ໄດ້ ແລະ ການທຳລາຍສິຖິຕິດັ່ງກ່າວອາດເປີດທາງໃຫ້ຍຸກໃໝ່ຂອງມາຣາທອນທີ່ວ່ອງໄວຍິ່ງກວ່າເກົ່າໃນອະນາຄົດ.

ແຫຼ່ງຂໍ້ມູນ: Runner’s World, Reuters, BBC, Yahoo Sports

Comments are disabled