ໜ້າຄຸ້ນໆເນາະ! ແຟນບານຊາວ ຊາອຸທີ່ເຄີຍເວົ້າໃຫ້ Messi ຕອນນີ້ກາຍມາເປັນແຟນບານຂອງ ອາເຈນຕິນາ ໄປແລ້ວ

ໜ້າຄຸ້ນໆເນາະ-ແຟນບານຊາວຊາອຸ

ໃນໄລຍະທຳອິດຂອງການແຂ່ງຂັນບານໂລກ 2022 ໄດ້ເກີດເຫດການພິກລັອກຂຶ້ນ ໃນເກມທີ່ ທີມຊາດ ຊາອຸດີອາຣະເບຍ ສາມາດພິກລັອກເອົາຊະນະທີມຊາດ ຂອງ ອາເຈນຕິນາ ໄປໄດ້ 2 ປະຕູຕໍ່ 1 ເຮັດໃຫ້ຫຼັງຈົບເກມໄດ້ມີ ແຟນບານ ຊາອຸດີອາຣະເບຍ ຫຼາຍຄົນ ອອກມາຢອກແຊ້ມໂລກ 2 ສະໄໝ ໄປຕ່າງໆນານາ.

ໜ້າຄຸ້ນໆເນາະ-ແຟນບານຊາວຊາອຸ

ໂດຍມີໜຶ່ງວິດີໂອທີ່ກາຍເປັນທີ່ນິຍົມ ແລະ ຖືກເຜີຍແຜ່ອອກໄປຢ່າງກວ້າງຂວາງ ກໍຄື ມີແຟນບານຊາວ ຊາອຸດີອາຣະເບຍຄົນໜຶ່ງ ໄດ້ເວົ້າຂຶ້ນມາໃນລັກສະນະຢອກວ່າ: Where is Messi ຫຼືວ່າ ເມັສຊີ່ ຢູ່ໃສແລ້ວ ປຽບເໝືອນວ່າໃນເກມນີ້ ເມັສຊີ່ ຊຸບເປີ້ສະຕາ ເບີ 1 ຂອງ ອາເຈນຕິນາ ບໍ່ສາມາດເຮັດຫຍັງໄດ້ເລີຍ.

ໜ້າຄຸ້ນໆເນາະ-ແຟນບານຊາວຊາອຸ

ແຕ່ຫຼັງຈາກ ອາເຈນຕິນາ ເສຍຫຼັກໄປໃນເກມນັ້ນ ຕໍ່ມາ ອາເຈນຕິນາ ກໍຄ່ອຍໆເລີ່ມຫຼິ້ນໄດ້ດີຢ່າງຕໍ່ເນື່ອງ ແລະ ຊະນະໄປເລື້ອຍໆ ຈົນສຸດທ້າຍສາມາດຜ່ານເຂົ້າໄປເຖິງ ຮອບຊິງຊະນະເລີດ ພົບກັບທີມຊາດ ຝຣັ່ງ​ ແລະ ມີໂອກາດທີ່ຈະຄວ້າແຊ້ມໂລກ ຄັ້ງນີ້ໄປຄອງໄດ້ສູງ ໂດຍມີ ເມັສຊີ່ ເປັນຫົວໃຈ ແລະ ຜູ້ຫຼິ້ນຄົນສຳຄັນຂອງທີມ.

ເຮັດໃຫ້ຫຼ້າສຸດ ແຟນບານຊາວຊາອຸດີອາຣະເບຍຄົນດັ່ງກ່າວ ທີ່ເຄີຍເວົ້າໃຫ້ ເມັສຊີ່ ເອົາໄວ້ ໄດ້ປ່ຽນຕົນເອງມາເຊຍທີມຊາດ ອາເຈນຕິນາ ແບບເຕັມຕົວ ເປັນທີ່ຮຽບຮ້ອຍແລ້ວ. ໂດຍໃນພາບວິດີໂອທີ່ຖ່າຍລາວໄດ້ນັ້ນ ພົບເຫັນຊາຍຄົນນັ້ນໃສ່ຜ້າພັນຄໍລາຍ ທຸງຊາດ ອາເຈນຕິນາ ຢູ່ນອກສະໜາມ ໃນເກມທີ່ ອາເຈນຕິນາ ພົບກັບ ທີມຊາດ ໂຄຣເອເຊຍ.

ໜ້າຄຸ້ນໆເນາະ-ແຟນບານຊາວຊາອຸ

ໂດຍ ແຟນບານຄົນດັ່ງກ່າວໄດ້ກ່າວກັບລາຍການທີ່ໄປຖ່າຍບັນຍາກາດໃນມື້ນັ້ນວ່າ:​”ຂ້ອຍເປັນແຟນບານຊາວ ຊາອຸດີອາຣະເບຍ ຄົນທີ່ເຂົ້າໄປຖາມວ່າ “ເມັສຊີ່ຢູ່ໃສ” ແຕ່ຕໍ່ໄປນີ້ຂ້ອຍຈະປ່ຽນມາເຊຍ ອາເຈນຕິນາແລ້ວ ເພາະຂ້ອຍສັນຍາກັບໝູ່ຊາວ ອາເຈນຕິນາ ໄວ້ວ່າ ຖ້າອາເຈນຕິນາຜ່ານເຂົ້າໄປຮອດຮອບຊິງຊະນະເລີດ ຂ້ອຍຈະເຊຍທີມຊາດອາເຈນຕິນາ”.

ໂດຍ ອາເຈນຕິນາ ມີຄິວລົງສະໜາມນັດສຸດທ້າຍ ພົບກັບທີມຊາດ ຝຣັ່ງ ໃນນັດຊິງຊະນະເລີດ ວັນທີ 18 ທັນວາ ເວລາ 22:00 ໂມງ.​

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/