9 ອຸປະກອນໄອທີສຳລັບເດັກນ້ອຍ ໃນປີ 2021


ໂລກທຸກມື້ນີ້ໝຸນປ່ຽນໄປໄວ ເດັກນ້ອຍໃນຍຸກປັດຈຸບັນກໍເຊັ່ນກັນ ເຄື່ອງຫຼິ້ນຕ່າງໆ ແລະ ອຸປະກອນສຳລັບເດັກກໍມີການປ່ຽນແປງໄປຕາມໆກັນ, ນອກຈາກ ຄອມພິວເຕີ ແລະ ສະມາດໂຟນຕ່າງໆທີ່ເດັກນ້ອຍສາມາດນຳໃຊ້ກັນໄດ້ເປັນປົກກະຕິແລ້ວນັ້ນ ຍັງມີອຸປະກອນໄອທີອີກຫຼາຍໆຢ່າງທີ່ສາມາດສົ່ງເສີມການຮຽນຮູ້ ແລະ ຊ່ວຍໃຫ້ເດັກນ້ອຍພັດທະນາໄດ້ໄວ, ຢ່າງເຊັ່ນ 9 ອຸປະກອນໄອທີ ທີ່ພວກເຮົາກຳລັງນຳສະເໜີດັ່ງນີ້:

  1. PIQO Projector

PIQO Projector ເປັນເຄື່ອງສາຍໂປຣເຈັກເຕີ ຂະໜາດນ້ອຍເໜາະສຳລັບພົກພາ ແລະ ໃຫ້ເດັກນ້ອຍໃຊ້ໄວ້ເບິ່ງວີດິໂອຕ່າງໆ ມີຂະໜາດນ້ອຍໃຊ້ງານງ່າຍ ແລະ ທົນທານ ແຖມຄວາມສາມາດໃນການສາຍວີດິໂອໄດ້ດ້ວຍຄວາມລະອຽດລະດັບ 1080p, ສາມາດເບິ່ງວີດິໂອຈາກ YouTube ແລະ ອື່ນໆຢ່າງຄົມຊັດ ພ້ອມຍັງສາມາດນຳໃຊ້ຮ່ວມກັບຫຼາຍໆແອັບພິເຄຊັນໃນ Google Play Store.

  1. Littlehippo Mella Ready to Rise

Littlehippo Mella Ready to Rise ໂມງປຸກສຸດໜ້າຮັກທີ່ມີຫຼາກຫຼາຍຟີເຈີໃຫ້ປັບແຕ່ງສຳລັບເດັກນ້ອຍ ສາມາດຕັ້ງສຽງປຸກທີ່ແຕກຕ່າງກັນໄດ້ເຖິງ 3 ແບບເພື່ອບໍ່ໃຫ້ການປຸກເປັນເລື່ອງທີ່ໜ້າເບື່ອສຳລັບເດັກ, ມີຟັງຊັນປັບປ່ຽນສີໄຟທີ່ຈະສົ່ງແສງສະຫວ່າງແບບອົບອຸ່ນ ພ້ອມທັງປ່ຽນໄປຕາມເວລາ ບໍ່ວ່າຈະເປັນເວລາກາງຄືນ ຫຼື ຕອນຕື່ນນອນ, ພ້ອມຕັ້ງເວລານັບຖອຍຫຼັງສຳລັບກິດຈະກຳຕ່າງໆ ເພື່ອເປັນເຄື່ອງເຕືອນໃຫ້ເດັກນ້ອຍມີຄວາມກະຕືລືລົ້ນຕໍ່ສິ່ງອ້ອມຂ້າງ.

