9 ກຸມພາ ວັນພິດຊ່າ

9 ກຸມພາ ວັນພິດຊ່າ

ຖືກໃຈຄົນຮັກພິດຊ່າ ເມື່ອວັນທີ 9 ກຸມພາຖືກກຳນົດໃຫ້ເປັນວັນພິດຊ່າ ເພື່ອສະເຫຼີມສະຫຼອງໃຫ້ກັບອາຫານພື້ນບ້ານຂອງຊາວຕາເວັນຕົກ ເປັນອາຫານງ່າຍໆ ແຕ່ຖືກໃຈຄົນມາຕັ້ງແຕ່ສະຕະວັດທີ 18.

ພິດຊ່າກຳເນີດຂຶ້ນທີ່ເມືອງນາໂປລີ ປະເທດອິຕາລີໃນສະຕະວັດທີ 18 ເປັນອາຫານງ່າຍໆ ກິນງ່າຍ ແລະ ລາຄາຖືກ ຈົນຮອດປັດຈຸບັນ. ຄຳວ່າ Pizza ສັນນິດຖານວ່າມາຈາກຄຳວ່າ Pita ເຂົ້າໜົມແຜ່ນມົນທີ່ຊາວຕາເວັນອອກກາງ-ເມດີເຕີເຣນຽນ ນິຍົມກິນມາຕັ້ງແຕ່ 14.500 ປີກ່ອນ ຈົນເມື່ອຊາວນາໂປລີປັບສູດມາໃສ່ໝາກເລັ່ນ ແລະ ຊີສລົງໄປ ຈຶ່ງກາຍມາເປັນພິດຊ່າ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/