13 ມັງກອນ ວັນເຮັດໃຫ້ຝັນເປັນຈິງ

13 ມັງກອນ

ຄວາມຝັນ ເປັນສິ່ງທີ່ຊຸກດັນເຮົາໃຫ້ໄປເຖິງເປົ້າໝາຍ, ດັ່ງນັ້ນ ໃນວັນທີ 13 ມັງກອນນີ້ ຈຶ່ງເປັນວັນເຮັດໃຫ້ຝັນເປັນຈິງ ຫຼື Make Your Dream Come True Day ເພື່ອສະເຫຼີມສະຫຼອງ ແລະ ສະໜັບສະໜູນໃຫ້ເຮົາເຮັດຕາມຄວາມຝັນໃຫ້ເປັນຈິງ. ບໍ່ມີໃຜບັນທຶກໄວ້ຊັດເຈນວ່າມື້ດັ່ງກ່າວເກີດຂຶ້ນຈາກໃຜ ຫຼືຢູ່ໃສ ແຕ່ວັນນີ້ເຮັດໃຫ້ລະນຶກເຖິງເປົ້າໝາຍໜຶ່ງທີ່ເຮັດໃຫ້ຊີວິດຄົນເຮົາມີຄວາມໝາຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/