  1. LilGadgets Kids Headphones

LilGadgets Kids Headphones ຫູຟັງສຳລັບເດັກນ້ອຍຜູ້ມີຄວາມມັກໃນການຟັງເພງຫຼືສຽງດົນຕີ ເປັນຫູຟັງທີ່ມີຂະໜາດບໍ່ໃຫຍ່ຫຼາຍ ແລະ ນ້ຳໜັກເບົາ, ເໝາະສຳລັບເດັກນ້ອຍອາຍຸຕັ້ງແຕ່ 3 – 7 ປີ, ຈຸດເດັ່ນອີກຢ່າງໜຶ່ງຂອງ ຫູຟັງນີ້ແມ່ນການມີຟັງຊັນ Share Port ທີ່ເຮັດໃຫ້ເຮົາສາມາດໃຊ້ 2 ຫູຟັງ ຟັງເພງຈາກແຫຼ່ງເປີດດຽວກັນໄດ້, ເປັນຫູຟັງທີ່ຜະລິດມາກຈາກວັດສະດຸໄນລອນພິເສດ ໃຫ້ເໝາະກັບການສຳຜັດຂອງເດັກນ້ອຍ ແລະ ຍັງມີການຈຳກັດຄວາມດັງຢູ່ທີ່ລະດັບ 93 ເດຊິເບລ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຫູອັນບອບບາງຂອງເດັກນ້ອຍ.

  1. Fitbit Ace

Fitbit Ace SmartWatch ທີ່ໃຊ້ໄວ້ບັນທຶກ ແລະ ເກັບກຳຂໍ້ມູນຕ່າງໆຂອງເດັກນ້ອຍ ບໍ່ວ່າຈະເປັນການອອກກຳລັງກາຍ ແລະ ການເຮັດກິດຈະກຳຕ່າງໆ, ໂດຍຈະບັນທຶກຄ່າຕ່າງໆ ບໍ່ວ່າຈະເປັນການລົດນ້ຳໜັກ ຄ່ານ້ຳຕານ ລວມເຖິງການພັກຜ່ອນ, ມີຂະໜາດນ້ອຍ, ໜ້າຈໍກວ້າງປະມານ 15 ມມ, ສາມາດໂທເຂົ້າ ຫຼື ສົ່ງຂໍ້ຄວາມແຈ້ງເຕືອນຕ່າງໆຜ່ານ Fitbit Ace ໄດ້, ສາມາດເຊື່ອມຕໍ່ກັບໂທລະສັບໄດ້ດ້ວຍລະບົບ Bluetooth LE ໂດຍຜ່ານແອັບ Fitbit, ສາມາດບັນທຶກການເຄື່ອນໄຫວກິດຈະກຳຕ່າງໆໄດ້ດົນເຖິງ 7 ວັນ ແລະ ສາມາດໃຊ້ໄດ້ດົນເຖິງ 30 ວັນ.

  1. Amazon Fire HD 8 Kindle

Amazon Fire HD 8 Kindle ເປັນ mini tablet ທີ່ຖືກປັບປ່ຽນ ແລະ ເອົາບາງຟັງຊັນທີ່ບໍ່ຈຳເປັນສຳລັບເດັກອອກໄປ ເຮັດໃຫ້ຂະໜາດນ້ອຍ ແລະ ລາຄາບໍ່ສູງຈົນເກີນໄປ, ດ້ວຍຈໍສະແດງຜົນຂະໜາດ 7 ນິ້ວທີ່ມີຄວາມລະອຽດໜ້າຈໍປະມານ 1024 x 600 pixel, ດ້ວຍສະເປັກເຄື່ອງທີ່ເໝາະສຳລັບການໃຊ້ງານແບບເດັກນ້ອຍ ກັບກ້ອງໜ້າ ແລະ ກ້ອງຫຼັງ 2MP, CPU Quad-core 1.3 GHz ແລະ RAM 1.5GB ແລະ ພ໊ອດເຊື່ອມຕໍ່ພື້ນຖານຕ່າງໆ ຈຶ່ງເໝາະແກ່ການນຳໃຊ້ເປັນເຄື່ອງຫຼິ້ນ ແລະ ຮຽນຮູ້ເບື້ອງຕົ້ນ.

