9 ປີແລ້ວ ທີ່ຖ້ຽວບິນ MH370 ຫາຍສາບສູນໄປຈາກໂລກນີ້ຢ່າງປິດສະໜາ ຍັງບໍ່ພົບຊາກເຮືອບິນ ແລະ ລາຍງານຜູ້ເສຍຊີວິດ

ຖ້ຽວບິນ MH370

ຜ່ານມາ 9 ປີແລ້ວກັບເຮືອບິນຂອງ Malaysia Airlines ຖ້ຽວບິນ MH370 ໄດ້ພາຜູ້ໂດຍສານຈຳນວນ 227 ຄົນ ພ້ອມພະນັກງານອີກ 12 ຄົນ ບິນຂຶ້ນຈາກສະໜາມບິນນານາຊາດ ກົວລາລຳເປີ ປະເທດມາເລເຊຍ ໄປສູ່ ເມືອງຫຼວງປັກກິ່ງ ປະເທດຈີນ ໄດ້ຫາຍສາບສູນໄປຈາກຈໍເຣດ້າ ແລະ ໂລກນີ້ຢ່າງປິດສະໜາ.

ຖ້າຍັງຈື່ກັນໄດ້ ໃນວັນທີ 8 ສິງຫາ ປີ 2014 ເຮືອບິນ Boeing 777 ລໍາໃຫຍ່ຂອງ Malaysia Airlines ຖ້ຽວບິນ MH370 ໄດ້ຫາຍໄປຈາກ ຈໍ ເຣດ້າ ແລະ ໃນເວລານັ້ນໄດ້ກາຍເປັນເລື່ອງໃຫຍ່ ທີ່ສະເທືອນໄປທົ່ວໂລກ. ສຳນັກຂ່າວທຸກສຳນັກທົ່ວໂລກ ເກາະຕິດສະຖານະການກັນຢ່າງໃກ້ຊິດ ແລະ ມີລາຍງານຕະຫຼອດເວລາ ດ້ວຍຄວາມຫວັງທີ່ວ່າຈະໃຫ້ MH370 ກັບຂຶ້ນມາສະແດງໃນໜ້າຈໍເຣດ້າອີກເທື່ອໜຶ່ງ ແຕ່ສຸດທ້າຍຄວາມຫວັງນັ້ນກໍບໍ່ເປັນຈິງ.

ຖ້ຽວບິນ MH370

ໃນເວລາຕໍ່ມາ ລັດຖະບານ ມາເລເຊຍ ແລະ ອີກຫຼາຍປະເທດທົ່ວໂລກໄດ້ລະດົມກຳລັງຄົ້ນຫາເຮືອບິນລຳດັ່ງກ່າວ ຢ່າງຕໍ່ເນື່ອງ ພ້ອມໃຊ້ງົບປະມານຫຼາຍຮ້ອຍລ້ານໂດລາ ສົ່ງຜົນໃຫ້ກາຍເປັນປະຕິບັດການທີ່ໃຊ້ງົບປະມານໃນການຊ່ວຍເຫຼືອ ຫຼາຍທີ່ສຸດໃນປະຫວັດສາດມາເລເຊຍ. ເຖິງແມ່ນວ່າຈະເຮັດການຄົ້ນຫາເຖິງ 3 ປີ ຄອບຄຸມພື້ນທີ່ກວ່າ 1,2​ ແສນ ຕາລາງກິໂລແມັດ ຕະຫຼອດຈົນມີບໍລິສັດເອກະຊົນ ເຂົ້າມາຊ່ວຍໃນປີ 2018 ແຕ່ຈົນເຖິງມື້ນີ້ ກໍຍັງບໍ່ພົບ ຊາກຂອງເຮືອບິນ ຫຼື ລາຍງານຜູ້ເສຍຊີວິດເລີຍ; ພົບພຽງແຕ່ຊິ້ນສ່ວນນ້ອຍໆ ທີ່ຖືກພັດມາຕາມຊາຍຝັ່ງຂອງອາຟຣິກາ ແລະ ຕາມເກາະຕ່າງໆ ໃນມະຫາສະໝຸດອິນເດຍ.

ຖ້ຽວບິນ MH370

ຕະຫຼອດໄລຍະເວລາທີ່ຜ່ານມາ ທົ່ວໂລກໄດ້ມີການນຳເລື່ອງລາວດັ່ງກ່າວມາເປັນສາລະຄະດີ ແລະ ມີທິດສະດີສົມຄົບຄິດໄປຕ່າງໆນານາ ແຕ່ຜ່ານມາ 9 ປີ ຄວາມຈິງກໍຍັງບໍ່ປາກົດວ່າສາເຫດທີ່ແທ້ຈິງຂອງການຫາຍໄປຂອງ MH370 ແມ່ນຍ້ອນຫຍັງ ແລະ ເກືອບ 300 ຊີວິດ ໃນເຮືອບິນລຳນັ້ນເປັນແນວໃດແລ້ວ.

ໂດຍການຕິດຕໍ່ຄັ້ງສຸດທ້າຍຈາກຖ້ຽວບິນປິດສະໜານີ້ ເປັນຄຳເວົ້າຂອງນັກບິນ ທີ່ຕິດຕໍ່ມາຫາຫໍຄວບຄຸມການບິນໂດຍລະບຸວ່າ: “ສະບາຍດີຕອນແລງ ມາເລເຊຍ 370” ຈາກນັ້ນກໍບໍ່ມີໃຜໄດ້ຮັບຂໍ້ມູນຈາກຖ້ຽວບິນດັ່ງກ່າວອີກເລີຍ ຈົຍຮອດປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/