ປິດສາກລົງຢ່າງເປັນທາງການແລ້ວກັບງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ ປະຈຳປີ 2023 ເຊິ່ງປີນີ້ ເປັນທາງຝັ່ງຂອງ ທັບນັກກິລາ ຈາກນະຄອນຫຼວງວຽງຈັນ ທີ່ສາມາດເຮັດຜົນງານໄດ້ຢ່າງໂດດເດັ່ນ ກວາດເອົາ 34 ຫຼຽນຄຳ ຂຶ້ນຄອງເປັນເຈົ້າຫຼຽນຄຳ ອັນດັບທີ 1 ຊຽງຂວາງ ພາຣາເກມ ຄັ້ງນີ້ໄດ້ສຳເລັດ.
ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ໃນຄັ້ງນີ້ ໄດ້ຈັດຂຶ້ນຢູ່ດິນແດນແຂວງຊຽງຂວາງ ວິລະຊົນ ຄົນຫານກ້າ, ໄຫຫີນເປັນມໍລະດົກໂລກ ການແຂ່ງຂັນກິລາປະເພດຕ່າງໆ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8 ກຸມພາ 2023 ເປັນຕົ້ນມາ ແລະ ໄດ້ຈັດພິທີເປີດຢ່າງເປັນທາງການ ໃນວັນທີ 14 ກຸມພາ 2023 ເຊິ່ງງານດັ່ງກ່າວມີການຊິງໄຊທັງໝົດ 405 ຫຼຽນ. ໃນນີ້ ມີຫຼຽນຄໍາ 135 ຫຼຽນ, ຫຼຽນເງິນ 135 ຫຼຽນ ແລະ ຫຼຽນທອງ 135 ຫຼຽນ, ມີ 18 ພາກສ່ວນຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ຜ່ານການແຂ່ງຂັນ ທັງໝົດ 7 ປະເພດກິລາ ຜົນປາກົດວ່າ ອັນດັບທີ 1 ຕົກເປັນຂອງທັບນັກກິລາຄົນພິການ ນະຄອນຫຼວງວຽງຈັນ ຍາດໄດ້ 34 ຫຼຽນຄຳ, 22 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 66 ຫຼຽນ; ອັນດັບທີ 2 ແຂວງເຊກອງ ຍາດໄດ້ 16 ຫຼຽນຄຳ, 16 ຫຼຽນເງິນ ແລະ 9 ຫຼຽນທອງ ລວມ 41 ຫຼຽນ; ອັນດັບທີ 3 ແຂວງຊຽງຂວາງ ເຈົ້າພາບ ຍາດໄດ້ 14 ຫຼຽນຄຳ, 15 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 33 ຫຼຽນ.

ໂດຍພິທີປິດການແຂ່ງຂັນກິລາ ຊຽງຂວາງ ພາຣາເກມ ໄດ້ຈັດຂຶ້ນຢ່າງສວຍງາມ ໃນວັນທີ 18 ກຸມພາ 2023 ທີ່ສະໂມສອນກິລາໃນຮົ່ມ ວິທະຍາໄລຄູ ຄັງໄຂ ເມືອງແປກ ແຂວງຊຽງຂວາງ ແລະ ໄດ້ກ່າວປິດງານການແຂ່ງຂັນຢ່າງເປັນທາງການ ໂດຍທ່ານ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ພ້ອມມີ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທັງເປັນປະທານຈັດງານ ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມໃນງານຄັ້ງນີ້.

ສຳລັບງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງຕໍ່ໄປ ຫຼື ຄັ້ງທີ 4 ແມ່ນຈະຈັດຂຶ້ນໃນປີ 2025 ໂດຍຈະມີ ນະຄອນຫຼວງວຽງຈັນ ຮັບໜ້າທີ່ໃນການເປັນເຈົ້າພາບ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/