ໄອແລນສັ່ງປັບໃໝ Instagram ເປັນຈໍານວນເງິນ 405 ລ້ານຢູໂຣ ເນື່ອງຈາກບໍ່ປ້ອງກັນຂໍ້ມູນ ແລະ ລະເມີດຄວາມເປັນສ່ວນຕົວເຍົາວະຊົນ

Instagram

6 ກັນຍາ 2022 ສຳນັກຂ່າວ BBC ໄດ້ລາຍງານກໍລະນີທີ່ Instagram ໄດ້ຖືກເອີ້ນປັບໃໝຈາກໜ່ວຍງານກໍາກັບດູແລຂອງປະເທດໄອແລນເປັນຈໍານວນເງິນ 405 ລ້ານຢູໂຣ ຫຼື ປະມານ 6 ພັນຕື້ກີບ ເນື່ອງຈາກຕົວແອັບພິເຄຊັ່ນບໍ່ປ້ອງກັນຂໍ້ມູນ ແລະ ຄວາມເປັນສ່ວນຕົວຂອງເດັກນ້ອຍ.

Instagram

ເຊິ່ງທີ່ຜ່ານມາ ໄອແລນໄດ້ມີການຮຽກຮ້ອງເປັນຈໍານວນຫຼາຍກ່ຽວກັບປະເດັນຂໍ້ມູນຂອງເດັກນ້ອຍ ແລະໃນປີ 2020 ກໍໄດ້ມີການສອບສວນເລີ່ມຂຶ້ນໂດຍມຸ່ງເນັ້ນໄປທີ່ຜູ້ໃຊ້ທີ່ເປັນເດັກອາຍຸລະຫວ່າງ 13 ເຖິງ 17 ປີທີ່ໄດ້ຮັບອະນຸຍາດອັບເກຣດບັນຊີຂອງຕົນເປັນບັນຊີທຸລະກິດເພື່ອເຂົ້າເຖິງເຄື່ອງມືວິເຄາະຕ່າງໆ ເຊັ່ນ: ຈໍານວນການຢ້ຽມຊົມໂປຣຟາຍ ໂດຍບໍ່ຮູ້ວ່າເຮັດໃຫ້ຂໍ້ມູນຂອງຕົນເອງຖືກເປີດເຜີຍຕໍ່ສາທາລະນະ ໂດຍສະເພາະເບີໂທລະສັບ ແລະ ອີເມວ.

Instagram

ທາງດ້ານ Meta ເຈົ້າຂອງ Instagram ໄດ້ເປີດເຜີຍກັບ BBC ວ່າ ທາງບໍລິສັດຈະອຸທອນຄໍາສັ່ງດັ່ງກ່າວ ເຊິ່ງກໍນັບເປັນຄັ້ງທີ 3 ແລ້ວທີ່ທາງບໍລິສັດຖືກ DPC (ສຳນັກງານຄະນະກໍາມະການຄຸ້ມຄອງຂໍ້ມູນຂອງໄອແລນ) ສັ່ງປັບໃໝ ພ້ອມນີ້ເຈົ້າໜ້າທີ່ຂອງ Meta ລະບຸວ່າການສອບສວນຄັ້ງນີ້ ເນັ້ນໄປທີ່ການຕັ້ງຄ່າຟີເຈີແບບເກົ່າ ເຊິ່ງ Instagram ແມ່ນໄດ້ເຮັດການອັບເດດເມື່ອ 1 ປີກ່ອນ ແລະ ຕັ້ງແຕ່ນັ້ນມາກໍໄດ້ອອກຟີເຈີໃໝ່ມາຢ່າງຫຼວງຫຼາຍ ເພື່ອຊ່ວຍໃຫ້ຂໍ້ມູນສ່ວນຕົວຂອງເດັກມີຄວາມປອດໄພ.

Instagram

ນອກຈາກນີ້ Meta ລະບຸວ່າບັນຊີຜູ້ໃຊ້ງານທີ່ອາຍຸຕໍ່າກວ່າ 18 ປີຈະຖືກຕັ້ງຄ່າເປັນສ່ວນຕົວໂດຍອັດຕະໂນມັດຕັ້ງແຕ່ເມື່ອເລີ່ມໃຊ້ງານ Instagram ດັ່ງນັ້ນຈະມີສະເພາະຄົນທີ່ພວກເຂົາຮູ້ຈັກເທົ່ານັ້ນທີ່ສາມາດເຫັນສິ່ງທີ່ພວກເຂົາໂພສ ແລະ ຜູ້ໃຫຍ່ກໍບໍ່ສາມາດສົ່ງຂໍ້ຄວາມເຖິງເຍົາວະຊົນທີ່ບໍ່ຕິດຕາມພວກເຂົາໄດ້. ທັງນີ້ Instagram ຍັງເຜີຍອີກວ່າ ທີ່ຜ່ານມາແມ່ນໄດ້ມີການຮ່ວມມືກັບໜ່ວຍງານກໍາກັບດູແລດ້ານເທັກໂນໂລຢີຂອງໄອແລນຢ່າງເຕັມທີ່ ຕະຫຼອດຮອດການໄຕ່ສວນ ແຕ່ບໍ່ເຫັນດີກັບການຄໍານວນຄ່າປັບໃໝທີ່ມີຈຳນວນສູງເຖິງ 405 ຢູໂຣ ແລະ ພ້ອມຈະເຮັດການຍື່ນອຸທອນຄັດຄ້ານຕໍ່ໄປ.

Instagram

ດ້ານຜູ້ອໍານວນການສະມາຄົມປ້ອງກັນການທາຮຸນນະກຳເດັກແຫ່ງຊາດ ເຊິ່ງເປັນອົງກອນການກຸສົນເພື່ອຄຸ້ມຄອງເດັກຂອງອັງກິດ ກໍໄດ້ອອກມາເວົ້າກ່ຽວກັບປະເດັນດັ່ງກ່າວວ່າ ການສັ່ງປັບໃໝ Instagram ໃນຄັ້ງນີ້ ຊີ້ໃຫ້ເຫັນເຖິງອັນຕະລາຍທີ່ອາດເກີດຂຶ້ນໄດ້ແທ້ຕໍ່ເດັກທີ່ໃຊ້້ Instagram.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