ຈາກທີ່ຊອກຊື້ຍາກຢູ່ແລ້ວກັບເຄື່ອງຫຼິ້ນເກມຍອດນິຍົມ ຢ່າງ Play station 5 ຫຼື PS5 ຫຼ້າສຸດທາງຄ້າຍ Sony ໄດ້ປະກາດປັບລາຄາຂອງເຄື່ອງຫຼິ້ນເກມດັ່ງກ່າວນີ້ຂຶ້ນຕື່ມອີກ ເຊິ່ງຈະມີຜົນກັບຫຼາຍຕະຫຼາດທົ່ວໂລກ.
ໂດຍ Sony ໃຫ້ເຫດຜົນກັບການປັບລາຄາຂຶ້ນຄັ້ງນີ້ວ່າ ເປັນຜົນມາຈາກສະພາວະທາງເສດຖະກິດ ແລະ ບັນຫາເລື່ອງເງິນເຟີ້ ໂດຍການປັບລາຄາຂຶ້ນຄັ້ງນີ້ ແມ່ນຈະປັບຂຶ້ນທັງສອງຮຸ່ນຂອງ PS5 ບໍ່ວ່າຈະເປັນ PS5 ຮຸ່ນໃສ່ແຜ່ນ ຫຼື PS5 ຮຸ່ນບໍ່ໃສ່ແຜ່ນ.

ການປັບລາຄາຄັ້ງນີ້ຈະມີຜົນບັງຄັບໃຊ້ກັບຕະຫຼາດໃຫຍ່ຂອງໂລກບໍ່ວ່າຈະເປັນ UK, ຢູໂຣບ, ຈີນ, ຍີ່ປຸ່ນ, ອອສເຕຣເລຍ, ເມັກຊິໂກ ແລະ ແຄນາດາ ສ່ວນລາຄາທີ່ປັບຂຶ້ນນັ້ນຈະປັບຂຶ້ນຕາມອັດຕາແລກປ່ຽນເງິນຂອງແຕ່ລະປະເທດ. ປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ເບິ່ງຄືວ່າຈະແມ່ນປະເທດຍີ່ປຸ່ນ ທີ່ມີການປັບລາຄາຂຶ້ນສູງເຖິງ 21% ຈາກ 39,980 ເຢນ ເປັນ 49,478 ເຢນ ໃນຮຸ່ນບໍ່ມີແຜ່ນ ແລະ ຈາກ 49,980 ເປັນ 60,478 ເຢນໃນຮຸ່ນໃສ່ແຜ່ນ. ແຕ່ສຳລັບຕະຫຼາດໃຫຍ່ທີ່ສຸດໃນໂລກຢ່າງ ອາເມຣິກາ ເບິ່ງຄືວ່າຈະບໍ່ມີການປັບລາຄາຂຶ້ນແຕ່ຢ່າງໃດ.

ສ່ວນລາຄາໃນປະເທດໄທ ທີ່ຄົນລາວມັກຈະໄປຊື້ເຄື່ອງເກມດັ່ງກ່າວ ກໍມີການປັບລາຄາຂຶ້ນເຊັ່ນດຽວກັນ ໂດຍໃນຮຸ່ນບໍ່ໃສ່ແຜ່ນແມ່ນປັບຂຶ້ນຈາກ 13,990 ບາດ ມາເປັນ 15,690 ບາດ ແລະ ຮຸ່ນໃສ່ແຜ່ນແມ່ນປັບຂຶ້ນຈາກ 16,990 ບາດ ມາເປັນ 18,690 ບາດ.
ໂດຍການປັບລາຄາຄັ້ງນີ້ຈະມີຜົນບັງຄົບໃຊ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ນອກຈາກປະເທດຍີ່ປຸ່ນ ທີ່ຈະເລີ່ມປັບລາຄາຂຶ້ນໃນວັນທີ 15 ກັນຍາ ເປັນຕົ້ນໄປ.
ສ່ວນເລື່ອງສິນຄ້າຂາດຕະຫຼາດ ທາງ Sony ກໍບອກວ່າກຳລັງເລັ່ງມືຊອກຫາວິທີແກ້ໄຂຢູ່.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment