11 ມັງກອນ ວັນແຫ່ງຄວາມເທົ່າທຽມໃນບບ່ອນເຮັດວຽກ

11 ມັງກອນ

ວັນທີ 11 ມັງກອນ ເປັນວັນແຫ່ງຄວາມເທົ່າທຽມໃນບ່ອນເຮັດວຽກ ຫຼື International Parity at Work Day ເພື່ອເປັນການສ້າງຄວາມຍຸຕິທຳໃນອົງກອນ ບໍ່ວ່າຈະເປັນຄວາມສະເໝີພາບທາງເພດ, ການຈັດການເລືອກປະຕິບັດ, ການໃຫ້ໂອກາດທາງດ້ານທຸລະກິດ…ເຊິ່ງໃນປັດຈຸບັນ ບັນຫາທີ່ເກີດຂຶ້ນຫຼາຍແມ່ນເລື່ອງເພດ ຍົກຕົວຢ່າງ: ການຈ່າຍຄ່າຈ້າງທີ່ບໍ່ເທົ່າກັນ ມັກເກີດຂຶ້ນຫຼາຍໃນປະເທດທີ່ມີຊ່ອງວ່າງທາງດ້ານກົດໝາຍແຮງງານ.

ໃນປະເທດຝຣັ່ງໄດ້ເຜີຍແຜ່ຂໍ້ມູນໃນປີ 2021 ວ່າ ຜູ້ຍິງເຮັດວຽກ “ຟຣີ” ເປັນເວລາເກືອບສອງເດືອນໃນໜຶ່ງປີ ເມື່ອທຽບກັບຜູ້ຊາຍ ແລະ ນອກຈາກເລື່ອງຄ່າຈ້າງແລ້ວ ຜູ້ຍິງ 1 ໃນ 3 ໃນຝຣັ່ງ ຍັງຖືກລ່ວງລະເມີດທາງເພດໃນບ່ອນເຮັດວຽກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/