ເອີ້ນໄດ້ວ່າກາຍເປັນທີ່ເວົ້າເຖິງກັນເກືອບທຸກມື້ ກັບກອງຫຼັງກັບຕັນທີມ ແມນເຊັສເຕີ້ ຢູໄນເຕັດ ຢ່າງ ແຮຣີ່ ແມັກໄກວ ຫຼັງເຈົ້າຕົວເຮັດຜົນງານໄດ້ບໍ່ຄ່ອຍດີກັບທີມຊາດອັງກິດ ແລະ ໄລຍະຫຼັງມາກໍຫຼຸດຈາກຕຳແໜ່ງຕົວຈິງຂອງທີມໄປອີກ, ຫຼ້າສຸດ ແກຣີ່ ເນວິວ ໄດ້ອອກມາແນະນຳໃຫ້ ແຮຣີ່ ແມັກໄກວ ໃຫ້ໄປຫາຈິດຕະແພດ ເພື່ອເພີ່ມຄວາມໝັ້ນໃຈ.
ແກຣີ່ ເນວິວ ອະດີດ ແບັກຂວາໃນຕຳນານຂອງ ແມນເຊັສເຕີ້ ຢູໄນເຕັດ ອອກມາແນະນຳ ແຮຣີ່ ແມັກໄກວ ຜ່ານທາງສະຖານີວິທະຍຸຂອງ BBC ວ່າ: ຂ້ອຍເຄີຍໄປມາແລ້ວ ຕອນທີ່ຂ້ອຍເສຍຄວາມໝັ້ນໃຈ ຂ້ອຍໄປຫາຈິດຕະແພດເພື່ອຊ່ວຍໃຫ້ຂ້ອຍຜ່ານໄລຍະເວລາທີ່ບໍ່ດີເຫຼົ່ານັ້ນໄປໄດ້”

ແກຣີ່ ເນວິວ ກ່າວຕື່ມວ່າ: “ໃນອະນາຄົດ ຟອມຂອງ ແມັກໄກວ ຈະກັບມາ ຂ້ອຍຢາກໃຫ້ລາວເຮັດໃນສິ່ງທີ່ຂ້ອຍເຄີຍເຮັດໃນຕອນນັ້ນ ກໍຄື ແຮຣີ່ ແມັກໄກວ ຕ້ອງໄປຫາໝໍຈິດຕະແແພດ ຢູ່ ແມນເຊັສເຕີ້ ຢູໄນເຕັດ ເພາະບາງເທື່ອນັກເຕະກໍຕ້ອງໄດ້ຮັບການຊ່ວຍເຫຼືອຈາກພາຍນອກເຊັ່ນກັນ”.
ໃນໄລຍະ 1 ອາທິດທີ່ຜ່ານມາ ກັບການແຂ່ງຂັນ ຢູຟ່າ ເນຊັ່ນລີກ ຂອງປະເທດອັງກິດ ແຮຣີ່ ແມັກໄກວ ຖືກຕັ້ງຄຳຖາມເປັນຈຳນວນຫຼາຍຈາກແຟນບານ ເຖິງຟອມການຫຼິ້ນທີ່ບໍ່ຄ່ອຍດີຂອງລາວ ແຕ່ກໍຍັງໄດ້ເປັນຕົວຈິງຂອງທີມຊາດອັງກິດຕະຫຼອດ.

ແຮຣີ່ ແມັກໄກວນັ້ນ ຫຼຸດຈາກສະຖານະການເປັນຕົວຈິງຂອງ ແມນເຊັສເຕີ້ ຢູໄນເຕັດ ນັບຕັ້ງແຕ່ເກມທີ່ ແມນເຊັສເຕີ້ ຢູໄນເຕັດ ບຸກໄປເສຍໃຫ້ ເບັນຟອດ 0 ປະຕູຕໍ່ 4 ໃນໄລຍະຕົ້ນເດືອນສິງຫາທີ່ຜ່ານມາ ຫຼັງຈາກນັ້ນກໍເບີ່ງຄືວ່າ ອະດີດກອງຫຼັງຄ່າຕົວ 80 ລ້ານປອນຄົນນີ້ ຈະຍັງກັບມາສູ່ຟອມທີ່ດີທີ່ສຸດຂອງຕົນເອງບໍ່ໄດ້ເລີຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment