ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຢາມນາຍົກໄທ ເພື່ອແລກປ່ຽນບົດຮຽນ-ສ້າງສາຍສຳພັນ ເຊິ່ງກັນແລະກັນ

ປະທານສະພາແຫ່ງຊາດລາວ

ໃນວັນທີ 31 ຕຸລາ 2022, ທີ່ທຳນຽບລັດຖະບານ, ກຸງເທບມະຫານະຄອນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຂົ້າຢ້ຽມພົບປະ ພະນະທ່ານ ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 30 ແລະ ສືບຕໍ່ຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ. ໃນການຢ້ຽມພົບປະຄັ້ງນີ້, ພະນະທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ພົບປະ ແລະ ປຶກສາຫາລື ກັບພະນະທ່ານນາຍົກລັດຖະມົນຕີໄທ ເພື່ອຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດລາວ ແລະ ໄທ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ມີແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ໄທ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ.

ປະທານສະພາແຫ່ງຊາດລາວ

ໃນໂອກາດນີ້, ພະນະທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການເປັນເຈົ້າພາບຈັດກອງປະຊຸມ APPF ຄັ້ງທີ 30 ແລະ ຜົນສໍາເລັດເຂົ້າຮ່ວມພິທີວາງສິລາລືກກໍ່ສ້າງຂົວ ມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງ ບໍລິຄໍາໄຊ-ບຶງການ ແລະ ໄດ້ແຈ້ງໃຫ້ຊາບຜົນການພົບປະກັບ ພະນະທ່ານ ຊວນ ຫຼີກໄພ ປະທານລັດຖະສະພາໄທ ແລະ ພະນະທ່ານ ພອນເພັດ ວິຊິດຊົນໄຊ ປະທານວຸດທິສະພາ ເຊິ່ງໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ/ສະພາຜູ້ແທນລາສະດອນ ເຊິ່ງເປັນພື້ນຖານສໍາຄັນ ໃຫ້ແກ່ການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດ.

ປະທານສະພາແຫ່ງຊາດລາວ

ໃນຕອນທ້າຍ, ພະນະທ່ານນາຍົກລັດຖະມົນຕີໄທ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ແລະ ສອງຝ່າຍ ໄດ້ປຶກສາຫາລືການຊຸກຍູ້ການຮ່ວມມືໃນຫຼາຍດ້ານ ໂດຍສະເພາະແມ່ນການຮ່ວມມື ດ້ານຄວາມໝັ້ນຄົງ, ວຽກງານຊາຍແດນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ, ດ້ານພະລັງງານ, ວຽກງານແຮງງານ ແລະ ບັນຫາ ອື່ນໆ. ການຢ້ຽມພົບປະໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ປະທານສະພາແຫ່ງຊາດລາວ

ຂອບໃຈຂໍ້ມູນຈາກ:

https://cutt.ly/rNTsFvC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/