ໃຜຈະຄວ້າ 3 ຄະແນນທຳອິດ! ຮ່ວມເຊຍ ທີມຊາດລາວ ພົບກັບ ທີມຊາດຫວຽດນາມ ມື້ນີ້ ທີ່ສະໜາມກິລາ ຫຼັກ 16

ໃຜຈະຄວ້າ-3-ຄະແນນທຳອິດ-ຮ່ວມເຊຍ

ການແຂ່ງຂັນຊິງແຊ້ມອາຊຽນ ມິດຊູບິຊິ ອີເລັກທຣິກ 2022 ນັດທຳອິດຂອງກຸ່ມ B ກຳລັງຈະເປີດສາກຂຶ້ນຢ່າງເປັນທາງການ ໂດຍນັດທຳອິດ ທີມຊາດລາວຊຸດໃຫຍ່ເຮົາ ຈະລົງສະໜາມ ພົບກັບທີມຊາດ ຫວຽດນາມ ທີ່ວ່າກັນວ່າ ເປັນທີມຊາດທີ່ເຂັ້ມແຂງທີ່ສຸດໃນອາຊຽນ, ວັນທີ 21 ທັນວາ 2022 (ມື້ນີ້) ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ເວລາ 19:30 ນີ້.

ໃຜຈະຄວ້າ-3-ຄະແນນທຳອິດ-ຮ່ວມເຊຍ

ໂດຍການແຂ່ງຂັນນັດນີ້ ເອີ້ນໄດ້ວ່າທີມຊາດລາວນັ້ນ ມີຄວາມພ້ອມ ແລະ ຄວາມໝັ້ນໃຈເຕັມທີ່ ເພື່ອຈະເຮັດຜົນງານໃຫ້ດີທີ່ສຸດ ເຖິງແມ່ນວ່າຈະໄດ້ພົບກັບທີມຊາດຫວຽດນາມ ຕັ້ງແຕ່ນັດທຳອິດກໍຕາມ.

ສຸກອາພອນ ວົງຈຽງຄຳ ກອງກາງຕົວຄວາມຫວັງຂອງທີມຊາດລາວຊຸດນີ້ ໄດ້ໃຫ້ສຳພາດວ່າ: “ດັ່ງທີ່ເຮົາຮູ້ກັນວ່າ ທີມຊາດຫວຽດນາມ ເປັນທີມຊາດທີ່ເຂັ້ມແຂງທີ່ສຸດໃນອາຊຽນ ທີ່ມີທັງຄູເຝິກ ແລະ ນັກເຕະທີ່ດີຢູ່ໃນທີມ ແຕ່ວ່າທີມຊາດລາວເຮົາເອງກໍມີຄວາມໝັ້ນໃຈຢ່າງເຕັມທີ່ ເພາະສະໜາມທີ່ເຮົາຈະລົງໄປນີ້ ມັນແມ່ນແຜ່ນດິນເກີດຂອງພວກເຮົາ ໃຜຈະມາຢາມພວກເຮົາກໍຕ້ອງສູ້”

ໃຜຈະຄວ້າ-3-ຄະແນນທຳອິດ-ຮ່ວມເຊຍ

ສ່ວນທາງດ້ານຂອງ ໄມເຄິນ ໄວສ (Michael Weiss) ຄູເຝິກຊາວ ເຢຍລະມັນ ຂອງທີມຊາດລາວກໍໄດ້ໃຫ້ສຳພາດວ່າ: ທີມຊາດຫວຽດນາມເປັນທີມຊາດທີ່ເຂັ້ມແຂງທັງໃນດ້ານກຳລັງນັກເຕະ ແລະ ລະບົບການຫຼິ້ນ ແຕ່ທີມຊາດລາວເຮົາເອງກໍຈະສູ້ເຕັມທີ່ ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດຂອງທີມພະລັງໜຸ່ມຊຸດນີ້. ໃນໄລຍະທີ່ຜ່ານມາພວກເຮົາບໍ່ໄດ້ນອນຢູ່ເຮືອນລ້າໆ ພວກເຮົາເບິ່ງເກມຂອງພວກເຂົາຢູ່ຕະຫຼອດ ແລະ ສຶກສາຮູບແບບການຫຼິ້ນຂອງພວກເຂົາຢູ່ຕະຫຼອດ, ພວກເຮົາມີການເຝິກຊ້ອມຢູ່ຕະຫຼອດ ເພື່ອຈະປະສົມປະສານລະຫວ່າງນັກເຕະພະລັງໜຸ່ມ ແລະ ນັກເຕະທີ່ມີປະສົບການ ເພື່ອໃຫ້ມີຄວາມລົງຕົວທີ່ສຸດ.

