ໃນອະນາຄົດ ຈະສ້າງທາງລົດໄຟເຊື່ອມຕໍ່ ຈີນ-ລາວ-ໄທ ເພື່ອໃຫ້ສາມາດເຊື່ອມທາງລົດໄຟເຖິງ ມາເລເຊຍ-ສິງກະໂປ ແລະ ຂະບວນລົດໄຟຈີນ-ເອີຣົບ


ການສ້າງທາງລົດໄຟລາວ-ຈີນ ໄດ້ຮັບການຊີ້ນຳ ແລະ ຈາກການນຳຂັ້ນສູງສອງຝ່າຍຢ່າງແຂງແຮງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ແລກປ່ຽນຄວາມຄິດເຫັນກັບຜູ້ນຳສູງສຸດຂອງ ສປປ ລາວຫຼາຍຄັ້ງ, ທ່ານໄດ້ເອົາໃຈໃສ່ດ້ວຍຕົນເອງ ແລະ ວາງແຜນລວມໂດຍກົງ, ພ້ອມທັງໄດ້ຮຽກຮ້ອງໃຫ້ “ຮັບປະກັນການສ້າງທາງລົດໄຟ ລາວ-ຈີນ ໃຫ້ສາມາດດຳເນີນໄປໄດ້ຢ່າງສະດວກ” , ມີວິໄສທັດເບິ່ງກວ້າງໄກ ແລະ ວາງແຜນລ່ວງໜ້າໂດຍກ່າວເນັ້ນວ່າ ຕ້ອງ “ເປີດກວ້າງຂອບເຂດຜົນປະໂຫຍດ ແລະບົດບາດທີ່ເປັນແບບຢ່າງຂອງໂຄງການທາງລົດໄຟລາວ-ຈີນ ແລະ ໂຄງການອື່ນໆທີ່ສຳຄັນ” ເຊິ່ງເປັນການວາງທິດທາງພື້ນຖານ ແລະໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານສ້າງທາງລົດໄຟລາວ-ຈີນ.

ພາຍໃຕ້ການຊີ້ນຳດ້ານຍຸດທະສາດຂອງການນຳຂັ້ນສູງສອງປະເທດ, ພາກສ່ວນ ແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຂອງລາວ ແລະຈີນ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ວາງນະໂຍບາຍພິເສດສຳລັບວຽກງານພິເສດ, ເປີດ “ຊ່ອງທາງວ່ອງໄວ” ສຳລັບບຸກຄະລາກອນ ແລະ “ຊ່ອງທາງສີຂຽວ” ສຳລັບສິນຄ້າ ເພື່ອຮັບປະກັນໃຫ້ໂຄງການກໍ່ສ້າງດັ່ງກ່າວສາມາດດຳເນີນໄປຢ່າງສະດວກພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

ສະພາບທໍລະນີສາດ ແລະ ພູມສັນຖານຕາມແລວທາງລົດໄຟລາວ-ຈີນມີຄວາມສັບສົນ, ຢູ່ທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ, ຂົວ ແລະ ອຸມົງໄດ້ກວມເອົາຫຼາຍກວ່າ 62% ຂອງໄລຍະທາງທັງໝົດ. ໃນນັ້ນ, ອຸມົງທີ່ຍາວ 5 ກິໂລແມັດຂຶ້ນໄປມີ 10 ແຫ່ງ, ຂົວທີ່ຍາວ 500 ແມັດຂຶ້ນໄປມີ 32 ແຫ່ງ, ໃນນັ້ນມີຂົວຂ້າມແມ່ນ້ຳຂອງສອງແຫ່ງ. ຜູ້ກໍ່ສ້າງທັງຫຼາຍໄດ້ຜ່ານຜ່າຂີດຈຳກັດຂອງເງື່ອນໄຂທຳມະຊາດ ແລະໄດ້ສ້າງ ທາງລົດໄຟລາວ-ຈີນສຳເລັດຕາມມາດຕະຖານສູງ ແລະຄຸນະພາບສູງ ທັງຮັບປະກັນໃຫ້ໂຄງການດັ່ງກ່າວມີຄຸນະພາບດີກວ່າໂຄງການອື່ນ, ນີ້ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການເປີດບໍລິການທາງລົດໄຟລາວ-ຈີນໂດຍໄວ ກໍຄືການໃຫ້ບໍລິການເປັນໄລຍະຍາວນານ.

