ຈອງກຸກ (Jungkook) ນ້ອງນ້ອຍຂອງວົງ BTS ວົງ K-Pop ຈາກດິນແດນເກົາຫຼີໃຕ້ ຜ່ານມາໄດ້ສ້າງສະຖິຕິໃນຫຼາຍແພລັດຟອມດ້ວຍກັນ ລວມໄປເຖິງແພລັດຟອມ TikTok ອີກດ້ວຍ. ຫຼ້າສຸດ ກາຍເປັນບຸກຄົນທໍາອິດຂອງໂລກ ທີ່ມີຜູ້ເຂົ້າຊົມຜ່ານແຮສແທັກ #Jungkook ຫຼາຍທີ່ສຸດ ໂດຍມີຍອດວິວຫຼາຍກວ່າ 168 ພັນລ້ານເທື່ອ ແຕ່ບໍ່ມີບັນຊີເປັນການສ່ວນຕົວ ອາດຈະເປັນຍ້ອນແຟນໆທີ່ເຂົ້າຮັບຊົມຈົນມີຍອດວິວທີ່ຫຼວງຫຼາຍ ຖ້າປຽບກັບແຮສແທັກລາຍບຸກຄົນ ຫຼື ສິລະປິນອື່ນ.

ຄວາມນິຍົມຂອງ ຈອງກຸກ ໃນແພລັດຟອມ TikTok ສູງຂຶ້ນຢ່າງໄວໃນແຕ່ລະເດືອນໃນແຕ່ລະມື້ ສ່ວນແຮສແທັກ #BTS ກໍມີຜູ້ເຂົ້າຊົມຫຼາຍກວ່າ 505 ພັນລ້ານເທື່ອ ກາຍເປັນແຮສແທັກສິລະປິນທີ່ມີຍອດການເຂົ້າຊົມສູງທີ່ສຸດໃນໂລກ. ນອກຈາກນີ້ ຈອງກຸກ ຍັງສ້າງສະຖິຕິໃນແພລັດຟອມແອັບ Vlive ໃນປີ 2021 ໂດຍມີຄົນເຂົ້າຊົມ Live ຈຳນວນ 20,44 ລ້ານຄົນ ໃນວັນທີ 31 ສິງຫາ 2021 ເຊິ່ງເປັນວັນເກີດຂອງຕົນ ລວມຍອດຄົນກົດໄລ້ຫຼາຍກວ່າ 2,3 ພັນລ້ານເທື່ອ.
ນອກຈາກນີ້ ໃນແພລັດຟອມ Twitter ກໍເປັນບຸກຄົນທຳອິດ ແລະ ຄົນດຽວ ທີ່ມີຍອດທະວີດຫຼາຍກວ່າ 1 ລ້ານເຖິງ 7 ທະວີດ ຍອດໄລ້ 3 ລ້ານເຖິງ 5 ທະວີດ. ຜ່ານມາມີການດື່ມນົມກ້ວຍ ແລ້ວຖ່າຍຮູບລົງ Twitter ຈົນເຮັດໃຫ້ນົມຂາຍດີ ໃນໄລຍະທີ່ເສດຖະກິດຕົກຕ່ຳ ແລະ ຍັງມີຫຼາຍຢ່າງທີ່ເຄື່ອງມັກຂາຍດີທັ້ງໆທີ່ບໍ່ໄດ້ໂຄສະນາແບບກົງໆ ພຽງແຕ່ເວົ້າອອກມາຄຳດຽວກໍຂາຍໝົດແລ້ວ ຈົນ ຈອງກຸກ ອອກມາກ່າວຂອບໃຈ ARMY (ຊື່ແຟນຄລັບ) ທີ່ໄດ້ສັ່ງຊື້ ເພາະໄດ້ຊ່ວຍພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການ ໄປໃນຕົວດ້ວຍ.

ສ່ວນໃນແພລັດຟອມ Instagram ກໍເປັນພຽງຮອງຂອງນັກເຕະຊື່ດັງ Ronaldo ເທົ່ານັ້ນ ທັ້ງໆທີ່ຍອດຄົນຕິດຕາມຕ່າງກັນຫຼາຍ ຜູ້ຕິດຕາມຈອງກຸກ ມີພຽງ 40 ລ້ານປາຍຄົນ ສ່ວນຂອງໂຣນັລໂດ້ສູງເຖິງ 500 ລ້ານກວ່າຄົນ (ປີ 2021) ໃນຄລິບຂອງຈອງກຸກ ບໍ່ມີຫຍັງເປັນພຽງຄລິບໂຊໃບໜ້າຂອງລາວຢູ່ໃນມຸມມືດໆ ມີຍອດວິວ 3 ລ້ານ ພາຍໃນເຄິ່ງຊົ່ວໂມງ ແລະ 20 ລ້ານຄັ້ງໃນ 11 ຊົ່ວໂມງ.
ຢູ່ໃນແພລັດຟອມ YouTube ກໍກາຍເປັນນັກຮ້ອງເອເຊຍ ແລະ ເຄປັອບ ທີ່ມີຄົນຄົ້ນຫາຫຼາຍທີ່ສຸດ ແຕ່ບໍ່ໄດ້ມີບັນຊີເປັນການສ່ວນຕົວແຕ່ຢ່າງໃດ ແລະ ຜ່ານມາເມື່ອບໍ່ດົນມານີ້ ບານໂລກ 2022 ກໍໄດ້ກາຍເປັນນັກຮ້ອງເອເຊຍຄົນທຳອິດ ທີ່ໄດ້ຂຶ້ນສະແດງຢູ່ເທິງເວທີມື້ເປີດບານໂລກ ແລະ ໄດ້ຮ້ອງເພງບານໂລກ, ພ້ອມກັນນີ້ ຍັງຄອງອັນດັບ 4 ທີ່ໂລກໂຊຊຽວກ່າວເຖິງໃນບານໂລກ ແລະ ເພງ “Dreamers” ໄດ້ສ້າງສະຖິຕິໃໝ່ສຳລັບເພງບານໂລກຢ່າງເປັນທາງການ ທີ່ສາມາດຂຶ້ນອັນດັບເພງໄວທີ່ສຸດ ໂດຍຂຶ້ນອັນດັບ 1 ໃນ iTunes.


ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/