ໃຜຈະຄວ້າ-3-ຄະແນນທຳອິດ-ຮ່ວມເຊຍ

ນອກຈາກນີ້ ໄມເຄິນ ໄວສ ຍັງໄດ້ກ່າວເຖິງ 2 ນັກເຕະປະສົບການສູງທີ່ຈະສາມາດປ່ຽນເກມໄດ້ ຢ່າງ ບີນລີ້ ເກດແກ້ວພົມພອນ ແລະ ສຸກອາພອນ ວົງຈຽງຄຳ ໄວ້ວ່າ: ພວກເຂົາເປັນນັກເຕະທີ່ແຕກຕ່າງ ດ້ວຍຄວາມສາມາດ ການເຄື່ອນຕຳແໜ່ງ ດ້ວຍຈັງຫວະພຽງຈັງຫວະດຽວ ມັນສາມາດປ່ຽນເປັນປະຕູໄດ້ ແລະ ປະສົບການຂອງພວກເຂົາ ຂ້ອຍເຊື່ອວ່າພວກເຂົາຈະເປັນອາວຸດສຳຄັນຂອງພວກເຮົາໃນທີມຊຸດນີ້ໄດ້.

ສຳລັບການແຂ່ງຂັນຄັ້ງນີ້ ທາງສະຫະພັນບານເຕະລາວໄດ້ສົ່ງຜູ້ຫຼິ້ນໄປທັງໝົດ 23 ຊີວິດ ໄດ້ແກ່:

  • ຜູ້ຮັກສາປະຕູປະກອບມີ: ແກ້ວອຸດອນ ສຸວັນນະສັງໂສ; ພູນິນ ໄຊຍະສອນ ແລະ ໄຊສະຫວາດ.
  • ກອງຫຼັງ ປະກອບມີ: ແອັດ ວຽງຄໍາ; ອິນທະຈັກ ສີສຸພັນ; ນະລົງສິດ ຈັນທະລັງສີ;  ພົນສັກ ສີສະຫວາດ; ພຸດທະວົງ ສັງວິໄລ ແລະ ກ້າຫານ ເພັດສີວິໄລ.
  • ກອງກາງ ປະກອບມີ: ພິທັກ ກອງມາທິ; ອານັນຕະຊາ ສີພົງພັນ; ອານຸສອນ ໄຊປັນຍາ; ຈັນທະວີໄຊ ຂຸນທຸມພອນ; ໂຈນີ້ ແຫວນປະເສີດ; ກີ້ດາວອນ ສຸວັນນີ; ມະໂນລົມ ເພັດພັກດີ; ອຸ່ນ ເພັດວົງສາ; ພູວຽງ ພູມສະຫວັດ; ສຸກອາພອນ ວົງຈຽງຄຳ ແລະ ພັດທະນາ ພົມມະເທບ.
  • ສ່ວນກອງໜ້າ ກໍປະກອບມີ: ບີນລີ້ ເກດແກ້ວພົມພອນ; ເອກະໄມ ຣາດຊະຈັກ ແລະ ສຸກພະຈັນ ເລື່ອນທະລາ.
ໃຜຈະຄວ້າ-3-ຄະແນນທຳອິດ-ຮ່ວມເຊຍ

ໂດຍການແຂ່ງຂັນບານເຕະ ຊິງແຊ້ມອາຊຽນ ມິດຊູບິຊິ ອີເລັກທຣິກ ປະຈໍາປີ 2022 ຈັດຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022-16 ມັງກອນ 2023, ເຊິ່ງຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫຼິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍ ຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊິງຊະນະເລີດ.

ຖ້າຖາມວ່າໃນການແຂ່ງຂັນຄັ້ງນີ້ ຈະຕ່າງຫຍັງຈາກຄວາມຜິດຫວັງຄືກັບຄັ້ງກ່ອນໆ ທີ່ຜ່ານມາ ກໍຄົງຕ້ອງບອກວ່າ ນັກເຕະຊຸດນີ້ນັ້ນ ອາດເວົ້າໄດ້ວ່າເປັນຊຸດທີ່ມີຄວາມພ້ອມຫຼາຍທີ່ສຸດ ທັງໃນດ້ານຂອງສະພາບຮ່າງກາຍ ແລະ ປະສົບການທີ່ຫຼາຍຂຶ້ນ ເພາະນັກເຕະສ່ວນໃຫຍ່ໃນຊຸດນີ້ ຕ່າງກໍເຄີຍຜ່ານເວທີໃຫຍ່ໆມາແລ້ວ ແລະ ທີ່ສຳຄັນກໍຄົງຈະແມ່ນຕົວຄູເຝິກ ທີ່ໄດ້ມີການປ່ຽນແປງຈາກຄັ້ງກ່ອນ.

ສຳລັບນັດທີ 2 ຫຼືຕໍ່ໄປ ທີມຊາດລາວມີຄິວພົບກັບ ທີມຊາດມາເລເຊຍ ທີ່ສະໜາມ BUKIT JALIL STADIUM ໃນວັນທີ 24 ທັນວາ 2022 ເວລາ 19:30. ນັດທີ 3 ໃນວັນທີ 27 ທັນວາ 2022 ເວລາ 17:00 ທີມຊາດລາວ ພົບກັບ ທີມຊາດສິງກະໂປ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ແລະ ນັດສຸດທ້າຍຂອງກຸ່ມB ວັນທີ 30 ທັນວາ 2022 ເວລາ 17:00 ທີມຊາດລາວ ພົບກັບ ທີມຊາດມຽນມາ ທີ່ສະໜາມ THUWANNA STADIUM.

ຂອບໃຈຂໍ້ມູນຈາກ: https://bit.ly/3G5wjc5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/