ໜັງສືພິມທ້ອງຖິ່ນຂອງອິນເດຍ ລາຍງານວ່າ ງູກັດ ເປັນບັນຫາສາທາລະນະສຸກ ໃນ ປະເທດອິນເດຍ ລວມເຖິງກຸ່ມປະເທດທີ່ມີລາຍໄດ້ຕໍ່າ-ປານກາງເປັນເວລາດົນນານແລ້ວ ນັບແຕ່ສະເພາະໃນປະເທດອິນເດຍ ມີສະຖິຕິອອກມາວ່າ ມີຜູ້ເສຍຊີວິດຈາກການຖືກງູກັດ ສະເລ່ຍ 64.100 ຄົນຕໍ່ປີ ເປັນຕົວເລກທີ່ສູງທີ່ສຸດໃນໂລກ, ຂະນະທີ່ ຄົນເສຍຊີວິດຈາກການຖືກງູກັດທົ່ວໂລກ ມີພຽງ 78.600 ຄົນຕໍ່ປີ.

ລາຍງານຍັງລະບຸອີກວ່າ ລັດ Uttar Pradesh ທາງພາກເໜືອຂອງອິນເດຍ ເປັນບ່ອນທີ່ມີການເສຍຊີວິດ ຈາກການຖືກງູກັດຫຼາຍທີ່ສຸດໃນແຕ່ລະປີ ປະມານ 16.100 ຄົນ, ຮອງລົງມາແມ່ນລັດ Madhya Pradesh ເສຍຊີວິດປະມານ 5.790 ຄົນ ແລະ ລັດ Rajasthan ປະມານ 5.230 ຄົນ.

ໂດຍອັດຕາການເສຍຊີວິດເມື່ອຖືກງູກັດໃນອິນເດຍຄິດເປັນ 4 ຄົນຕໍ່ ປະຊາກອນ 100.000 ຄົນ ເຊິ່ງຖືວ່າສູງຫຼາຍ ເມື່ອທຽບກັບ ອັດຕາການເສຍຊີວິດຈາກການຖືກງູກັດໃນທົ່ວໂລກ ທີ່ຄິດເປັນ 0,8 ຄົນ ຕໍ່ປະຊາກອນ 100.000 ຄົນ.
Soumyadeep Bhaumik ຜູ້ຊ່ຽວຊານດ້ານລະບົບສາທາລະນະສຸກລະດັບສາກົນ ປະຈຳສະຖາບັນເພື່ອສຸຂະພາບໂລກ (George Institute for Global Health) ຜູ້ຊີ້ນໍາໂຄງການສຶກສານີ້ ກ່າວວ່າ: ປັດຈຸບັນ ອິນເດຍ ຍັງບໍ່ທັນມີຍຸດທະສາດແຫ່ງຊາດ ເພື່ອແກ້ໄຂບັນຫາງູກັດ. ເຖິງວ່າຈະມີຈໍານວນຜູ້ເສຍຊີວິດສູງໃນແຕ່ລະປີ. ນອກຈາກນີ້ Bhaumik ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສ້າງຍຸດທະສາດທີ່ສຸມໃສ່ປ້ອງກັນງູ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ.
ຂອບໃຈຂໍ້ມູນຈາກ: https://cutt.ly/9N577z6
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/