Wonka ກວາດລາຍໄດ້ທົ່ວໂລກຫຼາຍກວ່າ 40 ລ້ານໂດລາ


ຫຼັງຈາກການລໍຄອຍອັນຍາວນານ ໃນທີ່ສຸດຮູບເງົາເລື່ອງ Wonka ກໍໄດ້ເປີດຕົວເປັນທີ່ຮຽບຮ້ອຍ ເຊິ່ງເບິ່ງຄືວ່າແຟນໆທົ່ວໂລກຈະຕອບຮັບເປັນຢ່າງດີ ເນື່ອງຈາກເປີດຕົວໃນຕະຫຼາດຕ່າງປະເທດຫຼາຍກວ່າ 30 ແຫ່ງທົ່ວໂລກພ້ອມກວາດລາຍໄດ້ໄປຫຼາຍກວ່າ 40 ລ້ານໂດລາ.

Deadline ໄດ້ອອກມາລາຍງານວ່າ ຮູບເງົາເລື່ອງ Wonka ເຮັດລາຍໄດ້ເປີດຕົວໃນ 37 ປະເທດທົ່ວໂລກໄປດ້ວຍລາຍໄດ້ 43,2 ລ້ານໂດລາ ໂດຍມີ 5 ປະເທດທີ່ເຮັດລາຍໄດ້ສູງສຸດໄດ້ແກ່ ສະຫາຣາຊະອານາຈັກ ດ້ວຍລາຍໄດ້ 11,1 ລ້ານໂດລາ, ເມັກຊິໂກ, ສະເປນ, ເຢຍລະມັນ ແລະ ຈິນ.

ຢ່າງໃດກໍຕາມ ລາຍໄດ້ 43,2 ລ້ານໂດລາ ເປັນລາຍໄດ້ເປີດຕົວພຽງແຕ່ 37 ປະເທດເທົ່ານັ້ນ ເຊິ່ງລາຍໄດ້ທີ່ອອກມານັບວ່າສູງຫຼາຍ ເພາະໃນວັນທີ 15 ທັນວາ 2023 ທີ່ຈະມາຮອດນີ້ Wonka ກຳລັງກຽມທີ່ຈະເປີດຕົວໃນອາເມຣິກາ ແລະ ໃນຕະຫຼາດຕ່າງປະເທດເພີ່ມອີກ 40 ແຫ່ງ ໂດຍມີການຄາດການເອົາໄວ້ວ່າຈະເປີດຕົວໃນອາເມຣິກາໃນອາທິດນີ້ປະມານ 65-40 ໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/