ເນື່ອງຈາກວ່າທາງລົດໄຟລາວ-ຈີນເປັນໂຄງການຮ່ວມມືທີ່ສຳຄັນລະຫວ່າງລາວກັບຈີນ, ທັງເປັນຈຸດໃຈກາງທີ່ສຳຄັນຂອງເຄືອຂ່າຍເສັ້ນທາງຂອງພາກພື້ນ, ມີຄວາມໝາຍສຳຄັນຕໍ່ການຍົກສູງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງລາວ-ຈີນ ກໍຄືການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ. ສະນັ້ນ, ລັດຖະບານຂອງສອງປະເທດຈຶ່ງໄດ້ສະໜັບສະໜູນການສ້າງໂຄງການດັ່ງກ່າວຢ່າງຕັ້ງໜ້າ. ສ່ວນຜູ້ກໍ່ສ້າງໂຄງການດັ່ງກ່າວຕົ້ນຕໍກໍແມ່ນວິສາຫະກິດຂອງສອງປະເທດຕະຫຼອດ ແລະຜູ້ດຳເນີນທຸລະກິດກໍເປັນວິສາຫະກິດເຊັ່ນກັນ. ສະນັ້ນ, ວິສາຫະກິດຂອງສອງປະເທດລາວແລະຈີນ ຕ້ອງເສີມຂະຫຍາຍບົດບາດຂອງວິສາຫະກິດໃນຖານະທີ່ເປັນພາກສ່ວນສຳຄັນ, ໃຫ້ບໍລິການຕາມຫຼັກການທຸລະກິດ ແລະ ກົດເກນຕະຫຼາດ ພາຍໃຕ້ການຊີ້ນຳ ແລະການສະໜັບສະໜູນຂອງລັດຖະບານສອງປະເທດ.

ໃນດ້ານແນວຄິດລວມ, ສອງຝ່າຍຄວນຍຶດໝັ້ນການກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນຂອງລາວ, ຖືເອົາທາງລົດໄຟລາວ-ຈີນເປັນພື້ນຖານ, ວາງແຜນດ້ານການເຊື່ອມໂຍງເຊື່ອມຈອດກັນ ແລະ ການຮ່ວມມືດ້ານຄວາມສາມາດການຜະລິດແລະການລົງທຶນ, ສົ່ງເສີມການກໍ່ສ້າງແລວທາງເສດຖະກິດລາວ-ຈີນ, ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນຢ່າງມີຄຸນະພາບສູງ.

ບົນພື້ນຖານແນວຄິດດັ່ງກ່າວ, ວິສາຫະກິດຂອງສອງປະເທດສາມາດຊຸກຍູ້ວຽກງານການໃຫ້ບໍລິການໃນດ້ານດັ່ງລຸ່ມນີ້:

ໜຶ່ງ, ພະຍາຍາມເຮັດໃຫ້ໂຄງການເຊື່ອມຕໍ່ທາງລົດໄຟລາວ-ໄທສຳເລັດໂດຍໄວໃນປີໜ້າ ແລະເລີ່ມຄົ້ນຄວ້າການສ້າງທາງລົດໄຟເຊື່ອມຕໍ່ຈີນ-ລາວ-ໄທ ເພື່ອໃຫ້ສາມາດເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟໄປເຖິງມາເລເຊຍ-ສິງກະໂປຢູ່ທິດໃຕ້ ແລະ ຂະບວນລົດໄຟຈີນ-ເອີຣົບຢູ່ທິດເໜືອ, ເພື່ອເຮັດໃຫ້ທາງລົດໄຟລາວ-ຈີນສາມາດແລ່ນຜ່ານພູ, ແມ່ນ້ຳ ແລະເຊື່ອມໂຍງກັບທະເລ, ເຮັດໃຫ້ຈຸດອ່ອນທີ່ “ບໍ່ມີທາງອອກສູ່ທະເລ” ຂອງປະເທດລາວ ກາຍເປັນທ່າແຮງທີ່ເປັນ “ຈຸດໃຈກາງ”.

