ສຳລັບກິລາບານເຕະຮຸ່ນອາຍຸບໍ່ເກີນ 23 ປີ ເຊິ່ງໄດ້ຈັບສະຫຼາກແລ້ວ ທີມຊາດລາວເຮົາຈັດຢູ່ໃນກຸ່ມ J ປະກອບດ້ວຍ: ທີມຊາດໄທ, ທີມຊາດມາເລເຊຍ ແລະ ທີມຊາດມົງໂກເລຍ.

ເປັນອີກບາດກ້າວໜຶ່ງທີ່ທາງທີມຊາດລາວເຮົາໄດ້ເຂົ້າຮ່ວມໃນການແຂ່ງຂັນ, ໃນການແຂ່ງຂັນ ອັນດັບ 1 ໃນຈຳນວນ 11 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 4 ທີມຈະໄດ້ເຂົ້າຮອບສຸດທ້າຍ ເຊິ່ງຈະເລີ່ມແຂ່ງຂັນໃນວັນທີ 23-31 ຕຸລາ 2021 ທີ່ຈະມາຮອດນີ້.
ໃນການຈັບສະຫຼາກຄັ້ງນີ້ ແມ່ນຈັດຂຶ້ນໃນວັນທີ 9 ກໍລະກົດ 2021 ທີ່ສຳນັກງານໃຫຍ່ AFC U23 Asian Cup Uzbekistan 2022. ແນວໃດກໍຂໍໃຫ້ທີມຊາດລາວເຮົາເຂົ້າສູ່ໃນຮອບຄັດເລືອກ ແລະ ໄດ້ໄປແຂ່ງຂັນຊິງແຊ້ມດ້ວຍ.

ຂອບໃຈຂໍ້ມູນຈາກ: https://bit.ly/36BH5UZ
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/