Add a subheading 2022 07 09T170058 646

ເປີດໃຫ້ສະໝັກແລ້ວ ສໍາລັບ OIST Internship Program in Japan ຫຼື “ໂຄງການເຝິກງານທີ່ ປະເທດຍີ່ປຸ່ນ” ເຊິ່ງພິເສດສຸດໆ ເພາະໂຄງການນີ້ເປັນໂຄງການແບບ FULLY Funded ຫຼື ທຶນແບບເຕັມຮ້ອຍນັ້ນເອງ.

ສຳລັບໂຄງການນີ້ ເປັນອີກໜຶ່ງໂຄງການທີ່ຈະເປີດໂອກາດໃຫ້ນ້ອງໆ ສາຍເທັກໂນໂລຢີ ໄດ້ໄປເຝິກງານໃນຮົ້ວມະຫາວິທະຍາໄລ Okinawa Institute of Science and Technology Graduate University ປະເທດຍີ່ປຸ່ນ ເປັນເວລາ 2 ເດືອນ ຫາ 6 ເດືອນ ເພື່ອເປີດຫາປະສົບການໃໝ່ໆ ແລະ ຍັງເປັນການທ່ອງທ່ຽວເປີດເອົາປະສົບການໄປໃນຕົວນໍາອີກ.

     ສິ່ງທີ່ຈະໄດ້ຮັບຈາກໂຄງການນີ້ກໍຄື:

  • ຄ່າຄອງຊີບ ມື້ລະ 2400 JYP ຫຼື ປະມານ 265,221 ກີບ
  • ຟຣີຄ່າເດີນທາງໄປ – ກັບ
  • ຟຣີຄ່າໃຊ້ຈ່າຍໃນການເດີນທາງ
  • ຟຣີຄ່າທີ່ພັກ
  • ບັດໂດຍສານລົດ ຮັບ – ສົ່ງ OIST
  • ຟຣີຄ່າ ວີຊ່າ ແລະ ປະກັນໄພ

ເງື່ຶອນໄຂໃນການສະໝັກ

  • ນັກສຶກສາ ໃນສາຂາທີ່ກ່ຽວຂ້ອງ STEM (ວິທະຍາສາດ, ເທັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ) ລະດັບປະລິນຍາຕີ ຫຼື ປະລິນຍາໂທ
  • ຜູ້ສະໝັກທີ່ລົງທະບຽນ ຈະຕ້ອງມີ “ໜັງສືຢັ້ງຢືນ” ຈາກສະຖາບັນທີ່ຕົນເອງຮຽນຢູ່ຂອງປະເທດນັ້ນໆ
  • ຜູ້ສະໝັກທີ່ມີທັກສະທີ່ກ້າວໜ້າໃນການວິໄຈ ຈະໄດ້ຮັບການພິຈາລະນາໃນການໃຫ້ຕໍາແໜ່ງເພີ່ມຕື່ມຂອງການເຝິກງານ

ສຳລັບໃຜທີ່ສົນໃຈສາມາດເຂົ້າເບິ່ງລາຍລະອຽດ ແລະ ຂໍ້ມູນເພີ່ມຕື່ມໄດ້ທີ່ https://cutt.ly/RLsVktU

ປິດຮັບສະໝັກວັນທີ 15 ຕຸລາ 2022

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply