ແຈ້ງການ ກ່ຽວກັບບຸນນະມັດສະການພະທາດຫຼວງ ປີ 2020


ຫ້ອງວ່າການສູນກາງພັກ ໄດ້ອອກແຈ້ງການເລື່ອງການຈັດງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2020 ໂດຍມີເນື້ອໃນວ່າ ເຫັນດີໃຫ້ຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2020 ໃຫ້ຖືເອົາປະເພນີເປັນຫຼັກ ສ່ວນການຈັດຕະຫຼາດນັດ ແລະ ງານບັນເທີງຕ່າງໆແມ່ນໃຫ້ໂຈະໄວ້ກ່ອນ ພ້ອມທັງເອົາໃຈໃສ່ມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດໄດ້ກຳນົດໄວ້.