ສອງ, ເລັ່ງລັດການພັດທະນາແບບສັງລວມຂອງເຂດທີ່ຢູ່ລຽບຕາມທາງລົດໄຟລາວ-ຈີນ, ກະຕຸກຊຸກຍູ້ການຂົນສົ່ງຜູ້ໂດຍສານ, ການຂົນສົ່ງສິນຄ້າ ແລະ ການລົງທຶນພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງສຸດຂີດ, ເພີ່ມພະລັງແຮງໃຫ້ແກ່ການຟື້ນຟູເສດຖະກິດຂອງລາວ ແລະການຮ່ວມມືລາວ-ຈີນ.

ສາມ, ເພີ່ມການບໍລິການຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ. ໃນໄລຍະກໍ່ສ້າງທາງລົດໄຟລາວ-ຈີນ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນໃນປະເທດລາວຫຼາຍກວ່າ 110.000 ຄົນ, ໄດ້ຊ່ວຍຊາວບ້ານທີ່ຢູ່ລຽບຕາມທາງລົດໄຟ, ກໍ່ສ້າງຫົນທາງ ແລະ ຮ່ອງນ້ຳເກືອບ 2.000 ກິໂລແມັດ. ໃນໄລຍະດຳເນີນທຸລະກິດ ແລະພັດທະນາໃນຕໍ່ໜ້າ, ສອງຝ່າຍຕ້ອງສືບຕໍ່ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນທົ່ວໄປ ເພື່ອສະແດງໃຫ້ເຫັນເຖິງເນື້ອໃນຈິດໃຈຂອງຄູ່ຮ່ວມຊະຕາກຳລາວ-ຈີນ ດ້ວຍການກະທຳຕົວຈິງ.

ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ສະເໜີອອກມາວ່າ: ຈະຍຶດໝັ້ນການເອົາໃຈໃສ່ນຳຊະຕາກຳຂອງໂລກ ໂດຍກ່າວເນັ້ນເຖິງການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ ເຊິ່ງໄດ້ກາຍເປັນທວນໄຟເຍືອງທາງທີ່ສະຫວ່າງສະໄຫວໃຫ້ກັບກະແສຟອງຂອງຍຸກສະໄໝ ແລະ ທິດກ້າວເດີນຂອງມວນມະນຸດ. ພວກເຮົາຄວນຫັນເອົາການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງນີ້ກາຍມາເປັນພະລັງຊຸກດັນ ເພື່ອຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນປະສົບກັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ, ສຸມຄວາມພະຍາຍາມຢ່າງບໍ່ລົດລະ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊະຕາກຳຂອງມວນມະນຸດ.

ເວົ້າສຳລັບການສ້າງທາງລົດໄຟລາວ-ຈີນທີ່ສຳເລັດ ແລະ ເປີດນຳໃຊ້ແລ້ວ, ໃນຖານະເປັນຜົນສຳເລັດຕົວຈິງໃນການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ, ໄດ້ນຳເອົາຄວາມຄິດທີ່ມີຜົນປະໂຫຍດມາໃຫ້ພວກເຮົາ, ນັ້ນກໍຄື: ສອງຝ່າຍຄວນສຸມໃສ່ການເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມເນື້ອໃນໃໝ່ເຂົ້າໃນການຮ່ວມກັນສ້າງຄູ່ຮ່ວມຊະຕາກຳຈີນ-ລາວ, ຈັບມືກັນພັດທະນາພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຕົນ. ສຳລັບເລື່ອງນີ້, ພວກເຮົາຍິນດີຝ່າຍລາວຢ່າງສົມເຫດສົມຜົນ, ພິຈາລະນາ ແລະ ຊ່ວຍຝ່າຍລາວຍົກຄວາມສາມາດດ້ານການພັດທະນາດ້ວຍຕົນເອງໃຫ້ສູງຂຶ້ນ ແລະ ຍົກສູງລະດັບການຮ່ວມມືຕົວຈິງລະຫວ່າງຈີນແລະລາວ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍພິຈາລະນາເຖິງລະດັບການພັດທະນາ ແລະ ສະພາບຕົວຈິງຂອງຝ່າຍລາວ.

