ເປັນຫຍັງເເມວຈຶ່ງມັກມາໝົ້ນນອນຂ້າງໆເຈົ້າຂອງ?


ເຄີຍສັງເກດບໍ່ວ່າເປັນຫຍັງໃນເວລານອນເເມວຈຶ່ງມັກມາໝົ້ນນອນຂ້າງໆເຮົາເປັນປະຈຳ ຫຼື ບາງເທື່ອມັນກໍມານອນທັບເຮົາເລີຍ ເຊິ່ງພຶດຕິກຳໜ້າຮັກຂອງເເມວນີ້ເຮັດໃຫ້ເຮົາຫຼົງຮັກມັນເຂົ້າໄປອີກ. ເເລ້ວເປັນຫຍັງມັນຈຶ່ງເຮັດເເບບນັ້ນ ຫຼືວ່ານ້ອງອາດຈະຕິດເຮົາຈົນບໍ່ຢາກຈາກໄປໃສເລີຍ? ມື້ນີ້ເຮົາຈະບອກກ່ຽວກັບພຶດຕິກຳອັນໜ້າຮັກນີ້ວ່າເປັນຫຍັງມັນຈຶ່ງມັກມານອນນຳເຮົາ.

ໂດຍຜູ້ຊ່ຽວຊານດ້ານພຶດຕິກໍາຂອງແມວໄດ້ອະທິບາຍເຫດຜົນທີ່ເເມວມັກນອນຂ້າງເຮົາ ຫຼື ນອນທັບເຮົາໄວ້ວ່າ:

  • ເເມວຕ້ອງການຄວາມປອດໄພ ເນື່ອງຈາກເວລານອນເເມວຈະອ່ອນເເອທີ່ສຸດ ເພາະສະນັ້ນນ້ອງຈຶ່ງຕ້ອງການພື້ນທີ່ທີ່ປອດໄພທີ່ສຸດ ມັນຈຶ່ງເປັນເລື່ອງປົກກະຕິທີ່ເເມວມັກຈະມານອນນຳເຈົ້າຂອງທີ່ມັນໄວ້ວາງໃຈ ເເລະ ສາມາດປົກປ້ອງມັນໄດ້.
  • ແມວຍັງມີນິດໄສມັກສ້າງອານາເຂດຂອງຕົນເອງໂດຍຜ່ານກິ່ນທີ່ມັນຖິ້ມໄວ້ຢູ່ເສື້ອຂອງເຮົາ. ດັ່ງນັ້ນ, ການທີ່ນ້ອງມານອນໃກ້ໆ ຫຼື ນອນທັບເຮົາ ກິ່ນຂອງນ້ອງກໍຈະຕິດກັບຕົວເຮົາຂອງ ນັ້ນໝາຍຄວາມວ່າເຮົາເປັນອານາເຂດຂອງນ້ອງ, ເຊິ່ງໃນຄວາມຄິດເຮົາ ເຮົາອາດຈະຄິດວ່າເຮົາເປັນເຈົ້າຂອງເເມວ ເເຕ່ໃນຄວາມຄິດເເມວນັ້ນ ເຂົາເປັນເຈົ້່າຂອງເຮົາ.

ນອກຈາກພຶດຕິກໍາທີ່ແມວມັກນອນຢູ່ໃກ້ໆກັບເຈົ້າຂອງເເລ້ວ ຫຼາຍຄົນອາດຈະເຄີຍມີປະສົບການກ່ຽວກັບແມວມັກນັ່ງຢູ່ຄີບອດ ຫຼື ກໍ່ກວນເຮົາໃນເວລາທີ່ພວກເຮົາໃຊ້ຄອມພິວເຕີ, ໂດຍເຫດຜົນທີ່ເຮັດເເບບນັ້ນກໍຍ້ອນຮຽກຮ້ອງຄວາມສົນໃຈຈາກເຈົ້າຂອງນັ້ນເອງ

ໃນຂະນະດຽວກັນ ບໍ່ວ່າຈະເປັນຄີບອດ ຫຼື ໜ້າຈໍຄອມພິວເຕີ ລວມເຖິງຮ່າງກາຍຂອງມະນຸດຂອງພວກເຮົາກໍມີຄວາມອົບອຸ່ນ, ສະນັ້ນພວກມັນມັກຈະເຂົ້າມາໃກ້ໆ ໃນເວລາທີ່ຕ້ອງການຄວາມອົບອຸ່ນໃຫ້ກັບຮ່າງກາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/