ໃຜຊະນະໄດ້ເປັນທີ 1! Elon Musk ທ້າ Mark Zukerberg ຂຶ້ນຊົກ Mark ຕອບກັບ “ສົ່ງສະຖານທີ່ມາເລີຍ”


ກາຍເປັນອີກໜຶ່ງເລື່ອງຮືຮາໃນສັງຄົມໂລກອອນລາຍ ເມື່ອ 2 ເຈົ້າພໍ່ແຫ່ງວົງການເທັກໂນໂລຢີ ແລະ ສື່ສັງຄົມອອນລາຍຢ່າງ ອີລອນ ມັສ ຜູ້ບໍລິຫານ Tesla, Speace X ແລະ ເຈົ້າຂອງ Twitter ໄດ້ລໍຖ້າຊົກກັບອີກ 1 ຕົວພໍ່ຢ່າງ ມາກ ຊັກເກີເບີກ ເຈົ້າຂອງບໍລິສັດ Meta ທີ່ລວມທັງ Facebook, Instagram ແລະ WhatsApp ອີງຕາມການໂພສຕອບໂຕ້ກັນຂອງທັງ 2​ ໃນສື່ສັງຄົມອອນລາຍ. ຂະນະດຽວກັນ ມາກ ຊັກເກີເບີກ ກໍຕອບກັບທັນທີເລີຍວ່າ “ສົ່ງສະຖານທີ່ມາເລີຍ”.

ໂດຍເລື່ອງລາວທັງໝົດເກີດຂຶ້ນເມື່ອວັນອັງຄານທີ 20 ທີ່ຜ່ານມາ ເຊິ່ງເລື່ອງເກີດຂຶ້ນມາຈາກ ອີລອນ ໄດ້ ໂພສຂໍ້ຄວາມກ່ຽວກັບຂ່າວທີ່ວ່າ Facebook ກຳລັງເຮັດການພັດທະນາ ແພລັດຟອມ ທີ່ຄ້າຍກັບ Twitter ມາແຂ່ງກັບຂອງ Elon Musk.

ເຊິ່ງ ອີລອນ ມັສ ໄດ້ໂພສຂໍ້ຄວາມໃນຂ່າວດັ່ງກ່າວວ່າ: “ຂ້ອຍໝັ້ນໃຈວ່າ ໂລກຈະອົດໃຈຖ້າບໍ່ໄຫວແລ້ວ ທີ່ຈະຢູ່ພາຍໃຕ້ອຳນາດຂອງ ມາກ ຊັກເກີເບີກ ໂດຍບໍ່ມີທາງເລືອກອື່ນ. ຢ່າງໜ້ອຍກໍຍັງຈະມີ ສະຕິ ຄິດເລື່ອງນີ້ຢູ່ຈັກໜ້ອຍໜຶ່ງ”. ເຊິ່ງເປັນການເວົ້າໃນລັກສະນະ ສຽດສີ ມາກ ຊັກເກີເບີກ ທີ່ຈະເຮັດການຜູກຂາດ ໃນແພລັດຟອມ ສື່ສັງຄົມອອນລາຍໃນໂລກນີ້.

ຈາກນັ້ນກໍມີຜູ້ໃຊ້ Twitter ລາຍໜຶ່ງເຂົ້າມາຕອບ ອີລອນ ມັສວ່າ: “ເຈົ້າຄວນຈະລະວັງຄຳເວົ້າແນ່ ເພາະອີກຝ່າຍໜຶ່ງເປັນມວຍ ຈູຈິດຊຸ ເດີ້” (ເຊິ່ງເປັນສິລະປະໃນການຕໍ່ສູ້ປະເພດໜຶ່ງ). ເຫັນແນວນັ້ນ ອີລອນ ມັສ ຕອບກັບທັນທີວ່າ: ຂ້ອຍພ້ອມທີ່ຈະຂຶ້ນຊົກໃນກົງ ຖ້າລາວເປັນແທ້”

ເລື່ອງລາວທັງໝົດນີ້ ເບິ່ງຄືຈະເປັນເລື່ອງລາວຢອກກັນມ່ວນໆ ແຕ່ ມາກ ຊັກເກີເບີກ ໄດ້ແຄັບໜ້າຈໍການສົນທະນາຂອງ ອີລອນ ມັສດັ່ງກ່າວ ລົງໃນ Story ຂອງຕົນເອງລົງໃນ Instagram ສ່ວນຕົວ ພ້ອມຂໍ້ຄວາມວ່າ: “ສົ່ງສະຖານທີ່ມາເລີຍ”.

ເລື່ອງລາວຂອງ 2 ມະຫາເສດຖີບໍ່ຈົບເທົ່ານັ້ນ ເພາະໄດ້ມີຜູ້ໃຊ້ Twitter ແຄັບເອົາ Story ຂອງ ມາກ ຊັກເກີເບີກ ໄປໃຫ້ ອີລອນ ມາກສ ເບິ່ງອີກເທື່ອໜຶ່ງ ແລະ ອີລອນ ມັສ ກໍຕອບກັບທັນທີວ່າ: “ຖ້າລາວເວົ້າແທ້ ຂ້ອຍກໍພ້ອມທີ່ຈະຂື້ນຊົກ”

ແຕ່ຢ່າງໃດກໍຕາມ ຄຳຕອບກ່ຽວກັບຄວາມຈິງຈັງໃນການຈັດການຕໍ່ສູ້ນີ້ ມີຫຼາຍປານໃດນັ້ນ The Verge ສຳນັກຂ່າວຕ່າງປະເທດ ໄດ້ຕິດຕໍ່ໄປຫາທາງ Meta ແລະ ຄຳຕອບທີ່ໄດ້ກໍຄື: “ເລື່ອງລາວມັນເວົ້າດ້ວຍຕົວມັນເອງແລ້ວ” ເຊິ່ງກໍຍັງບໍ່ເປັນທີ່ຊັດເຈນວ່າໝາຍຄວາມວ່າແນວໃດກັນແທ້.

ໂດຍໃນໄລຍະທີ່ຜ່ານມາ ທັງ 2 ຄົນນີ້ ເຄີຍມີປະເດັນຖົກຖຽງກັນມາແລ້ວຫຼາຍເທື່ອຕັ້ງແຕ່ ປີ 2016 ໃນກໍລະນີຂອງດາວທຽມລະເບີດ ແລະ ກໍມາໃນເລື່ອງຂອງ AI ທີ່ທັງສອງຄົນມັກຈະກ່າວເຖິງກັນຢູ່ຕະຫຼອດ ເຊິ່ງທາງຝັ່ງຂອງ ອີລອນ ມັສ ຈະຍົກໃຫ້ເຫັນຄວາມເປັນຕາຢ້ານ ແລະ ກັງວົນກ່ຽວກັບ AI ສ່ວນ ມາກ ຊັກເກີເບີກ ຈະຍົກໃຫ້ເຫັນເຖິງຜົນປະໂຫຍດທີ່ຈະໄດ້ຈາກ AI.

ຂອບໃຈຂໍ້ມູນຈາກ: Forbes, Theverge, Twitter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/