ຕາມຄາດ! ເຈົ້າພາບຊຽງຂວາງຜົນງານໂດດເດັ່ນ ກວາດເອົາ 217 ຫຼຽນ  ຂຶ້ນຄອງເຈົ້າຫຼຽນຄຳ ໃນງານກິລາແຫ່ງຊາດຄັ້ງທີ 11

ຕາມຄາດ!

ຈົບລົງໄປແລ້ວກັບການແຂ່ງຂັນກັນທັງໝົດ 25 ປະເພດກິລາ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ເຊິ່ງຜ່ານການແຂ່ງຂັນມາ ກໍເປັນໄປຕາມຄາດ ທັບນັກກິລາແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການປະກາດສັກດາຄອງເຈົ້າຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຫຼັງກວາດຫຼຽນມາໄດ້ທັງໝົດ 217 ຫຼຽນ ແບ່ງເປັນ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ຂຶ້ນເປັນອັນດັບ 1 ຂອງຕາຕະລາງ.

ໂດຍການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ນີ້ ໄດ້ມີການເລີ່ມການແຂ່ງຂັນກັນມາຕັ້ງແຕ່ວັນທີ 14 ພະຈິກ ຫາ ວັນທີ 21 ທັນວາ ຜ່ານມາ (ພິທີ ເປີດ-ປິດ ກຳນົດວັນທີ 13-22 ທັນວາ 2022) ເຊິ່ງມີ 22 ພາກສ່ວນ, ໃນນັ້ນ ມີ 4 ກະຊວງ, 1 ນະຄອນຫຼວງວຽງຈັນ ແລະ 17 ແຂວງ ມີນັກກິລາຈຳນວນ 3 ພັນກວ່າຄົນ ເຂົ້າຮ່ວມ.

ຕາມຄາດ!

ໂດຍທັງໝົດ 25 ປະເພດກິລາປະກອບມີ: ຍິງປືນ, ລອຍນໍ້າ,  ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກັອບ, ດອກປີກໄກ່, ເທັນນິດ, ລົດຖີບ, ປິ່ງປ່ອງ, ມວຍລາວ, ຢູໂດ ແລະ ວູຊູ.

ຕາມຄາດ!

ໂດຍຜ່ານການແຂ່ງຂັນທັງໝົດ ນັບແຕ່ວັນທີ 14 ພະຈິກ ຫາ ວັນທີ 22 ທັນວາ 2022 ຜົນປາກົດວ່າ:​

ອັນດັບ 1 ຕົກເປັນຂອງ ຊຽງຂວາງ ເຈົ້າພາບ ຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ.

ອັນດັບທີ 2 ຕົກເປັນຂອງທັບນັກກິລານະຄອນຫຼວງວຽງຈັນ ເຈົ້າພາບ ງານກິລາແຫ່ງຊາດ ຄັ້ງທີ 12 ຍາດໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ.

ອັນດັບທີ 3 ກະຊວງປ້ອງກັນປະເທດ ແຊ້ມເກົ່າ ຍາດໄດ້ 51 ຫຼຽນຄຳ, 49 ຫຼຽນເງິນ 36 ຫຼຽນທອງ ລວມ 136 ຫຼຽນ.

ອັນດັບທີ 4 ແຂວງຄຳມ່ວນ 36 ຫຼຽນຄຳ, 26 ຫຼຽນເງິນ ແລະ 47 ຫຼຽນທອງ ລວມ 109 ຫຼຽນ.

ອັນດັບທີ 5 ແຂວງສະຫວັນນະເຂດ 24 ຫຼຽນຄຳ, 32 ຫຼຽນເງິນ ແລະ 37 ຫຼຽນທອງ ລວມ 93 ຫຼຽນ.

ອັນດັບທີ 6 ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 23 ຫຼຽນຄຳ, 17 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 69 ຫຼຽນ.

ອັນດັບທີ 7 ແຂວງຈຳປາສັກ ຍາດໄດ້ 17 ຫຼຽນຄຳ, 21 ຫຼຽນເງິນ ແລະ 31 ຫຼຽນທອງ ລວມ 69 ຫຼຽນ.

ອັນດັບທີ 8 ແຂວງອຸດົມໄຊ ຍາດໄດ້ 15 ຫຼຽນຄຳ, 6 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 32 ຫຼຽນ.

