Dark Mode ແມ່ນການປັບພື້ນຫຼັງຂອງໜ້າຈໍໃຫ້ເປັນສີດຳເຊິ່ງເປັນສິ່ງໃໝ່ທີ່ຫຼາຍໆເວັບໄຊ ແລະ ແອັບພຣິເຄຊັນຕ່າງເລີ່ມນຳໃຊ້ເຂົ້າມາໃນໃນ ເວັບໄຊ ແລະ ແອັບພຣິເຄຊັນຂອງຕົນຢ່າງແຜ່ຫຼາຍ.
Dark Mode ນັ້ນມີປະໂຫຍດຕໍ່ຜູ້ໃຊ້ງານ ໂດຍ ທ່ານ ຄຣິສ ຮອຟແມນ ບັນນາທິການບໍລິຫານເວັບໄຊ How To Geek ໄດ້ຮິບໂຮມປະໂຫຍດຂອງການໃຊ້ Dark Mode ໃນເວັບໄຊ ແລະ ແອັບພຣິເຄຊັນ ໄວ້ 3 ຢ່າງຄື:
- ເປັນໂໝດທີ່ໃຊ້ໄດ້ເປັນຢ່າງດີໃນສະພາບແວດລ້ອມທີ່ມີແສງໜ້ອຍ ແລະ ຈຳກັດ
- ດີຕໍ່ສາຍຕາຫຼາຍກວ່າ ສຳລັບບາງຄົນ
- ຊ່ວຍປະຢັດແບັດເຕີຣີ ເທິງໜ້າຈໍທີ່ສະແດງຜົນແບບ OLED (Organic Light-Emitting Diode)
ນອກຈາກນັ້ນ, ບໍ່ພຽງແຕ່ ເວັບໄຊ ແລະ ແອັບພຣິເຄຊັນເທົ່ານັ້ນທີ່ມີ Dark Mode ເພາະໂປຣແກຣມຕ່າງໆຂອງ Microsoft Office ເຊັ່ນ Microsoft Word ກໍມີ Dark Mode ຫຼື ໜ້າຈໍສີດຳເຂົ້າມາໃຫ້ເຮົາໄດ້ໃຊ້ງານຄືກັນ ເຊິ່ງຈະຊ່ວຍໃນການຖະໜອມສາຍຕາຄົນເຮົາເມື່ອຕ້ອງໄດ້ໃຊ້ຄອມພິວເຕີ ຫຼື ເຮັດວຽກກັບຄອມເປັນເວລາດົນ.

ໃນສະພາບທີ່ແສງໜ້ອຍ ໂດຍສະເພາະໃນເວລາກາງຄືນ ການອ່ານໂຕໜັງສືສີຂາວໃນພື້ນຫຼັງທີ່ມີສີດຳແມ່ນຈະສາມາດອ່ານໄດ້ງ່າຍກວ່າໂຕໜັງສືສີດຳໃນພື້ນຫຼັງສີຂາວ ເນື່ອງຈາກຈໍສີດຳ ຈະລົດການໃຊ້ແສງທີ່ສະຫວ່າງຫຼາຍເກີນໄປໃນເວລາທີ່ເຮົາຢູ່ໃນສະພາບແວດລ້ອມທີ່ແສງໜ້ອຍເພາະແສງຈະກະທົບຕໍ່ສາຍຕາເຮົາ ແລະ ຄົນອ້ອມຂ້າງ.
ບໍ່ພຽງເທົ່ານັ້ນ ການໃຊ້ Dark Mode ຍັງມີປະໂຫຍດຕໍ່ຜູ້ມີພາວະ Photophobia ຫຼື ຜູ້ທີ່ມີພາວະໄວຕໍ່ແສງສະຫວ່າງທີ່ຫຼາຍເກີນໄປ, ເຮັດໃຫ້ຜູ້ມີອາການດັ່ງກ່າວເມື່ອພົບເຈິແສງຫຼາຍ ຕາກໍຈະອົດບໍ່ໄດ້ ເຮັດໃຫ້ເຄືອງຕາ, ເຈັບຕາ, ແສບຕາ ແລະ ນ້ຳຕາໄຫຼ ຕ້ອງໄດ້ປິດຕາ ຫຼື ພັບຕາຢູ່ສະເໝີແບບຖີ່ໆ ແລະ ອາດຈະກະຕຸ້ນໃຫ້ເກີດອາການເຈັບຫົວ ຫຼື ໄມເກຣນໄດ້.
ສຳລັບຄົນທີ່ໃຊ້ຈໍ OLED (Organic light-emitting diode) ການປ່ຽນພື້ນຫຼັງເປັນໂໝດ Dark Mode ຫຼື ສີດຳນັ້ນ ຈະຊ່ວຍປະຢັດແບັດເຕີຣີ ແລະ ຍັງສາມາດຍືດອາຍຸການນຳໃຊ້ຂອງແບັດເຕີຣີໄດ້ອີກ 15-60% ອີກດ້ວຍ.

ແນວໃດກໍຕາມ, Dark Mode ກໍເປັນພຽງໂຕເລືອກໜຶ່ງ ທີ່ບໍ່ວ່າໃຜກໍຕາມກໍສາມາດເລືອກໃຊ້ໄດ້ ເພາະເວລາໃຊ້ແລ້ວຮູ້ສຶກວ່າສະບາຍຕາຫຼາຍກວ່າ ແລະ ເປັນໂຕເລືອກໃຫ້ກັບຜູ້ບໍ່ມັກແສງຫຼາຍໆເວລາທີ່ຢູ່ກັບໜ້າຈໍດົນໆ ແຕ່ກໍບໍ່ໄດ້ໝາຍຄວາມວ່າທຸກຄົນຕ້ອງໃຊ້ Dark Mode ສະເໝີໄປຄືກັນ. ແລ້ວທ່ານເດ ມັກໃຊ້ Dark Mode ກັນຫຼືບໍ່?
ພາບ: medium.com, howtogeek.com
ທີ່ມາ:
- https://www.howtogeek.com/423717/dark-mode-isn’t-better-for-you-but-we-love-it-anyway/
- https://tidbits.com/2019/05/31/the-dark-side-of-dark-mode/