ຮຽນຢູ່ທ່າມກາງກອງຂີ້ເຫຍື້ອທຸກມື້ ແຕ່ຍິງຄົນນີ້ໄດ້ເກຣດສະເລ່ຍເຖິງ 3.84


ການຮຽນເປັນສິ່ງສຳຄັນທີ່ສຸດ ບໍ່ວ່າຈະເປັນຄົນທີ່ຮັ່ງມີ ຫຼື ທຸກຍາກ ສ່ວນຫຼາຍແລ້ວໃຜກໍຢາກຈະຮ່ຳຮຽນສຶກສາ ເພາະການສຶກສາມັນສາມາດເຮັດໃຫ້ເຮົາມີຄວາມຮູ້ຄວາມສາມາດ, ຈາກກໍລະນີນີ້ ເດັກສາວຜູ້ນີ້ເປັນຄົນບໍ່ຄ່ອຍມີຖານະດີ ທາງຄອບຄົວໄດ້ເຮັດອາຊີບເກັບສິ່ງເສດເຫຼືອເອົາມາຂາຍ.

ໂຮງຮຽນໄດ້ປິດສອນ ແຕ່ຫັນມາຮຽນອອນລາຍ ເນື່ອງຈາກສະພາບບ້ານເມືອງຍັງບໍ່ປົກກະຕິ, ແຕ່ນ້ອງ “ໃໝ່” ກໍຍັງຮຽນດ້ວຍຕົນເອງຕໍ່ໄປ ດ້ວຍການສຶກສາຫາຄວາມຮູ້ຈາກປຶ້ມການຮຽນການສອນຕ່າງໆ, ເຖິງຈະບໍ່ສະດວກໃນດ້ານສະຖານທີ່ ແຕ່ນ້ອງກໍຍັງຮ່ຳຮຽນໄປກັບເຮືອນຂອງຕົນທີ່ເຕັມໄປດ້ວຍກອງເສດເຫຼັກ, ເສດກະໂປະກະປ໋ອງ ທີ່ທາງພໍ່ແມ່ໄດ້ເກັບມາ.

ນ້ອງໃໝ່ ອາດຈະຄຸ້ນເຄີຍກັບສິ່ງນີ້ແລ້ວ ຮຽນຢູ່ໃສກໍສາມາດຮຽນໄດ້ເຊັ່ນກັນ ຖ້າເຮົາມີຄວາມຕັ້ງໃຈ ແລະ ຮັກທີ່ຈະຮຽນ, ທີ່ສຳຄັນນ້ອງຍັງຮຽນໄດ້ເກຣດສະເລ່ຍເຖິງ 3.84, ຖືໄດ້ວ່າໄດ້ຄະແນນດີຫຼາຍ ແລະ ເລື່ອງນີ້ກໍອາດເປັນແຮງໃຈໃຫ້ໃຜຫຼາຍໆຄົນໃນການສຶກສາຮ່ຳຮຽນ ບໍ່ວ່າຈະຮຽນໃນສະຖານທີ່ໃດ ຖ້າເຮົາຕັ້ງໃຈ ແລະ ບໍ່ຍອມຖອຍສູ້ຊົນຕໍ່ໄປ ຄວາມສຳເລັດກໍອາດຈະຕາມມາຄືກັບນ້ອງຄົນນີ້.

ນອກຈາກນີ້ແລ້ວ, ນ້ອງໃໝ່ ຍັງໄດ້ຊ່ວຍພໍ່ແມ່ເຮັດວຽກອີກດ້ວຍ ແຕ່ລະມື້ກໍໄດ້ແບ່ງເວລາໄປເກັບຂອງເກົ່າທຸກມື້ ແລ້ວກັບມາຮຽນອອນລາຍຜ່ານໂທລະສັບ ແລະ ບໍ່ເຄີຍອາຍທີ່ມີພໍ່ແມ່ຂາຍເສດເຫຼັກເກັບຂອງເກົ່າມາຂາຍ.

ນ້ອງໃໝ່ ອາຍຸ 18 ປີ ຢູ່ຊັ້ນ ມ.6 ເປັນຄົນປະເທດໄທ ບ້ານໜອງເຄືອ ເມືອງຫ້ວຍຖະແຫຼງ ແຂວງນະຄອນລາດສີມາ

ຂໍ້ມູນຈາກ: https://bit.ly/2TMLwt5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/