ໃນໄລຍະທຳອິດຂອງການແຂ່ງຂັນບານໂລກ 2022 ໄດ້ເກີດເຫດການພິກລັອກຂຶ້ນ ໃນເກມທີ່ ທີມຊາດ ຊາອຸດີອາຣະເບຍ ສາມາດພິກລັອກເອົາຊະນະທີມຊາດ ຂອງ ອາເຈນຕິນາ ໄປໄດ້ 2 ປະຕູຕໍ່ 1 ເຮັດໃຫ້ຫຼັງຈົບເກມໄດ້ມີ ແຟນບານ ຊາອຸດີອາຣະເບຍ ຫຼາຍຄົນ ອອກມາຢອກແຊ້ມໂລກ 2 ສະໄໝ ໄປຕ່າງໆນານາ.

ໂດຍມີໜຶ່ງວິດີໂອທີ່ກາຍເປັນທີ່ນິຍົມ ແລະ ຖືກເຜີຍແຜ່ອອກໄປຢ່າງກວ້າງຂວາງ ກໍຄື ມີແຟນບານຊາວ ຊາອຸດີອາຣະເບຍຄົນໜຶ່ງ ໄດ້ເວົ້າຂຶ້ນມາໃນລັກສະນະຢອກວ່າ: Where is Messi ຫຼືວ່າ ເມັສຊີ່ ຢູ່ໃສແລ້ວ ປຽບເໝືອນວ່າໃນເກມນີ້ ເມັສຊີ່ ຊຸບເປີ້ສະຕາ ເບີ 1 ຂອງ ອາເຈນຕິນາ ບໍ່ສາມາດເຮັດຫຍັງໄດ້ເລີຍ.

ແຕ່ຫຼັງຈາກ ອາເຈນຕິນາ ເສຍຫຼັກໄປໃນເກມນັ້ນ ຕໍ່ມາ ອາເຈນຕິນາ ກໍຄ່ອຍໆເລີ່ມຫຼິ້ນໄດ້ດີຢ່າງຕໍ່ເນື່ອງ ແລະ ຊະນະໄປເລື້ອຍໆ ຈົນສຸດທ້າຍສາມາດຜ່ານເຂົ້າໄປເຖິງ ຮອບຊິງຊະນະເລີດ ພົບກັບທີມຊາດ ຝຣັ່ງ ແລະ ມີໂອກາດທີ່ຈະຄວ້າແຊ້ມໂລກ ຄັ້ງນີ້ໄປຄອງໄດ້ສູງ ໂດຍມີ ເມັສຊີ່ ເປັນຫົວໃຈ ແລະ ຜູ້ຫຼິ້ນຄົນສຳຄັນຂອງທີມ.
ເຮັດໃຫ້ຫຼ້າສຸດ ແຟນບານຊາວຊາອຸດີອາຣະເບຍຄົນດັ່ງກ່າວ ທີ່ເຄີຍເວົ້າໃຫ້ ເມັສຊີ່ ເອົາໄວ້ ໄດ້ປ່ຽນຕົນເອງມາເຊຍທີມຊາດ ອາເຈນຕິນາ ແບບເຕັມຕົວ ເປັນທີ່ຮຽບຮ້ອຍແລ້ວ. ໂດຍໃນພາບວິດີໂອທີ່ຖ່າຍລາວໄດ້ນັ້ນ ພົບເຫັນຊາຍຄົນນັ້ນໃສ່ຜ້າພັນຄໍລາຍ ທຸງຊາດ ອາເຈນຕິນາ ຢູ່ນອກສະໜາມ ໃນເກມທີ່ ອາເຈນຕິນາ ພົບກັບ ທີມຊາດ ໂຄຣເອເຊຍ.

ໂດຍ ແຟນບານຄົນດັ່ງກ່າວໄດ້ກ່າວກັບລາຍການທີ່ໄປຖ່າຍບັນຍາກາດໃນມື້ນັ້ນວ່າ:”ຂ້ອຍເປັນແຟນບານຊາວ ຊາອຸດີອາຣະເບຍ ຄົນທີ່ເຂົ້າໄປຖາມວ່າ “ເມັສຊີ່ຢູ່ໃສ” ແຕ່ຕໍ່ໄປນີ້ຂ້ອຍຈະປ່ຽນມາເຊຍ ອາເຈນຕິນາແລ້ວ ເພາະຂ້ອຍສັນຍາກັບໝູ່ຊາວ ອາເຈນຕິນາ ໄວ້ວ່າ ຖ້າອາເຈນຕິນາຜ່ານເຂົ້າໄປຮອດຮອບຊິງຊະນະເລີດ ຂ້ອຍຈະເຊຍທີມຊາດອາເຈນຕິນາ”.
ໂດຍ ອາເຈນຕິນາ ມີຄິວລົງສະໜາມນັດສຸດທ້າຍ ພົບກັບທີມຊາດ ຝຣັ່ງ ໃນນັດຊິງຊະນະເລີດ ວັນທີ 18 ທັນວາ ເວລາ 22:00 ໂມງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/