ອີງຕາມຂໍ້ຕົກລົງຂອງທະນາຄານແຫ່ງ ສປປ ລາວ ໃນວັນທີ 11 ຕຸລາ 2022 ທີ່ວ່າດ້ວຍການການປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ-ເງິນຕາພາຍໃນ ແລະ ສາກົນ ໃນປັດຈຸບັນ.
- ຂໍ້ຕົກລົງນີ້ແມ່ນອີງຕາມກົດໝາຍວ່າດ້ວຍທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 19 ມີນາ 2018.
- ຂໍ້ຕົກລົງນີ້ແມ່ນອີງຕາມກົດໝາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 7 ທັນວາ 2018.
ໂດຍເນື້ອໃນຂອງຂໍ້ຕົກລົງດັ່ງກ່າວແມ່ນມີດັ່ງນີ້:
ມາດຕາ 1: ຈຸດປະສົງ
ຂໍ້ຕົກລົງສະບັບນີ້ອອກເພື່ອປັບປຸງອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ໃຫ້ສອດຄ່ອງກັບສະພາບເສດຖະກິດ-ເງິນຕາພາຍໃນ ແລະ ສາກົນ ໃນປັດຈຸບັນ.

ມາດຕາ 2: ການປັບອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ
ທະນາຄານແຫ່ງ ສປປ ລາວ ປັບເພີ່ມອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບໄລຍະສັ້ນບໍ່ເກີນ 7 ວັນຈາກ 3,1% ຕໍ່ປີ ມາເປັນ 6,5% ຕໍ່ປີ.
ມາດຕາ 3: ການນໍາໃຊ້ອັດຕາດອກເບ້ຍພື້ນຖານ
ທະນາຄານແຫ່ງ ສປປ ລາວ ນຳໃຊ້ອັດຕາດອກເບ້ຍພື້ນຖານ ເພື່ອຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃນການດັດສະພາບຄ່ອງແຫຼ່ງສຸດທ້າຍໃຫ້ທະນາຄານທຸລະກິດທີ່ຂາດສະພາບຄ່ອງ ຕາມລະບຽບການກ່ຽວຂ້ອງທີ່ບໍ່ສາມາດແກ້ໄຂດ້ວຍເຄື່ອງມື ແລະ ກົນໄກອື່ນ.
ມາດຕາ 4: ການຈັດຕັ້ງປະຕິບັດ
ມອບໃຫ້ກົມນະໂຍບາຍເງິນຕາ, ກົມບໍລິຫານທະນາຄານ ເປັນເຈົ້າການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່-ແນະນຳໃຫ້ບັນດາສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກ, ບັນດາທະນາຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ.
ມາດຕາ 5: ຜົນສັກສິດ
ຂໍ້ຕົກລົງສະບັບນີ້ມີຜົນສັກສິດແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ແທນຂໍ້ຕົກລົງສະບັບເລກທີ 376 ທຫລ, ລົງວັນທີ 17 ພຶດສະພາ 2022.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/