ມາແລ້ວ! ທຶນເຕັມ 100% ຫຼັກສູດ ພາສາອັງກິດ ສຳລັບປະລິນຍາໂທ ແລະ ປະລິນຍາເອກ ຈາກມະຫາວິທະຍາໄລ KAIST ທີ່ ເກົາຫຼີໃຕ້

ພາສາອັງກິດ

ໂອກາດມາແລ້ວ! ສຳລັບໃຜທີ່ກຳລັງຊອກຫາທຶນໄປສຶກສາຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ທີ່ຕ່າງປະເທດ ເພາະທາງມະຫາວິທະຍາໄລ KAIST ຈາກປະເທດ ເກົາຫຼີໃຕ້ ເພິ່ນໄດ້ເປີດຮັບສະໝັກທຶນການສຶກສາແບບເຕັມ 100 ຫຼັກສູດ ພາສາອັງກິດ ໃຫ້ກັບນັກສຶກສາຈາກຕ່າງປະເທດ.

ທຶນດັ່ງກ່າວ ແມ່ນທຶນຈາກ ມະຫາວິທະຍາໄລ Korea Advanced Institute of Science and Technology ຫຼືວ່າ KAIST ເຊິ່ງເປັນໜຶ່ງໃນມະຫາວິທະຍາໄລຊັ້ນນຳ ດ້ານວິທະຍາສາດ ແລະ ເທັກໂນໂລຢີ ຂອງປະເທດເກົາຫຼີ. ທຶນ KAIST ແມ່ນສຳລັບນັກສຶກສາລະດັບປະລິນຍາໂທ, ປະລິນຍາໂທເພື່ອຕໍ່ປະລິນຍາເອກ ແລະ ປະລິນຍາເອກ.

ເກົາຫຼີໃຕ້

ສ່ວນສາຂາວິຊາຮຽນ ທາງມະຫາວິທະຍາໄລເພິ່ນມີຫຼາກຫຼາຍສາຂາໃຫ້ເລືອກຮຽນບໍ່ວ່າຈະເປັນ ວິທະຍາສາດ ທຳມະຊາດ (Nature Science, ວິທະຍາສາດ ຊີວະພາບ ແລະ ວິສະວະກຳ ຊີວະພາບ (Life Science and Bioengineering) ແລະ ບໍລິຫານ ທຸລະກິດ. ຫຼັກສູດສ່ວນໃຫຍ່ແມ່ນຈະເປັນຫຼັກສູດພາສາອັງກິດ 80% ຫາ 90% ຂອງຫຼັກສູດທັງໝົດ.

     *ສິ່ງທີ່ຈະໄດ້ຮັບຈາກທຶນ:

  • ຄ່າຮຽນເຕັມ
  • ເງິນອຸດໜຸນແຕ່ລະເດືອນ: 350,000 KRW ສຳລັບປະລິນຍາໂທ ແລະ 400,000 KRW ສຳລັບປະລິນຍາເອກ
  • ຄ່າປະກັນໄພສຸຂະພາບ
ເກົາຫຼີໃຕ້

*ເງື່ອນໄຂຂອງຜູ້ສະໝັກ

  • ຕ້ອງເປັນນັກຮຽນທີ່ບໍ່ໄດ້ຖືສັນຊາດເກົາຫຼີ
  • ສຳລັບລະດັບປະລິນຍາໂທ, ຜູ້ສະໝັກຕ້ອງມີໃບປະກາດຈົບຊັ້ນປະລິນຍາຕີແບບປົກກະຕິ ຫຼັກສູດ 4 ປີ.
  • ສຳລັບລະດັບປະລິນຍາເອກ, ຜູ້ສະໝັກຕ້ອງມີໃບປະກາດຈົບຊັ້ນປະລິນຍາໂທ.

ພາກັນຟ້າວສະໝັກເດີ ເພາະເພິ່ນປິດຮັບສະໝັກອອນລາຍ ວັນທີ 15 ກັນຍາ 2022 ນີ້ແລ້ວ.

ລາຍລະອຽດ ແລະ ຂໍ້ມູນເພີ່ມຕື່ມ: https://cutt.ly/ZCwUNk1

ຂອບໃຈຂໍ້ມູນຈາກ: https://cutt.ly/XCwIqsk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