ລັດຖະມົນຕີການຄ້າໄທ ເປີດຍຸດທະສາດຮັບມືຜົນຜະລິດທຸລຽນປີ 2026 ທີ່ຈໍ່ຄິວພຸ່ງສູງເຖິງ 2 ລ້ານໂຕນ ດ້ວຍການດຶງທັບອິນຟລູເອນເຊີຊື່ດັງລົງພື້ນທີ່ “ໄລ້ສົດໜ້າສວນ” ສົ່ງກົງເຖິງມືຜູ້ບໍລິໂພກ ເພື່ອເປົ້າໝາຍລະບາຍສິນຄ້າຢ່າງວ່ອງໄວ, ປ້ອງກັນລາຄາຕົກຕໍ່າ ພ້ອມທັງຍົກລະດັບຊາວກະສິກອນທ້ອງຖິ່ນໃຫ້ກ້າວສູ່ການຕະຫຼາດດິຈິຕອນຢ່າງຍືນຍົງ.
ທ່ານນາງ ສຸພະຈີ ສຸທຳພັນ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດຂອງໄທ ໄດ້ເປີດເຜີຍພາຍຫຼັງການປຶກສາຫາລືຮ່ວມກັບອິນຟລູເອນເຊີຊື່ດັງລະດັບແນວໜ້າ ເຊັ່ນ: ພິມຣີ່ພາຍ ວ່າ ກະຊວງພານິດພວມເລັ່ງຂັບເຄື່ອນການຈຳໜ່າຍທຸລຽນໄທຜ່ານຮູບແບບ Live Commerce ໂດຍກົງຈາກແຫຼ່ງຜະລິດ.
ມາດຕະການນີ້ເກີດຂຶ້ນເພື່ອຮອງຮັບຜົນຜະລິດທຸລຽນທົ່ວປະເທດທີ່ຄາດວ່າຈະເພີ່ມຂຶ້ນເຖິງ 33% ຫຼື ແຕະລະດັບ 2.071 ລ້ານໂຕນໃນປີນີ້. ການນຳໃຊ້ຊ່ອງທາງດິຈິຕອນເຂົ້າມາຊ່ວຍ ບໍ່ພຽງແຕ່ເປັນການແກ້ບັນຫາໄລຍະສັ້ນເພື່ອລະບາຍສິນຄ້າເທົ່ານັ້ນ ແຕ່ຍັງເປັນການປ່ຽນໂສມໜ້າການຄ້າໝາກໄມ້ໄທ ໃຫ້ຕອບໂຈດຜູ້ບໍລິໂພກຍຸກໃໝ່ທີ່ເນັ້ນຄວາມສະດວກສະບາຍ ແລະ ຕ້ອງການກວດສອບແຫຼ່ງທີ່ມາຂອງສິນຄ້າໄດ້ຢ່າງຈະແຈ້ງ ໂດຍອິນຟລູເອນເຊີຈະເປັນຕົວແທນລົງພື້ນທີ່ຄັດເລືອກ, ຕັດສົດໆຈາກຕົ້ນ ແລະ ຈັດສົ່ງເຖິງມືລູກຄ້າ ເພື່ອສ້າງຄວາມເຊື່ອໝັ້ນໃນຄຸນນະພາບ.
ນອກຈາກການສ້າງຊ່ອງທາງການຂາຍທີ່ເຂົ້າເຖິງງ່າຍແລ້ວ ຍຸດທະສາດນີ້ຍັງແຝງໄປດ້ວຍການສ້າງຄວາມເຂັ້ມແຂງໃນໄລຍະຍາວໃຫ້ແກ່ຊາວກະສິກອນ ເຊິ່ງຈະໄດ້ຮັບໂອກາດຮຽນຮູ້ເຕັກນິກການຂາຍອອນລາຍ ແລະ ການສ້າງຄອນເທັນຈາກບັນດານັກສ້າງສັນມືອາຊີບ ເພື່ອນຳໄປຕໍ່ຍອດຊ່ອງທາງການຈຳໜ່າຍຂອງຕົນເອງໃນອະນາຄົດ.
ເພື່ອເປັນການຢໍ້າເຕືອນເຖິງຄວາມມຸ່ງໝັ້ນດັ່ງກ່າວ, ກະຊວງພານິດໄທ (ກະຊວງການຄ້າ) ໂດຍກົມການຄ້າພາຍໃນ ຍັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ TikTok Technologies Ltd. ເມື່ອວັນທີ 25 ເມສາ 2026 ທີ່ຜ່ານມາ ເພື່ອຂະຫຍາຍຊ່ອງທາງການຈຳໜ່າຍສິນຄ້າກະເສດຜ່ານ TikTok Shop ແລະ Live Commerce ຢ່າງເຕັມຮູບແບບ, ເຊິ່ງຖືເປັນບາດກ້າວສຳຄັນໃນການຍົກລະດັບພາກກະສິກຳໄທໃຫ້ເຊື່ອມຕໍ່ກັບຕະຫຼາດໂລກໄດ້ຢ່າງມີປະສິດທິພາບ.
#ລັດຖະມົນຕີການຄ້າໄທ #ທຸລຽນໄທ2026 #ໄລ້ສົດໜ້າສວນ #LiveCommerce #TikTokShop #ການຕະຫຼາດດິຈິຕອນ #ກະສິກຳຍຸກໃໝ່ #ຂ່າວເສດຖະກິດ