ພຶດຕິກຳໃນການປະຕິຮູບ ແລະ ການພັດທະນາຂອງຈີນໄດ້ບອກພວກເຮົາວ່າ: ຖ້າຢາກຮັ່ງມີຂຶ້ນ, ຕ້ອງສ້າງທາງໄປກ່ອນ. ພວກເຮົາບໍ່ພຽງແຕ່ໄດ້ຮ່ວມກັນສ້າງທາງລົດໄຟທີ່ທັນສະໄໝສາຍທຳອິດໃຫ້ລາວເທົ່ານັ້ນ, ຍັງໄດ້ສ້າງທາງດ່ວນສາຍທຳອິດໃຫ້ກັບປະເທດລາວເຊັ່ນກັນ ແລະ ໄດ້ຊຸກຍູ້ໃຫ້ປະເທດລາວບັນລຸຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດ”. ນ້ຳມັນເຊື້ອໄຟແມ່ນເສັ້ນເລືອດຂອງອຸດສາຫະກຳ, ໃນໄລຍະສຳຄັນທີ່ປະເທດລາວຊຸກຍູ້ການຫັນເປັນອຸດສາຫະກຳ, ພວກເຮົາຍິນດີຮ່ວມມືກັບຝ່າຍລາວກໍ່ສ້າງໂຮງງານກັ່ນນ້ຳມັນທັນສະໄໝແຫ່ງທຳອິດ ແລະ ໃຫ້ໂຮງງານແຫ່ງນີ້ດຳເນີນງານໄປດ້ວຍດີ ເພື່ອປ່ຽນແປງປະຫວັດສາດທີ່ປະເທດລາວນຳເຂົ້ານ້ຳມັນສຳເລັດຮູບມາຈາກຕ່າງປະເທດທັງໝົດ. ປະເທດລາວແມ່ນ “ໝໍ້ໄຟຂອງອາຊີຕາເວັນອອກສຽງໃຕ້”, ແຕ່ຍ້ອນວ່າລະບົບເຄືອຂ່າຍໄຟຟ້າຂອງປະເທດລາວຍັງບໍ່ທັນທັນສະໄໝພຽງພໍແລ້ວເຮັດໃຫ້ເກີດມີການສິ້ນເປືອງພະລັງງານໄຟຟ້າຢ່າງຫຼວງຫຼາຍ. ພວກເຮົາຍິນດີຕັ້ງໜ້າເຈລະຈາ ແລະ ຮ່ວມມືກັບຝ່າຍລາວ ເພື່ອສ້າງເຄືອຂ່າຍໄຟຟ້າລະດັບຊາດ, ລຶບລ້າງ “ອຸປະສັກ” ເພື່ອສ້າງ “ໝໍ້ໄຟ” ເປັນ “ຊັບສົມບັດ”.

ປັດຈຸບັນ, ຊັບພະຍາກອນກະສິກຳຂອງປະເທດລາວຍັງບໍ່ທັນໄດ້ຮັບການພັດທະນາຢ່າງເຕັມສ່ວນ ແລະ ປອດໄພ, ພວກເຮົາຍິນດີຮ່ວມກັບຝ່າຍລາວ ເພື່ອສຸມໃສ່ຊຸກຍູ້ການຮ່ວມມືສົ່ງງົວພັນຊີ້ນເຂົ້າປະເທດຈີນ, ຫັນເອົາທ່າແຮງດ້ານຊັບພະຍາກອນທຳມະຊາດຂອງລາວກາຍມາເປັນທ່າແຮງດ້ານການສ້າງຄວາມຮັ່ງມີ. ແນ່ນອນແລ້ວ, ການຮ່ວມມືແບບນີ້ກໍຈະຊຸກຍູ້ການສົ່ງອອກປັດໄຈການຜະລິດຕ່າງໆຂອງຈີນ ເຊັ່ນ: ເຕັກນິກຈີນ, ອຸປະກອນຈີນ ແລະ ອື່ນໆ ເຊິ່ງຈະບັນລຸ “ການສົ່ງອອກ” ແບບກວມລວມ, ທັງສອດຄ່ອງກັບກົດເກນການຕະຫຼາດ, ທັງໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບລາວ-ຈີນ.

ສະຫຼຸບແລ້ວກໍແມ່ນ: ພວກເຮົາຍິນດີຮ່ວມກັບຝ່າຍລາວພະຍາຍາມຢ່າງບໍ່ລົດລະ ເພື່ອຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນແຕກໜໍ່ຈໍ່ແໜງ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດນັບມື້ນັບຫຼາຍຂຶ້ນ.

ຂອບໃຈຂໍ້ມູນຈາກ: https://bit.ly/3IcWHj8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/