19 ມັງກອນ ວັນປ໊ອບຄອນ


ຮູ້ຫຼືບໍ່ ວັນທີ 19 ມັງກອນ ເປັນວັນປ໊ອບຄອນແຫ່ງຊາດ ຫຼື Popcorn Day ຂອງປະເທດສະຫະລັດອາເມຣິກາ.
ປ໊ອບຄອນ ບໍ່ໄດ້ເປັນພຽງແຕ່ເຂົ້າໜົມທີ່ຫຼາຍຄົນມັກກິນໃນເວລາເບິ່ງຮູບເງົາເທົ່ານັ້ນ ແຕ່ມັນຍັງເປັນເຂົ້າໜົມທີ່ມີວັດທະນະທຳການກິນທີ່ຍາວນານຫຼາຍກວ່າ 5600 ປີມາແລ້ວ. ຕົ້ນກຳເນີດຂອງມັນ ເກີດມາຈາກຊົນເຜົ່າອິນເດຍແດງ (Native American) ໃນສະໄໝກ່ອນ ນອກຈາກນຳມາເປັນອາຫານແລ້ວ ຊາວອິນເດຍແດງຍັງໄດ້ນຳມາເປັນເຄື່ອງປະດັບອີກດ້ວຍ, ໂດຍເອົາຮ້ອຍກັບຫຍ້າເປັນສາຍຄໍ ເຊິ່ງຄົນທີ່ຫ້ອຍໄດ້ຕ້ອງເປັນຫົວໜ້າເຜົ່າ ຫຼື ນັກຮົບເທົ່ານັ້ນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/