ອ້າຍບໍ່ໄດ້ຢູ່ທີມນີ້! Erling Haaland ຢອກແຟນບານເຍົາວະຊົນ ທີ່ໃສ່ເສື້ອແມນຢູມາຂໍຖ່າຍຮູບ ໂດຍການເອົາມືປິດໂລໂກ້ໄວ້


ເອີລິ້ງ ຮາແລນ ດາວເຕະທີມຊາດ ນໍເວ ຜູ້ທີ່ເປັນສ່ວນສຳຄັນໃນການນຳພາ ແມນເຊັສເຕີ້ ຊິຕີ້ ປະສົບຄວາມສຳເລັດກັບ 3 ແຊ້ມ ໃນລະດູການທີ່ຜ່ານມາ ໄດ້ຢອກແຟນບານຮຸ່ນເຍົາວະຊົນທີ່ໃສ່ເສື້ອແມນຢູມາຂໍຖ່າຍຮູບໂດຍການເອົາມືປິດໂລໂກ້ຢູ່ເສື້ອຂອງແຟນບານຕົວນ້ອຍຄົນນັ້ນໄວ້ ແລ້ວຖ່າຍຮູບ.

ໂດຍພາຍຫຼັງຈົບເກມທີ່ ທີມຊາດ ນໍເວ ຂອງ ເອີລິ້ງ ຮາແລນ ເອົາຊະນະ ທີມຊາດ ໄຊປຣັສ ໄປໄດ້ 3 ປະຕູຕໍ່ 1. ໃນຂະນະທີ່ ດາວຍິງອາຍຸ 22 ປີ ກຳລັງຈະອອກຈາກສະໜາມ ໄດ້ມີກຸ່ມແຟນບານມາລໍຖ້າຂໍຖ່າຍຮູບ ແລະ ໃນກຸ່ມນັ້ນ ໄດ້ມີແຟນບານ ຮຸ່ນເຍົາວະຊົນຄົນໜຶ່ງ ໃສ່ເສື້ອສີແດງ ຂອງທີມ ແມນເຊັສເຕີ້ ຢູໄນເຕັດ ເຂົ້າມາຂໍຖ່າຍຮູບນຳ.

ເຊິ່ງແນ່ນອນ ຄວາມຕັ້ງໃຈຂອງແຟນບານຄົນນັ້ນກໍຄົງຈະຢາກຢອກ ເອີລິ້ງ ຮາແລນ ໂດຍການໃສ່ເສື້ອທີມຄູ່ແຂ່ງຮ່ວມເມືອງທີ່ສຳຄັນມາຂໍຖ່າຍຮູບນຳດາວດັງຂອງ ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ.

ແຕ່ຢ່າງໃດກໍຕາມ ແຟນບານຕົວນ້ອຍຄົນນັ້ນກໍຖືກ ຮາແລນ ຢອກຄືນໂດຍການເອົາມືໄປປິດກາໝາຍ ຫຼື ໂລໂກ້ ຂອງສະໂມສອນ ແມນຢູໄວ້ ໃນຂະນະທີ່ທັງສອງຖ່າຍຮູບນຳກັນ. ແຖມຍັງກ່າວຢອກກ່ອນຈາກລາໃນອາລົມຢອກຫົວອີກວ່າ: “ເທື່ອໜ້າລອງປ່ຽນເສື້ອໃສ່ເບິ່ງເດີ້”

ສຳລັບ ເອີລິ້ງ ຮາແລນ ໃນລະດູການທີ່ຜ່ານມາ ຖືວ່າເປັນອີກໜຶ່ງລະດູການທີ່ໄດ້ພິສູດຕົນເອງຢ່າງເຕັມຕົວ ວ່າເຂົານັ້ນພ້ອມກ້າວຂຶ້ນມາເປັນເບີ 1 ​ຂອງໂລກຄົນຕໍ່ໄປແລ້ວ ດ້ວຍຜົນງານ ລົງສະໜາມໄປທັງໝົດ 53 ນັດ ຍິງໄປທັງໝົດ 52 ປະຕູ ພາ ແມນ ຊິຕີ້ ຄວ້າ 3 ແຊ້ມໃນລະດູການດຽວ ເປັນຄັ້ງທຳອິດຂອງປະຫວັດສາດສະໂມສອນ ໄດ້ຢ່າງສວຍງາມ.

ຂອບໃຈຂໍ້ມູນຈາກ: HaytersTV, Transfermarkhet, mainstand

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/