ໃນອະນາຄົດ ນາຍົກລັດຖະມົນຕີ ຈະສ້າງເສດຖະກິດດີຈິຕອນ ແລະ ສ້າງສັງຄົມດີຈິຕອນ

ນາຍົກລັດຖະມົນຕີ

ພິທີເປີດສັບປະດາດິຈິຕອນ ແຫ່ງຊາດ ປະຈຳປີ 2022 ຈັດຂຶ້ນວັນທີ 21 ທັນວາ 2022 ທີ່ ຫໍປະຊຸມແຫ່ງຊາດ ໂດຍມີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເທັກໂນໂລຢີ ແລະ ການສື່ສານ (ກຕສ), ມີຮອງລັດຖະມົນຕີ, ພ້ອມດ້ວຍທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຫົວໜ້າກົມ, ຮອງກົມ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ຮູ້ວ່າ: ສັບປະດາດິຈິຕອນ ປີ 2022 ເປັນ ມະຫາກກຳດິຈິຕອນ ຄັ້ງທໍາອິດ ຂອງປະເທດລາວທີ່ ກຕສ ຮ່ວມກັບບັນດາບໍລິສັດຜູ້ອຸປະຖໍາ, ພ້ອມດ້ວຍບັນດາກະຊວງ, ຂະ ແໜງການ ແລະ ວິສາຫະກິດຕ່າງໆຈັດຂຶ້ນ ເພື່ອສົ່ງເສີມໃຫ້ພາກລັດ, ເອກະຊົນ, ບັນດາບໍລິສັດ ແລະ ນິຕິບຸກຄົນທີ່ປະກອບການດ້ານໄອຊີທີ, ໂທລະຄົມ ແລະ ເທັກໂນໂລຢີດິຈິຕອນ ໄດ້ມີໂອກາດສະແດງຜະລິດຕະພັນ ການບໍລິການ ແລະ ນະວັດຕະກໍາດ້ານດິຈິຕອນ, ພ້ອມນັ້ນ ກໍເພື່ອແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນການພັດທະນາຂະແໜງການເທັກໂນໂລຢີ ແລະ ການສື່ສານ, ທັງເປັນເວທີໃຫ້ຄວາມຮູ້ແກ່ພະນັກງານ-ລັດຖະກອນ, ນັກທຸລະກິດນັກຮຽນ-ນັກສຶກສາ ດ້ວຍການຈັດ ສໍາມະນາ, ການເຝິກອົບຮົມຕ່າງໆ ແລະ ການແຂ່ງຂັນທາງດ້ານດິຈິຕອນ.

ນາຍົກລັດຖະມົນຕີ

ໂອກາດດຽວກັນ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວວ່າ: ປັດຈຸບັນໂລກກໍາລັງກ້າວເຂົ້າສູ່ຍຸກແຫ່ງການປະຕິວັດອຸດສາຫະກໍາຄັ້ງທີ 4 ເຊິ່ງເປັນຍຸກແຫ່ງການນໍາໃຊ້ເທັກໂນໂລຢີດິຈິຕອນ ເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ໃນບັນດາປະເທດຕ່າງໆ, ສະນັ້ນ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ບັນລຸຜົນສໍາເລັດ ແລະ ມີຄວາມຈໍາເປັນຕ້ອງໄດ້ພັດທະນາ ແລະ ນໍາໃຊ້ເທັກໂນໂລຢີທັນສະໄໝທີ່ເອີ້ນວ່າເທັກໂນໂລຢີດິຈິຕອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແນໃສ່ການບໍລິຫານ-ການຄຸ້ມຄອງ ແລະ ການບໍລິການລັດໃຫ້ມີຄວາມໂປ່ງໃສ, ສະດວກ ວ່ອງໄວ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນ ໂດຍສະເພາະ ຕ້ອງນໍາໃຊ້ເທັກໂນໂລຢີດິຈິຕອນ ເຂົ້າມາແກ້ໄຂການເກັບລາຍຮັບຂອງລັດຖະບານ ເພື່ອຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ທີ່ລັດຖະບານໄດ້ຕັ້ງໜ້າດໍາເນີນຢູ່ໃນປັດຈຸບັນ, ການນຳໃຊ້ເທັກໂນໂລຢີດິຈິຕອນ ເຂົ້າໃນທຸກຂົງເຂດວຽກງານ, ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແມ່ນການຫັນເປັນດິຈິຕອນຂອງປະເທດເຮົາໃນ 3 ດ້ານພ້ອມກັນຄື: ຫັນການບໍລິຫານລັດແບບດິຈິຕອນ, ສ້າງເສດຖະກິດດິຈິຕອນ ແລະ ສ້າງສັງຄົມດິຈິຕອນ, ຍ້ອນແນວນັ້ນລັດຖະບານ ຈຶ່ງໄດ້ວາງວິໄສທັດການພັດທະນາເສດຖະກິດດິຈິຕອນ ໄລຍະ 20 ປີ (2021-2040), ແຜນຍຸດທະສາດການພັດທະນາເສດຖະກິດດິຈິຕອນໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ໄລຍະ 5 ປີ (2021-2025) ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ ໃຫ້ປາກົດຜົນເປັນຈິງ.

ນາຍົກລັດຖະມົນຕີ

ໃນງານດັ່ງກ່າວ, ໄດ້ນໍາເອົາຜົນງານການຈັດຕັ້ງປະຕິບັດວິໄສທັດ ການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2140), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ກໍຄື ແຜນພັດທະນາຂະແໜງເທັກໂນໂລຢີ ແລະ ການສື່ສານ 5 ປີ (2021-2025) ມາວາງສະແດງ ໃຫ້ຜູ້ເຂົ້າຊົມທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ເຖິງຜົນສໍາເລັດ ຂອງການພັດະນາທາງດ້ານດິຈິຕອນຢູ່ ສປປ ລາວ ໂດຍຜ່ານການວາງສະແດງຮູບພາບ, ວິດີໂອ, ຊອບແວ, ຮາດແວ ແລະ ຜະລິດຕະພັນທາງດິຈິຕອນຕ່າງໆທີ່ຫລາກຫລາຍ. ນອກຈາກນີ້, ຍັງມີການສະແດງສິນຄ້າ ແລະ ນະວັດຕະກໍາທາງດ້ານດິຈິຕອນ ຫຼາຍກວ່າ 120 ຫ້ອງ ເພື່ອວາງສະແດງຜະລິດຕະພັນ ແລະ ສິນຄ້າຂອງຕົນ, ມີການຈັດສໍາມະນາ, ຝຶກອົບຮົມ ແລະ ອື່ນໆ ເຊິ່ງງານດັ່ງກ່າວຈະດຳເນີນລະຫວ່າງວັນທີ 21-25 ທັນວາ ນີ້.

ນາຍົກລັດຖະມົນຕີ

ຂອບໃຈຂໍ້ມູນຈາກ:

https://bit.ly/3hGKDi2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/