ໃນເທສະການກຸດຈີນ ການຈູດທູບເພື່ອໄຫວ້ບັນພະບຸລຸດນັ້ນຖືເປັນອີກປະເພນີໜຶ່ງ ທີ່ໄດ້ມີການປະຕິບັດສືບຕໍ່ກັນມາແຕ່ດົນນານ ຈົນຮອດປັດຈຸບັນ ແລະ KFC ຮ້ານຂາຍໄກ່ຈືນອັນດັບ 1 ຂອງໂລກ ກໍຂໍນຳກະແສ ໂດຍການຄິດຄົ້ນ “ທູບກິ່ນໄກ່ຈືນ ສູດຜູ້ພັນ” ທີ່ເມື່ອໄດ້ຈູດແລ້ວ ບັນພະບຸລຸດຕ້ອງຢາກກິນໄກ່ຈືນກັນເລີຍ.

ໂດຍ ທູບກິ່ນໄກ່ຈືນ ສູດຜູ້ພັນນີ້ ຈະມີກິ່ນຄືກັບໄກ່ຈືນຂອງ KFC ທີ່ປະສົມໄປດ້ວຍສະໝຸນໄພ 11 ຊະນິດຕາມສູດຂອງ KFC ແລະ ນອກຈາກນີ້ທູບຍັງຖືກອອກແບບໃຫ້ມີຜິວສໍາຜັດທີ່ຄ້າຍຄືກັບ ໄກ່ຈືນຮ້ອນໆ ຕາມແບບສະບັບຂອງໄກ່ຜູ້ພັນ KFC ນຳອີກ.

ໂດຍທູບທັງ 11 ດອກຖືກຜະລິດຂຶ້ນມາຈາກສ່ວນປະສົມທີ່ໄຮ້ສານເຄມີ ກ່ອນຖືກບັນຈຸເຂົ້າມາໃນກ່ອງສີແດງ ພ້ອມມີຕົວອັກສອນຈີນທີ່ຂຽນວ່າ: 春节 (ຊຸນເຈຍ) ຫຼື ທີ່ແປວ່າລະດູໃບໄມ້ປົ່ງ ນັ້ນເອງ.
ໂດຍທາງ KFC ເປີດເຜີຍວ່າ: KFC ຕ້ອງການສ້າງສາຍສຳພັນກັບຄົນຍຸກ Gen Z ຜ່ານວັດທະນະທຳຂອງຄົນໄທເຊື້ອສາຍຈີນ ແລະ ກຸດຈີນແມ່ນໄລຍະເວລາທີ່ເໝາະສົມທີ່ສຸດ ເພາະຈະເປັນໄລຍະທີ່ຊາວ Gen Z ທັງຫຼາຍຈະໄດ້ຢູ່ນຳຄອບຄົວ ແລະ ສະເຫຼີມສະຫຼອງເທສະການດັ່ງກ່າວໄປພ້ອມໆກັນ.
“ທູບກິ່ນໄກ່ຈືນ ສູດຜູ້ພັນ” ຈຶ່ງກາຍເປັນຜະລິດຕະພັນທີ່ເຕັມໄປດ້ວຍຄວາມສ້າງສັນ ທີ່ທາງ KFC ໄດ້ຄິດຄົ້ນຂຶ້ນມາ ແນໃສ່ການສ້າງສາຍສໍາພັນລະຫວ່າງ ແບນຂອງບໍລິສັດ ແລະ ຜູ້ບໍລິໂພກ ທີ່ສ່ວນໃຫຍ່ເປັນຄົນຮຸ່ນໃໝ່ ທີ່ມັກຊອກຫາຄວາມແປກໃໝ່ຢູ່ສະເໝີ.

ແຕ່ຢ່າງໃດກໍຕາມ ເຖິງ “ທູບກິ່ນໄກ່ຈືນ ສູດຜູ້ພັນ” ຈະມີກິ່ນຫອມຫວນຊວນນໍ້າລາຍໄຫຼປານໃດກໍຕາມ ແຕ່ທູບກິ່ນໄກ່ສູດຜູ້ພັນນີ້ ແມ່ນມີໄວ້ສຳລັບຈູດເພື່ອປະກອບພິທີຂາບໄຫວ້ບູຊາ ບັນພະບຸລຸດເທົ່າ ນັ້ນ ບໍ່ສາມາດນຳມາບໍລິໂພກໄດ້ເດີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/