ລາຍຊື່ກຳມະການຕັດສິນນາງງາມ ໄດ້ອອກມາແລ້ວ ເຊິ່ງແຕ່ລະຄົນກໍມີປະສົບການ ແລະ ຄວາມສາມາດຫຼາຍດ້ານ ເໝາະສົມທີ່ຈະເຮັດໜ້າທີ່ນີ້, ເຊິ່ງປະກອບມີ 8 ທ່ານຄື:
- Arden Cho ເປັນນາງແບບ, ນັກຮ້ອງ ແລະ ນັກສະແດງ ຊາວອາເມຣິກາທີ່ມີເຊື້ອສາຍເກົາຫຼີ ມີຜົນງານການສະແດງສ້າງຊື່ສຽງຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ Teen Wolf ທາງຊ່ອງ MTV.

- Brook Lee ເປັນ Miss USA 1997 ແລະ Miss Universe 1997 ຈາກສະຫະລັດອາເມຣິກາ.

- Christine Duffy ເປັນນັກທຸລະກິດຊາວອາເມຣິກາ ແລະ ປະທານ Carnival Cruise Line.

- Deepika Mutyala ເປັນ Influenser, Youtuber, ພິທີກອນໂທລະພາບ, ຊ່າງເຮັດຜົມ ແລະ ຜູ້ປະກອບການທຸລະກິດຄວາມງາມ ຜູ້ໃຫ້ຄວາມສຳຄັນກັບຄ່ານິຍົມແບບເອເຊຍ.

- Keltie Knight ເປັນນັກສະແດງ, ຜູ້ສື່ຂ່າວ ແລະ ພິທີກອນຊື່ດັງຊາວແຄນນາດາ.

- Zuleyka Rivera ເປັນພິທີກອນ, ນາງແບບ, ນັກສະແດງ ແລະ Miss Universe 2006 ຈາກປະເທດເປີໂຕຣິໂກ.

- Tatyana Orozco ນັກເສດຖະສາດ ແລະ ຜູ້ຊ່ຽວຊານ ທາງດ້ານການຕະຫຼາດຈາກປະເທດໂຄລອມເບຍ.

- Sheryl Adkins-Green ເຈົ້າຂອງທຸລະກິດເຄື່ອງສຳອາງ ແລະ ຄວາມງາມລະດັບໂລກ.

ນອກຈາກນີ້ ທາງທີມງານຍັງເຜີຍເຖິງຄຸນສົມບັດຂອງນາງງາມທີ່ອົງກອນ ກຳລັງຕ້ອງການແມ່ນມີຄຸນສົມບັດຄືດັ່ງນີ້:
- ຄົນໃນກອງຕ້ອງສຳຜັດໄດ້ເຖິງຈິດວິນຍານຄວາມເປັນນາງງາມຈັກກະວານ ຕັ້ງແຕ່ທຳອິດທີ່ເຫັນ ຕ້ອງມີເປົ້າໝາຍທີ່ຊັດເຈນ.
- ນາງງາມຄົນນັ້ນຕ້ອງໂຟກັດ ແລະ ຈົດຈໍ່ກັບການແຂ່ງຂັນຕະຫຼອດເວລາ, ຕ້ອງມີຄວາມໝັ້ນໃຈທີ່ສະແດງອອກມາທາງສີໜ້າ ແລະ ສາຍຕາ ຕອນທີ່ເຂົ້າມາ ຫຼື ອອກໄປ.
- ຕ້ອງມີຄວາມໝັ້ນໃຈທີ່ມາຈາກຕົວຕົນທີ່ແທ້ຈິງ ບໍ່ພຽງແຕ່ການສະແດງ ທ່າທາງພາຍນອກເປັນແບບໃດກໍຕ້ອງເປັນແບບນັ້ນ ທີ່ສຳຄັນຕ້ອງໝັ້ນໃຈເປັນທີ່ສຸດ.
- ຕ້ອງໝັ້ນໃຈ ແລະ ຮູ້ຕົວຢູ່ຕະຫຼອດເວລາວ່າກຳລັງເຮັດຫຍັງຢູ່ ຮູ້ວ່າຊຸດລາຕີເປັນແບບໃດ ໜ້າຜົມວາງແຜນມາແບບໃດ, ທຸກຢ່າງຕ້ອງລົງຕົວ ແລະ ເຂົ້າກັບນາງງາມຄົນນັ້ນ.
- ຕ້ອງເປັນພີເຊັນເຕີສິນຄ້າ ໃຫ້ກັບສະປອນເຊີໄດ້ເປັນຢ່າງດີ.
- ຕ້ອງເປັນຕົວຂອງຕົນເອງໃນເວີຊັ່ນທີ່ດີທີ່ສຸດ ຢ່າພະຍາຍາມທີ່ເປັນແບບຄົນອື່ນ, ບໍ່ຕ້ອງພະຍາຍາມເປັນນາງງາມຈັກກະວານຄົນທີ່ຜ່ານໆມາ ແລະ ຕ້ອງດີໃຈມ່ວນຊື່ນກັບການປະກວດ ເຮັດໃຫ້ມີຄວາມສຸກໃນແຕ່ລະມື້ ໂດຍສະເພາະມື້ການແຂ່ງຂັນ.
- ຄົນທີ່ຈະບໍ່ມີທາງໄດ້ມົງກຸດຄືຄົນທີ່ປອມ, ປະດິດ, ສະແດງເກັ່ງ ເພາະກຳມະການທຸກຄົນເຂົາເບິ່ງອອກ ແລະ ຈະບໍ່ມີທາງທີ່ຈະເອົາຄົນແບບນັ້ນໄດ້ມົງເປັນອັນຂາດ.
- ຕັ້ງແຕ່ຂຶ້ນເຮືອບິນຈາກປະເທດມາ ຈະຕ້ອງຮູ້ວ່າຕົນເອງມາເຮັດຫຍັງ, ຕ້ອງການຫຍັງ ແລະ ນຳສະເໜີຕົນເອງໃນແບບທີ່ເປັນ.
- ໂຄງການບໍ່ໄດ້ເຈາະຈົງວ່າຕ້ອງເປັນຫຍັງ ແຕ່ຕ້ອງເປັນສິ່ງທີ່ປ່ຽນແປງຊີວິດຄົນອື່ນໆໄດ້ຫຼາຍ ຄົນນັ້ນຕ້ອງເຮັດຫຍັງບາງສິ່ງ ເພື່ອພັດທະນາຕົນເອງ ແລະ ຜູ້ອື່ນ.
- ໂຊຊຽວມີເດຍບໍ່ມີຜົນໃດໆ ຍອດຜູ້ຕິດຕາມບໍ່ມີຜົນ ເມື່ອມົງລົງແລ້ວຜູ້ຕິດຕາມຈະເພີ່ມຂຶ້ນເອງ.
ຂອບໃຈຂໍ້ມູນຈາກ:
– https://bit.ly/3bsqHJs
– https://bit.ly/3eOv8Ab
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/