ຮອງນາຍົກ ກ່າວຄຳປາໄສທີ່ອົງການສະຫະປະຊາຊາດ ກ່ຽວກັບປະເທດລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ

ຮອງນາຍົກ

ໃນວັນທີ 6 ມີນາ 2023, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສໃນພາກອະພິປາຍທົ່ວໄປ ຂອງກອງປະຊຸມລະດັບສູງ ອົງການສະຫະປະຊາຊາດ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ນະຄອນຫຼວງໂດຮາ, ປະເທດກາຕ້າ ເຊິ່ງເນື້ອໃນບາງຕອນ ທ່ານໄດ້ກ່າວວ່າ: ການຈັດຕັ້ງປະຕິບັດແຜນດໍາເນີນງານ ອິສຕັນບູ ສໍາລັບປະເທດດ້ອຍພັດທະນາໃນທົດສະວັດທີ່ຜ່ານມາ ໄດ້ມີຄວາມຄືບໜ້າ ແຕ່ຍັງບໍ່ທັນສົມດຸນເທື່ອ ໂດຍສະເພາະບັນດາປະເທດດ້ອຍພັດທະນາ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງຫຼາຍກວ່າປະເທດອື່ນໆ ຈາກການລະບາດຂອງພະຍາດໂຄວິດ-19 ກໍຄື ວິກິດການດ້ານຕ່າງໆ ເຊິ່ງໄດ້ຊ້ຳເຕີມຄວາມບອບບາງທາງດ້ານໂຄງສ້າງ, ຂີດຄວາມສາມາດດ້ານການຜະລິດທີ່ຈຳກັດ ແລະ ຄວາມທຸກຍາກທີ່ມີຢູ່ແລ້ວຕື່ມອີກ. ການຮັບຮອງເອົາແຜນດໍາເນີນງານໂດຮາ ວ່າດ້ວຍປະເທດດ້ອຍພັດທະນາ ເປັນຂີດໝາຍທີ່ສຳຄັນ ສຳລັບວົງຄະນາຍາດສາກົນໃນການຊ່ວຍເຫຼືອປະເທດດ້ອຍພັດທະນາ ໃຫ້ຟື້ນຟູໂດຍໄວຈາກຜົນກະທົບຂອງພະຍາດໂຄວິດ-19, ສ້າງຄວາມເຂັ້ມແຂງທົນທານຕໍ່ກັບວິກິດການ ທີ່ອາດຈະເກີດຂຶ້ນໃນອະນາຄົດ, ລຶບລ້າງຄວາມທຸກຍາກ ແລະ ບັນລຸການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍຄືເປົ້າໝາຍການພັດທະນາແບບຍືນຍົງ.

ຮອງນາຍົກ

ຕໍ່ບັນຫາດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຕ້ອງເພີ່ມທະວີ ຄວາມພະຍາຍາມໃນການປະຕິບັດຕາມຄໍາໝາຍໝັ້ນທີ່ໃຫ້ໄວ້ ໃນແຜນດຳເນີນງານໂດຮາ ໃຫ້ທັນການ, ມີປະສິດທິຜົນ ແລະ ເປັນຮູບປະທໍາ ແລະ ໃຫ້ມີມາດຕະການສະໜັບສະໜູນຈາກສາກົນໃຫ້ຫຼາຍກວ່າເກົ່າ ພ້ອມທັງຮັດແໜ້ນການເປັນຄູ່ຮ່ວມມື ເພື່ອໃຫ້ປະເທດດ້ອຍພັດທະນາ ສາມາດຫັນປ່ຽນທ່າແຮງຂອງປະເທດ ໃຫ້ກາຍເປັນ ຄວາມຈະເລີນຮຸ່ງເຮືອງ ແລະ ພັດທະນາໄປພ້ອມກັນກັບນານາປະເທດ. ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຢໍ້າຄືນຄຳໝາຍໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍການຫຼຸດພົ້ນອອກຈາກ ສະຖານະພາບປະ ເທດດ້ອຍພັດທະນາໄດ້ຢ່າງໂລ່ງລຽນ, ມີຄຸນະພາບ ແລະ ຍືນຍົງ ພ້ອມທັງໄດ້ຮຽກຮ້ອງສາກົນສືບຕໍ່ການຮ່ວມມື, ສະໜັບສະໜູນໃນໄລຍະການຂ້າມຜ່ານ ແລະ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ອອດສ໌ກາ ເຟີແນນເດສ-ທາຣັນໂກ (Oscar Fernandez-Taranco), ຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ ທີ່ຮັບຜິດຊອບການປະສານງານ ດ້ານການພັດທະນາ ເພື່ອປຶກສາຫາລືກ່ຽວກັບບົດບາດຂອງອົງການ ສປຊ ໂດຍສະເພາະຫ້ອງການຜູ້ປະສານງານ ອົງການ ສປຊ ປະຈຳປະເທດ ເພື່ອຊ່ວຍປະສານງານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບົດບາດໜ້າທີ່ຂອງບັນດາອົງການເຄື່ອຂ່າຍ ສປຊ ໃຫ້ມີຄວາມກົມກຽວ ມີປະສິດທິພາບ ແລະ ສອດຄ່ອງກັບບູລິມະສິດດ້ານການພັດທະນາຂອງລັດຖະບານ ລວມທັງການສະໜັບສະໜູນການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ.

ຂອບໃຈຂໍ້ມູນຈາກ:

https://bit.ly/3ZC14Nk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/