3

ແມ່ຕູ້ອາຍຸ 80 ປີຜູ້ໜຶ່ງຍັງຄົງ VDO Call ຈາກລູກຊາຍທຸກມື້, ເພິ່ນຍິ້ມ, ໂອ້ລົມ ແລະ ຖາມກ່ຽວກັບຄວາມເປັນຢູ່ຂອງລູກຊາຍໃນແຕ່ລະມື້. ໂດຍທີ່ເພິ່ນບໍ່ຮູ້ເລີຍວ່າອີກຝ່າຍບໍ່ແມ່ນຄົນແທ້ ແຕ່ເປັນ AI Clone ຂອງລູກຊາຍທີ່ເສຍຊີວິດໄປແລ້ວຈາກອຸບັດຕິເຫດ.

ຕາມລາຍງານມີການແຈ້ງວ່າ ລູກຊາຍຂອງແມ່ຕູ້ສູງອາຍຸຜູ້ນີ້ເສຍຊີວິດຈາກອຸບັດຕິເຫດ ແຕ່ຄອບຄົວຕັດສິນໃຈປິດບັງຄວາມຈິງເນື່ອງຈາກແມ່ຕູ້ເພິ່ນມີບັນຫາໂລກຫົວໃຈ ແລະ ຢ້ານວ່າຂ່າວຮ້າຍນີ້ຈະກະທົບຕໍ່ສຸຂະພາບຢ່າງຮຸນແຮງ. ຈຶ່ງໄດ້ນຳເອົາເຕັກໂນໂລຊີປັນຍາປະດິດສ້າງຕົວຕົນ Digital ຂອງລູກຊາຍຂຶ້ນມາແທນ.

AI ໂຕນີ້ຖືກສ້າງຈາກຮູບພາບ, ວີດີໂອ ແລະ ສຽງຂອງລູກຊາຍ ກ່ອນນຳມາໃຊ້ສົນທະນາຜ່ານ VDO Call ກັບແມ່ເປັນປະຈຳ. ທາງແມ່ເລີຍເຊື່ອວ່າລູກຊາຍຍັງມີຊີວິດຢູ່ ພຽງແຕ່ໄປເຮັດວຽກຢູ່ຕ່າງເມືອງ ແລະ ຍັງຄົງໂອ້ລົມກັບເພິ່ນທຸກມື້ເປັນປະຈຳ.

ເບື້ອງຫຼັງການຕັດສິນໃຈຂອງຄອບຄົວເຕັມໄປດ້ວຍຄວາມເສົ້າ, ພວກເຂົາສູນເສຍລູກຊາຍຄົນດຽວ ແລະ ບໍ່ຢາກໃຫ້ແມ່ຕ້ອງພົບກັບຄວາມເຈັບປວດຊ້ຳອີກ ເລີຍເລືອກສ້າງໂລກອີກໃບໜຶ່ງໃຫ້ແມ່ໄດ້ຢູ່ຕໍ່ໂດຍໃຫ້ AI ເຮັດໜ້າທີ່ແທນຄົນທີ່ເສຍໄປແລ້ວ. ແຕ່ການກະທຳນີ້ເຮັດໃຫ້ເກີດຄຳຖາມດ້ານຈັນຍາບັນທັນທີ ວ່າການປ່ອຍໃຫ້ໃຜບາງຄົນຢູ່ກັບ “ຄວາມຈິງທີ່ບໍ່ຈິງ” ນັ້ນ ເປັນການປົກປ້ອງ ຫຼື ເປັນການຫຼອງລວງກັນແທ້.

ລາຍງານລະບຸອີກວ່າ AI ສາມາດໂອ້ລົມ, ຕອບຄຳຖາມ ແລະ ສະແທງທ່າທາງຄ້າຍລູກຊາຍແທ້ໆ ຈົນແມ່ບໍ່ສົງໄສຍັງເລີຍ. ລາວຍັງໄດ້ເລົ່າເລື່ອງຊີວິດປະຈຳວັນ, ຈົ່ມເລື່ອງສຸຂະພາບ ແລະ ບອກວ່າຄິດຮອດລູກຊາຍ ໂດຍທີ່ບໍ່ຮູ້ເລີຍວ່າຄຳຕອບທີ່ໄດ້ກັບມານັ້ນເປັນພຽງແຕ່ Algorithm.

ເຫດການນີ້ເຮັດໃຫ້ຫຼາຍຝ່າຍກັງວົນວ່າ ເຕັກໂນໂລຊີ AI ທີ່ສາມາດ “ຄືນຊີວິດ” ໃຫ້ບຸກຄົນທີ່ເສຍໄປແລ້ວ ອາດສ້າງຜົນກະທົບທາງຈິດໃຈຢ່າງຮຸນແຮງ, ໂດຍສະເພາະກັບຜູ້ສູງອາຍຸທີ່ເປາະບາງ ເພາະແມ້ອາດຈະຊ່ວຍບັນເທົາຄວາມເສົ້າໄດ້ໃນໄລຍະສັ້ນ ແຕ່ກໍອາດເຮັດໃຫ້ພວກເຂົາບໍ່ເຄີຍກັບໂອກາດໃນການຮູ້ຄວາມຈິງ ແລະ ບໍ່ສາມາດກ້າວຜ່ານການສູນເສຍໄດ້.

ເລື່ອງຂອງແມ່ຕູ້ຜູ້ນີ້ຈຶ່ງສະເທືອນໃຈ, ເພາະໃນຂະນະທີ່ຄອບຄົວກຳລັງໄວ້ອາໄລກັບການຈາກໄປຂອງລູກຊາຍ, ເພິ່ນຍັງຍິ້ມ ແລະ ຖ້າ VDO Call ກັບລູກຊາຍທຸກມື້. ເຊື່ອວ່າລູກຍັງມີຊີວິດຢູ່ ແລະ ບໍ່ຮູ້ເລີຍວ່າສຽງທີ່ເພິ່ນໄດ້ຍິນນັ້ນ ເປັນພຽງແຕ່ເງົາຂອງ Digital ຂອງຄົນທີ່ເພິ່ນຮັກທີ່ສຸດເທົ່ານັ້ນ.

ແຫຼ່ງຂໍ້ມູນ: Futurism, South China Morning Post, The Sun

Comments are disabled