ໃນປັດຈຸບັນ ຢາດົມຖືກນຳໃຊ້ເພື່ອບັນເທົາອາການຫວັດ, ຕັນດັງ, ວິນຫົວ, ໜ້າມືດຕາລາຍ… ຜູ້ໃຊ້ສ່ວນໃຫຍ່ແມ່ນຜູ້ທີ່ມີອາຍຸກາຍໄວກາງຄົນໄປ. ແນວໃດກໍຕາມ, ຢາດົມໃນສະໄໝໃໝ່ມີການປັບປຸງເພື່ອໃຫ້ທັນສະໄໝ ແລະ ເປັນທີ່ຈັບຕາຂອງໄວໜຸ່ມຫຼາຍຂຶ້ນ ມັນຈຶ່ງໄດ້ຖືກອອກແບບໃຫ້ມີຂະໜາດກະທັດຮັດພົກພາສະດວກ ເອົາໃຈໄວໜຸ່ມ, ໄວເຮັດວຽກ, ເພາະວ່າຄົນຮຸ່ນໃໝ່ມັກມີກິດຈະກຳໃຫ້ເຮັດຫຼາຍ ແລະ ມີເວລາຜ່ອນຄາຍຫຼັງຈາກການເຮັດວຽກຂ້ອນຂ້າງຈຳກັດ. ເພາະສະນັ້ນ ຈຶ່ງມັກຈະຜ່ອນຄາຍດ້ວຍສູດດົມກິ່ນຫອມ (Aromatic) ຢາດົມຈຶ່ງແມ່ນໜຶ່ງໃນທາງເລືອກທີ່ຜູ້ຄົນນິຍົມກັນ. ເປັນທີ່ຮູ້ດີວ່າກິ່ນຫອມຂອງຢາດົມນັ້ນເຮັດຮູ້ສຶກສົດຊື່ນ, ຮູ້ສຶກມີແຮງ, ສະໝອງປອດໂປ່ງ, ແຕ່ກິ່ນຢາດົມນັ້ນຈະເປັນອັນຕະລາຍຕໍ່ຮ່າງກາຍຫຼືບໍ່ຖ້າໃຊ້ເປັນເວລາດົນ ມື້ນີ້ເຮົາຈະພາໄປຫາຄຳຕອບກັນ.

- ສ່ວນປະກອບຂອງຢາດົມມີ: Menthol, Camphor, Borneol ເເລະ ນ້ຳມັນຫອມລະເຫີຍຊະນິດອື່ນໆ (ອາດມີສານສະກັດຈາກສະໝຸນໄພຊະນິດອື່ນໆ ຂຶ້ນກັບສູດ)
- ເປັນຫຍັງເຮົາຈຶ່ງຕິດຢາດົມ
ສານປະກອບເຊັ່ນ: Menthol ແລະ Camphor ແມ່ນສານທີ່ມີຜົນກະທົບຕໍ່ລະບົບປະສາດ ຈຶ່ງເຮັດໃຫ້ພວກເຮົາ “ເສບຕິດ” ຢາດົມໄດ້ເຊັ່ນດຽວກັນ ໂດຍຮູບແບບຈະເປັນການຕິດໂດຍນິດໄສນັ້ນເອງ.
- ການຕິດຢາດົມເປັນອັນຕະລາຍຕໍ່ສຸຂະພາບຫຼືບໍ່
ການສູດດົມຢາດົມມີສ່ວນປະກອບຂອງ: menthol, camphor ແລະ patchouli ຢູ່ເລື້ອຍໆ ອາດຈະເຮັດໃຫ້ເຍື່ອເມືອກຢູ່ດັງເກີດການລະຄາຍເຄືອງໄດ້.
ໂດຍສະເພາະສໍາລັບຜູ້ທີ່ຍັດຢາດົມເຂົ້າໄປໃນຮູດັງເປັນເວລາດົນໆ ຫຼື ໃຊ້ຢາດົມທີ່ມີສ່ວນປະກອບທີ່ເຂັ້ມຂຸ້ນ ການໃຊ້ຢາດົມເລື້ອຍໆ ອາດຈະເຮັດໃຫ້ເກີດການລະຄາຍເຄືອງບໍລິເວນທາງເດີນຫາຍໃຈ ແລະ ອາດຈະມີອາການປອດອັກເສບໄດ້
ນອກຈາກນັ້ນ, ສານທີ່ລະລາຍໃນຢາດົມ ອາດຈະເຮັດໃຫ້ຜິວໜັງ ຫຼື ເຍື່ອເມືອກໃນດັງສາມາດອັກເສບເມື່ອຖືກສຳຜັດອີກຄັ້ງ

ວິທີໃຊ້ຢາດົມທີ່ຖືກຕ້ອງ:
- ຄວນສູດດົມໃກ້ໆ ແຕ່ບໍ່ສຳຜັດໂດຍກົງ.
- ບໍ່ຄວນຍັດເຂົ້າໄປໃນດັງເປັນເວລາດົນ ເພາະອາດເຮັດໃຫ້ສູດກິ່ນຢາດົມເຂົ້າໄປຫຼາຍເກີນຂະໜາດ ຈົນເຮັດໃຫ້ລະຄາຍເຄືອງໄດ້
- ຄວນຫຼີກເວັ້ນການໃຊ້ຢາດົມຮ່ວມກັບຄົນອື່ນ ເພາະອາດຈະເຮັດໃຫ້ຕິດເຊື້ອໄດ້
- ຢາດົມຊ່ວຍໃຫ້ບັນເທົາອາການວິນຫົວ ໜ້າມືດຕາລາຍ ພຽງຊົ່ວຄາວເທົ່ານັ້ນ ຖ້າຫາກຍັງມີອາການຫຼັງໃຊ້ຢາດົມຄວນໄປຫາໝໍ
- ຢາສູດດົມທີ່ມີລັກສະນະເປັນນ້ຳ ຫຼື ຂີ້ເຜິ້ງ, ໃຫ້ໃຊ້ຜ້າຝ້າຍ ຫຼື ຜ້າເຊັດໜ້າເພື່ອທາ ຫຼື ທາບາງໆໃສ່ໜ້າເອິກ ເເລ້ວສູດຫາຍໃຈເອົາອາຍລະເຫີຍອອກ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/