Michael Burry ເເມ່ນນັກລົງທຶນທີ່ມີຊື່ສຽງ ເເລະ ບຸກຄົນຕົ້ນເເບບຂອງຕົວລະຄອນ Christian Bale ໃນ “The Big Short” ເຄີຍບອກໃຫ້ທຸກຄົນ ຂາຍ Bitcoin ເມື່ອຕົ້ນເດືອນກຸມພາທີ່ຜ່ານມາ, ຕໍ່ມາເຂົາກໍໄດ້ປິດບັນຊີ Twitter ເເລະ ລຶບຂໍ້ຄວາມທີ່ເຄີຍໂພສໄວ້.
ຫຼັງຈາກນັ້ນລາຄາ Bitcoin ເເລະ ຕະຫຼາດຫຼັກຊັບຂອງສະຫະລັດກໍໄດ້ດີດຕົວເພີ່ມຂຶ້ນຢ່າງຮຸນເເຮງ ກ່ອນທີ່ເຂົາຈະກັບມາເປີດບັນຊີ Twitter ອີກຄັ້ງໃນວັນທີ 30 ມີນາ, Michael Burry ໄດ້ອອກມາກ່າວປະໂຫຍກສຸດ surprise ໃນ Twitter ວ່າ : “ຂ້ອຍຄິດຜິດທີ່ບອກໃຫ້ຂາຍ”

Michael Burry ໄດ້ອອກມາຍອມຮັບວ່າ ການຮຽກຮ້ອງໃຫ້ທຸກຄົນຂາຍໃນຕົ້ນເດືອນກຸມພາແມ່ນຄວາມຜິດພາດ, ຈາກນັ້ນ Burry ກໍໄດ້ອະທິບາຍໃນທະວິດເຕີວ່າ ຕະຫຼາດບໍ່ໄດ້ສົ່ງສັນຍານ BTFD ດັ່ງກ່າວເລີຍນັບຕັ້ງແຕ່ທົດສະວັດທີ 1920.
Burry ໄດ້ອ້າງອີງເຖິງເສັ້ນສະແດງຈາກ Bloomberg ທີ່ສະແດງໃຫ້ເຫັນວ່າ ຜົນຕອບແທນສະເລ່ຍຂອງ S&P 500 ໄດ້ລົດລົງເເບບ days by year. ໂດຍຈາກເສັ້ນສະເເດງຈະເຫັນໄດ້ວ່າປີ 2023 ແມ່ນ “ປີທີ່ດີທີ່ສຸດອັນດັບສອງ” ສໍາລັບຍຸດທະສາດການຊື້ເເບບ dip-buying ເຊິ່ງເປັນຮອງຈາກປີ 2020 ພຽງປີດຽວເທົ່ານັ້ນ.
ໃນປັດຈຸບັນ, ລາຄາຂອງ Bitcoin (BTC) ຍັງຄົງຢູ່ເໜືອລະດັບ 28.000 ໂດລາ, ຢູ່ໃກ້ກັບລະດັບສູງສຸດຂອງປີ 2023.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/