16 ຕຸລາ ວັນອາຫານໂລກ


16 ຕຸລາ ຂອງທຸກໆປີໄດ້ຖືກກໍານົດໃຫ້ເປັນ ວັນອາຫານໂລກ ເພື່ອໃຫ້ປະຊາຊົນຄໍານຶງເຖິງບັນຫາຄວາມອຶດຫິວ.

ອາຫານເປັນປັດໄຈຫຼັກທີ່ສຳຄັນໃນການດຳລົງຊີວິດຂອງມະນຸດ ໂດຍອາຫານຊ່ວຍເຮັດໃຫ້ຮ່າງກາຍຈະເລີນເຕີບໂຕ, ແຂງແຮງ ແລະ ສາມາດເຮັດກິດຈະກຳຕ່າງໆໄດ้. ແຕ່ໃນປັດຈຸບັນພົບວ່າມີປະຊາກອນໂລກຫລາຍເຖິງ 1 ໃນ 8 ຄົນທີ່ກຳລັງອຶດຫິວຢູ່, ດັ່ງນັ້ນ ວັນອາຫານໂລກຈຶ່ງຖືກກຳນົດຂຶ້ນເພື່ອໃຫ້ປະຊາຊົນຄຳນຶງເຖິງບັນຫາຄວາມອຶດຫິວ ແລະ ເປັນການສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ.

ວັນອາຫານໂລກ ກົງກັບວັນທີ 16 ຕຸລາ ຂອງທຸກໆປີ ຖືກກຳນົດໂດຍອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດ ຫຼື FAO (Food and Agriculture Organization of the United Nations) ເຊິ່ງເມື່ອກ່ອນເປັນໜ່ວຍງານພິເສດຂອງສະຫະປະຊາຊາດ ທີ່ມີເປົ້າໝາຍໃນການພັດທະນາມາດຕະຖານອາຫານ ແລະ ສານອາຫານ ຮວບຮວມ, ວິເຄາະ ແລະ ເຜີຍແຜ່ຂໍ້ມູນຂ່າວສານດ້ານໂພຊະນາການ, ອາຫານ, ກະສິກຳ, ປ່າໄມ້ ແລະ ການປະມົງໃຫ້ກັບປະເທດຕ່າງໆ ເພື່ອນຳໄປເປັນຂໍ້ມູນປະກອບການກຳນົດນະໂຍບາຍຂອງການກະສິກຳ.

ສຳລັບວັນອາຫານໂລກທີ່ຖືກກຳນົດຂຶ້ນ ໂດຍລັດຖະສະມາຊິກຂອງອົງການອາຫານ ແລະ ກະສິກຳແຫ່ງສະຫະປະຊາຊາດໃນການປະຊຸມທົ່ວໄປຄັ້ງທີ 20 ເມື່ອເດືອນພະຈິກ ປີ 1979 ຄະນະຜູ້ແທນຮັງກາລີ ນຳໂດຍອະດີດລັດຖະມົນຕີວ່າການກະສິກຳ ແລະ ອາຫານຮັງກາລີ ດຣ.ພອລ ໂຣມານີ ເປັນຜູ້ທີ່ມີບົດບາດສຳຄັນໃນສະໄໝການປະຊຸມຄັ້ງນັ້ນ ແລະ ໄດ້ສະເໜີແນວຄິດໃນການສະເໜີແນວຄິດໃນການສະເຫຼີມສະຫຼອງວັນອາຫານໂລກທົ່ວໂລກ ໂດຍມີຈຸດປະສົງເພື່ອເປັນການເຮັດໃຫ້ປະເທດຕ່າງໆມີຈິດສຳນຶກເລື່ອງອາຫານ ແລະ ການພັດທະນາ ເສີມສ້າງຄວາມຮ່ວມມືລະຫວ່າງຊາດ ແລະ ນາໆຊາດຕໍ່ສູ້ກັບຄວາມອຶດຫິວ ແລະ ຄວາມທຸກຍາກ, ເຊິ່ງໃນແຕ່ລະປີ FAO ຈະເປັນຜູ້ກຳນົດແນວຄິດຂອງການດຳເນີນກິດຈະກຳເນື່ອງໃນວັນອາຫານໂລກ ໃນປະເດັນຕ່າງໆ ໂດຍໃຫ້ວັນອາຫານໂລກເກີດຂຶ້ນໃນມື້ມຳອິດໃນປີ 1981 ເຊິ່ງເລີ່ມຕົ້ນປະເທດທໍາອິດແມ່ນສະຫະລັດອາເມຣິກາ ແລະ ມີສະມາຊິກຫຼາຍກວ່າ 450 ປະເທດ.

ທີ່ມາ: https://hilight.kapook.com/view/92326