ຜ່ານມາແຂວງສະຫວັນນະເຂດໄດ້ເງິນເດືອນຫຼ້າຊ້າ ຫຼ້າສຸດມີແຈ້ງການເຖິງສາເຫດອອກມາແລ້ວ

ຜ່ານມາແຂວງສະຫວັນນະເຂດ

ເງິນເດືອນຖືເປັນສິ່ງທີ່ທຸກຄົນລໍຖ້າຮັບໃນທຸກໆເດືອນ ເພາະສຳລັບຄົນສ່ວນຫຼາຍແມ່ນອາໄສແຕ່ເງິນເດືອນເປັນຫຼັກ ເນື່ອງຈາກບໍ່ມີລາຍຮັບທາງອື່ນ. ດັ່ງນັ້ນຖ້າໄດ້ເງິນຊັກຊ້າກໍອາດຈະກາຍເປັນບັນຫາຕໍ່ການດຳລົງຊີວິດໄດ້. ພ້ອມດຽວກັນນີ້ ເກືອບທຸກໜ່ວຍງານແມ່ນມີສາຍດ່ວນຮັບການຮ້ອງທຸກແລ້ວຈຶ່ງເປັນທີ່ມາຂອງການຊີ້ແຈງໃນເລື່ອງນີ້. ພະນັກງານໃນສາຍສຶກສາໄດ້ສົ່ງສາຍດ່ວນຫາກະຊວງການເງິນ 1519 ວ່າໄດ້ຮັບເງິນເດືອນຫຼ້າຊ້າ ແລະ ພະແນກສຶກສາ ແຂວງສະຫວັນນະເຂດໄດ້ຊີ້ແຈງເຫດຜົນດັ່ງນີ້:


1.ຍ້ອນຕ້ອງລໍຖ້າເອກະສານຮັບຮອງການເລື່ອນຊັ້ນ-ເລື່ອນຂັ້ນເງິນເດືອນຂອງພະນັກງານສຶກສາເຮັດໃຫ້ແຜນຫຼ້າຊ້າ.

2.ກະຊວງສຶກສາໄດ້ປັບປຸງໂປຣແກຣມ ເພື່ອປັບປຸງອັດຕາຄ່າຄອງຊີບ 150.000 ກີບ

3 ຍັງມີຫຼາຍຂະແໜງການໃນແຂວງທີ່ບໍ່ທັນໄດ້ເງິນເດືອນ ແຕ່ຜູ້ກ່ຽວບໍ່ເຂົ້າໃຈເຖິງສະພາບການ ຂັ້ນຕອນການເຮັດວຽກ ເຮັດໃຫ້ຜູ້ກ່ຽວໂທສາຍດ່ວນຫາພາກສ່ວນກ່ຽວຂ້ອງ
ດັ່ງນັ້ນ ຈຶ່ງລາຍງານເຖິງຫົວໜ້າຄັງເງິນແຫ່ງຊາດປະຈຳແຂວງ ສະຫວັນນະເຂດ ເພື່ອຢືນຢັນເຖິງພາກສ່ວນທີ່ກ່ຽວຂ້ອງ ກໍຄືກະຊວງການເງິນ.

ສຳລັບສາຍດ່ວນ 1519 ຂອງກະຊວງການເງິນແມ່ນມີໄວ້ສຳລັບຮັບຄຳຖາມທີ່ຂ້ອງຄາໃຈ, ຮັບຂໍ້ສະເໜີ, ຄຳຄິດເຫັນ, ຄວາມບໍ່ໂປ່ງໃສ, ການສໍ້ລາດບັງຫຼວງ, ສວຍໃຊ້ໜ້າທີ່ ແລະ ບັນຫາອື່ນໆກ່ຽວກັບຂະແໜງການເງິນ.

ຂອບໃຈຂໍ້ມູນຈາກ: https://bit.ly/3JQm91e

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/