ເມື່ອຕອນເຊົ້າຂອງວັນທີ 31 ຕຸລາທີ່່ຜ່ານມາ ກອງກຳລັງທະຫານຣັດເຊຍໄດ້ເປີດສາກໂຈມຕີທັງສະຖານີໄຟຟ້າ ທັງລະບົບນໍ້າ ແລະ ທີ່ຕັ້ງທາງພະລັງງານອື່ນໆຂອງຢູເຄຣນ ສົ່ງຜົນໃຫ້ປະຊາຊົນຈຳນວນຫຼາຍ ຕ້ອງຕົກຢູ່ໃນສະພາວະທີ່ບໍ່ມີທັງນໍ້າ ແລະ ໄຟຟ້າໃຊ້ ລວມເຖິງເມືອງຫຼວງ ຄຽບ ທີ່ພົບເຫັນປະຊາຊົນຫຼາຍຄົນອອກມາຕໍ່ແຖວຍາວຢຽດເພື່ອລໍຖ້າຮັບເອົານໍ້າສະອາດ ໄວ້ໃຊ້.

ມີສຽງລະເບີດແຕກຫຼາຍລູກດັງສະໜັ່ນອ້ອມຮອບເມືອງ ຄຽບ ແລະ ພົບເຫັນຄວັນສີດຳລອຍຂຶ້ນຢູ່ທົ່ວເມືອງຫຼວງຂອງຢູເຄຣນ ຫຼັງປະຕິບັດການໂຈມຕີດ້ວຍເຮືອບິນໄຮ້ຄົນຂັບ ແລະ ລູກສອນໄຟຂອງຣັດເຊຍ. ໂດຍ ເດນິສ ຊາມິຮາ (Denys Shmyhal) ນາຍົກລັດຖະມົນຕີ ຂອງຢູເຄຣນລະບຸວ່າ ການໂຈມຕີດັ່ງກ່າວໄດ້ກໍ່ຄວາມເສຍຫາຍໃຫ້ແຫຼ່ງພະລັງງານຕ່າງໆຂອງປະເທດ ປະມານ 16 ແຫ່ງ. ພ້ອມລະບຸຕື່ມອີກວ່າ ໄຟຟ້າ ຖືກຕັດໃນບ່ອນພັກອາໄສຫຼາຍຮ້ອຍແຫ່ງ ທົ່ວຢູເຄຣນ.

ສ່ວນດ້ານ ວິຕາລີ ຄຣິສໂກ (Vitali Klitschko) ເຈົ້າຄອງນະຄອນຄຽບເຜີຍວ່າ ຂະນະນີ້ ປະຊາຊົນປະມານ 40% ໃນນະຄອນ ຄຽບ ຂາດແຄນນໍ້າເພື່ອອຸປະໂພກ ແລະ ບໍລິໂພກ ທີ່ພັກອາໄສກວ່າ 2,7 ແສນຫຼັງຄາເຮືອນບໍ່ມີໄຟໃຊ້ ຫຼັງຈາກແຫຼ່ງຈ່າຍນໍ້າ ແລະ ແຫຼ່ງຈ່າຍໄຟ ຖືກໂຈມຕີ ໂດຍຂອບເຂດຄວາມເສຍຫາຍ ແລະ ສູນເສຍ ຍັງຂະຫຍາຍຕົວຂຶ້ນເລື້ອຍໆ ເຖິງແມ່ນວ່າສົງຄາມຈະດຳເນີນມາເປັນເວລາ 8 ເດືອນແລ້ວກໍຕາມ.
ເຈີມານ ກາລູເຊັນໂກ (German Galushchenko) ລັດຖະມົນຕີກະຊວງພະລັງງານຂອງຢູເຄຣນ ລະບຸວ່າ: “ອີກໜຶ່ງການໂຈມຕີອັນໂຫດຮ້າຍປ່າເຖື່ອນຕໍ່ລະບົບພະລັງງານຂອງຢູເຄຣນ ເກີດຂຶ້ນໃນຕອນເຊົ້າມື້ນີ້; ສະຖານີໄຟຟ້າຍ່ອຍ, ໂຮງໄຟຟ້າພະລັງງານນໍ້າ ແລະ ໂຮງໄຟຟ້າທີ່ໃຫ້ກຳເນີດຄວາມຮ້ອນ ຖືກທຳລາຍດ້ວຍລູກສອນໄຟ”
ຂະນະທີ່ ໂວໂລດິເມຍ ເຊເລນສະກີ ຜູ້ນຳຂອງຢູເຄຣນ ກໍໄດ້ຮຽກຮ້ອງໃຫ້ປະຊາຊົນໃນພື້ນທີ່ ທີ່ຍັງສາມາດໃຊ້ໄຟຟ້າໄດ້ ໃຫ້ໃຊ້ໄຟຟ້າຢ່າງປະຢັດ ຂະນະທີ່ໄຟຕາມຫົນທາງບາງເສັ້ນກໍໄດ້ມີການປິດໄວ້ ລະບົບຂົນສົ່ງສາທາລະນະທີ່ຕ້ອງໃຊ້ໄຟຟ້າ ຢ່າງລົດເມໄຟຟ້າ ກໍຕ້ອງຢຸດໃຫ້ບໍລິການຊົ່ວຄາວ ແລະ ຫັນມາໃຊ້ລົດເມທຳມະດາແທນ ເພື່ອເປັນການປະຢັດພະລັງງານ.

ນອກຈາກເມືອງຫຼວງ ຄຽບ ທີ່ຕົກເປັນເປົ້າແລ້ວ ຫຼາຍພື້ນທີ່ສຳຄັນຢ່າງ ເມືອງ ລາວີຟ, ຄາດີຟ, ໂອເດສຊາ ແລະ ບາງພື້ນທີ່ໃນ ຊາປໍຣິສເຊຍ ກໍພົບລາຍງານວ່າມີການໂຈມຕີທາງອາກາດຈາກກອງທັບຣັດເຊຍເຊັ່ນດຽວກັນ.
ການຕັດສິນໃຈຄັ້ງນີ້ຂອງຣັດເຊຍ ເກີດຂຶ້ນຫຼັງກຸ່ມເຮືອຂອງຣັດເຊຍໃນ ທະເລດຳ ຖືກໂຈມຕີ ແລະ ຣັດເຊຍໄດ້ກ່າວວ່າ ເປັນສີມືຂອງທາງຝັ່ງຢູເຄຣນ ແລະ ບັນດາພັນທະມິດຈາດປະເທດທາງຕາເວັນຕົກ
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/