ອັນດັບທີ 9 ແຂວງສາລະວັນ ຍາດໄດ້ 13 ຫຼຽນຄຳ, 13 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 36 ຫຼຽນ.

ອັນດັບທີ 10 ແຂວງຫຼວງພະບາງ ຍາດໄດ້ 12 ຫຼຽນຄຳ, 21 ຫຼຽນເງິນ ແລະ 42 ຫຼຽນທອງ ລວມ 75 ຫຼຽນ.

ອັນດັບທີ 11 ແຂວງໄຊສົມບູນ ຍາດໄດ້ 8 ຫຼຽນຄຳ, 4 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 14 ຫຼຽນ.

ອັນດັບທີ 12 ແຂວງວຽງຈັນ ຍາດໄດ້ 7 ຫຼຽນຄຳ, 6 ຫຼຽນເງິນ ແລະ 26 ຫຼຽນທອງ ລວມ 39 ຫຼຽນ.

ອັນດັບທີ 13 ແຂວງບໍລິຄຳໄຊ ຍາດໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ ລວມ 20 ຫຼຽນ.

ອັນດັບທີ 14 ແຂວງຫົວພັນ ຍາດໄດ້ 5 ຫຼຽນຄຳ, 8 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 20 ຫຼຽນ.

ອັນດັບທີ 15 ແຂວງເຊກອງ ຍາດໄດ້ 4 ຫຼຽນຄຳ, 9 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 26 ຫຼຽນ.

ອັນດັບທີ 16 ແຂວງອັດຕະປື ຍາດໄດ້ 4 ຫຼຽນຄຳ, 4 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 12 ຫຼຽນ.

ອັນດັບທີ 17 ກະຊວງພະລັງງານ ແລະ ບໍ່ແຮ່ ຍາດໄດ້ 3 ຫຼຽນຄຳ, 12 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 25 ຫຼຽນ.

ອັນດັບທີ 18 ແຂວງບໍ່ແກ້ວ ຍາດໄດ້ 3 ຫຼຽນຄຳ, 7 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 23 ຫຼຽນ.

ອັບດັບທີ 19 ແຂວງຜົ້ງສາລີ ຍາດໄດ້ 3 ຫຼຽນຄຳ, 4 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 8 ຫຼຽນ.

ອັນດັບທີ 20 ແຂວງຫຼວງນ້ຳທາ ຍາດໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 14 ຫຼຽນ.

ອັນດັບທີ 21 ກະຊວງສາທາລະນະສຸກ ຍາດໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 10 ຫຼຽນ.

ອັນດັບທີ 22 ແຂວງໄຊຍະບູລີ ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 10 ຫຼຽນ.

ຕາມຄາດ!

ສຳລັບງານມະຫະກຳກິລາແຫ່ງຊາດຄັ້ງ 12 ຫຼື ຄັ້ງຕໍ່ໄປ ແມ່ນນະຄອນຫລວງວຽງຈັນ ຈະໄດ້ຮັບກຽດເປັນເຈົ້າພາບ ເບື້ອງຕົ້ນຄາດວ່າຈະຈັດຂຶ້ນໃນປີ 2025 ໂດຍຈະເລືອກເອົາປະຕູໄຊເປັນສັນຍະລັກ, ເຊີ່ງປະຕູໄຊໝາຍເຖິງໄຊຊະນະ ແລະ ການແຂ່ງຂັນກິລາແຕ່ລະປະເພດຕ້ອງມີໄຊຊະນະ. ນອກຈາກນີ້ ຈະເລືອກເອົານົກຍູງເປັນສັດນໍາໂຊກ ເນື່ອງຈາກເປັນສັດທີ່ສວຍງາມ ແລະ ເປັນສັດທີ່ໃກ້ຈະສູນພັນ, ສັດດັ່ງກ່າວຍັງມີຢູ່ບ້ານນາຄັນທຸງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ລູກຫຼານ ກໍຄື ຄົນຮຸ່ນຫຼັງໄດ້ເຫັນ ແລະ ຮັບຮູ້ເຖິງຄວາມເປັນມາຂອງນົກຍູງຢູ່ນະຄອນຫຼວງວຽງຈັນ.

ຕາມຄາດ!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/