  1. Razor Hovertrax 2.0 Hoverboard

Razor Hovertrax 2.0 Hoverboard ພາຫະນະ 2 ລໍ້ ທີ່ພັດທະນາມາເພື່ອເດັກນ້ອຍ ດ້ວຍການຄວບຄຸມ ແລະ ຊົງຕົວທີ່ງ່າຍກວ່າຮຸ່ນທົ່ວໄປ ພ້ອມກັບຄວາມທີ່ບໍ່ໄວຫຼາຍພຽງປະມານ 13km ຕໍ່ຊົ່ວໂມງເທົ່ານັ້ນເອງ ສາມາດໃຫ້ເດັກໄດ້ຝຶກຢືນຊົງຕົວ ແລະ ເຄື່ອນທີ່ໄປມາໄດ້ຢ່າງງ່າຍດາຍ. ເຖິງຢ່າງໃດກໍຕາມການຫຼິ້ນເຄື່ອງຫຼິ້ນນີ້ຄວນຢູ່ພາຍໃຕ້ການເບິ່ງແຍງຂອງຜູ້ປົກຄອງ ແລະ ຄວນຈະເປັນເດັກທີ່ມີອາຍຸ 8 ປີຂຶ້ນໄປຈຶ່ງເໝາະແກ່ການຫຼິ້ນ.

  1. Wonder Workshop Dash Coding Robot for Kids

Wonder Workshop Dash Coding Robot for Kids ຫຸ່ນຍົນນ້ອຍ ທີ່ມາໃນຮູບໜ່ວຍມົນ 3 ໜ່ວຍຕິດກັນ, ທີ່ສາມາດເຄື່ອນທີ່ ແລະ ຮັບຄຳສັ່ງໃນການເຄື່ອນເໜັງຕ່າງໆຜ່ານຄຳສັ່ງຈາກ ສະມາດໂຟນ ໂດຍຜ່ານແອັບພິເຄຊັ່ນ Dash ທີ່ຈະເປັນຄຳສັ່ງຄືກັບການຂຽນ code ຂອງຫຸ່ນຍົນແບບພື້ນຖານ, ເຮັດໃຫ້ເດັກນ້ອຍທີ່ຫຼິ້ນໄດ້ຮຽນຮູ້ທັກສະພື້ນຖານການຂຽນ code ຂອງຫຸ່ນຍົນ ແລະ ສາມາດນຳໄປຜັນຂະຫຍາຍໃນຂັ້ນຕໍ່ໄປໄດ້.

  1. VTech Kidizoom Duo Selfie Camera

VTech Kidizoom Duo Selfie Camera ກ້ອງຖ່າຍຮູບແສນໜ້າຮັກສຳລັບເດັກນ້ອຍທີ່ມີຄວາມສົນໃຈໃນການຖ່າຍຮູບ ດ້ວຍຟັງຊັນການນຳໃຊ້ທີ່ງ່າຍຄ້າຍກັບເປັນເຄື່ອງຫຼິ້ນ ເລີຍເໝາະແກ່ການເປັນກ້ອງເລີ່ມຕົ້ນປູກຝັງການຖ່າຍຮູບໃຫ້ແກ່ເດັກ, ສາມາດເຊື່ອມຕໍ່ເພື່ອຖ່າຍໂອນຂໍ້ມູນຮູບພາບລົງໃນຄອມໄດ້ດ້ວຍການຕໍ່ສາຍ USB. ນອກຈາກເປັນກ້ອງແລ້ວ ຍັງສາມາດເປັນເຄື່ອງຫຼິ້ນເພງ ແລະ ພາຍໃນຕົວເຄື່ອງກໍມີເກມຕິດເຂົ້າມາໄວ້ໃຫ້ໄດ້ຫຼິ້ນນຳອີກ.

  1. Boogie Board 8.5-Inch LCD Writing Tablet

Boogie Board 8.5-Inch LCD Writing Tablet ກະດານຂຽນອີເລັກໂທຣນິກ ຂະໜາດ 8,5 ນິ້ວ ທີ່ສາມາດຂຽນບັນທຶກ ຫຼື ແຕ້ມຮູບໄດ້ ສາມາດໃຊ້ແທນເຈ້ຍໄດ້, ເບົາແລະພົກພາງ່າຍ ເພື່ອໃຫ້ເດັກນ້ອຍໄດ້ນຳໃຊ້ຂີດຂຽນຈິນຕະນາການຕ່າງໆໄວ້ໄດ້, ສາມາດຂີດຂຽນ ແລະ ລຶບໄດ້ເຖິງ 50.000 ລາຍການຕະຫຼອດການໃຊ້ງານ.

ຂໍຂອບໃຈຂໍ້ມູນຈາກ: https://modern-gadget.com/10-cool-gadgets-for-kids-in-2021/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/