ເກີດເຫດໄລ່ຍິງໃນໂຮງຮຽນ Oxford ມີຜູ້ເສຍຊີວິດ 4 ຄົນ ຜູ້ຕ້ອງຫາແມ່ນນັກຮຽນອາຍຸ 15 ປີ ໄດ້ຮັບໂທດແບບຜູ້ໃຫຍ່


ທີ່ໂຮງຮຽນມັດທະຍົມ Oxford, ລັດ Michigan, ສະຫະລັດອາເມຣິກາ ໄດ້ເກີດເຫດໄລ່ຍິງເມື່ອວັນທີ 1 ທັນວາທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນຄື Tate Myre ອາຍຸ 16 ປີ, Madisyn Baldwin ອາຍຸ 17 ປີ, Hana St Juliana ອາຍຸ 14 ປີ ແລະ Justin Shilling ອາຍຸ 17 ປີ. ຜູ້ກໍ່ເຫດແມ່ນນັກຮຽນຈາກສະຖານສຶກສາດັ່ງກ່າວຊື່ວ່າ ອີທານ ຄຣັມລີ ອາຍຸ 15 ປີ. ຫຼັງຈາກຖືກຈັບກຸມ ອີທານຂໍຍື່ນອຸທອນວ່າບໍ່ມີຄວາມຜິດ. ແຕ່ໃນວັນພຸດທີ່ຜ່ານມາ, ສານຕັດສິນບຸກຄົນດັ່ງກ່າວຈະໄດ້ຮັບໂທດແບບຜູ້ໃຫຍ່.

ທາງຕຳຫຼວດກຳລັງສືບຫາແຮງຈູງໃຈຂອງຜູ້ກໍ່ເຫດ ເຊິ່ງພວກເຂົາໄດ້ໃຫ້ປາກຄຳວ່າ ໄວໜຸ່ມຜູ້ນີ້ບໍ່ເຄີຍເປັນຈຸດສົນໃຈໃນການກໍ່ຄະດີດັ່ງກ່າວ ແລະ ບໍ່ມີຫຼັກຖານວ່າຜູ້ກ່ຽວເຄີຍຖືກຂົ່ມເຫັງຈາກໝູ່ເພື່ອນມາກ່ອນ. ພ້ອມທັງເສີມຂຶ້ນວ່າທາງໂຮງຮຽນໄດ້ເອີ້ນພໍ່ແມ່ຂອງ ອີທານມາກ່ອນຈະເກີດເຫດໄລ່ຍິງພຽງບໍ່ເທົ່າໃດຊົ່ວໂມງ ໂດຍກ່າວວ່າການປະພຶດຕົນໃນຫ້ອງຮຽນຂອງອີທານນັ້ນໜ້າກັງວົນ.

ຫຼັງຈາກໄດ້ຍິນສຽງປືນ, ບັນດານັກຮຽນຕ່າງກໍໄດ້ປະຕິບັດການປ້ອງກັນຕາມທີ່ເຄີຍຝຶກຊ້ອມໄວ້ ໂດຍຫາສິ່ງຂອງມາບັງ ແລະ ລັອກປະຕູ ພ້ອມທັງພະຍາຍາມໂທແຈ້ງຕຳຫຼວດກວ່າ 100 ສາຍ. ພວກເຂົາຈັບສິ່ງໃກ້ຕົວມາເປັນອາວຸດເພື່ອປ້ອງກັນ. ຕໍ່ມາກໍໄດ້ຍິນສຽງຈາກນອກຫ້ອງໂດຍອ້າງວ່າເປັນເຈົ້າໜ້າທີ່ສຳນັກງານເຂດ, ຮ້ອງບອກພວກເຂົາວ່າທຸກຢ່າງຮຽບຮ້ອຍແລ້ວ ໃຫ້ອອກມາໄດ້ ເຊິ່ງສະຖານະການດັ່ງກ່າວນີ້ແມ່ນຖືກບັນທຶກໄວ້ທັງໝົດໃນວິດີໂອຂອງນັກຮຽນໃນຫ້ອງ. ແຕ່ອາຈານທີ່ຢືນຢູ່ປະຕູນັ້ນມີສະຕິແລ້ວຕອບກັບໄປວ່າ “ພວກເຮົາບໍ່ຢາກສ່ຽງອອກໄປຕອນນີ້ເທື່ອ” ຫຼັງຈາກນັ້ນ, ຕົວອາຈານກໍໄດ້ສົ່ງສັນຍານໃຫ້ນັກຮຽນໜີອອກຈາກຫ້ອງຜ່ານປ່ອງຢ້ຽມ ຂ້າມສວນໄປທີ່ຕຶກອີກຟາກໜຶ່ງ. ເຊິ່ງ 2-3 ນາທີຕໍ່ມາ ກອງກຳລັງຕຳຫຼວດກໍໄດ້ມາຮອດ ແລະ ຈັບກຸມຜູ້ຕ້ອງຫາໄດ້ຢ່າງປອດໄພ.

ຕໍ່ມາທາງທີມສືບສວນໄດ້ໃຫ້ຂໍ້ມູນວ່າພົບອາວຸດປືນທີ່ອີທານກະກຽມໄວ້ໃນຫ້ອງນ້ຳ ເຊິ່ງມັນຖືກລົງທະບຽນວ່າເປັນຂອງພໍ່ລາວໃນວັນສຸກຜ່ານມາ. ຈາກນັ້ນລາວກໍຍ່າງຕາມທາງພ້ອມຍິງປືນໄປທົ່ວກວ່າ 30 ນັດ. ຕົວໂຮງຮຽນນັ້ນມີນັກຮຽນຢູ່ປະມານ 1,700 ຄົນ. ໜຶ່ງໃນເຫຍື່ອທີ່ເສຍຊີວິດ, Tate Myre ເປັນນັກກິລາ American Football ຂອງໂຮງຮຽນ ພະຍາຍາມຍາດປືນຈາກຜູ້ກໍ່ເຫດ.

ຜ່ານການກວດສອບ, ທາງໄອຍະການ Karen McDonald ກ່າວວ່າມີຫຼັກຖານທາງດິຈິຕອນຢ່າງໜາແໜ້ນ ທີ່ສະແດງໃຫ້ເຫັນວ່າຜູ້ຕ້ອງຫາໄດ້ມີການກະກຽມ ແລະ ໄຕ່ຕອງລ່ວງໜ້າກ່ອນລົງມື. ໜຶ່ງໃນນັ້ນແມ່ນວິດີໂອຂອງຜູ້ກໍ່ເຫດໃນຄືນກ່ອນການໄລ່ຍິງ ທີ່ລາວໄດ້ມີການເວົ້າເຖິງການສັງຫານນັກຮຽນ. ດ້ວຍເຫດນັ້ນເອງ, ທາງໄອຍະການ ໄດ້ມີການໃຫ້ຜູ້ກ່ຽວຮັບໂທດແບບຜູ້ໃຫຍ່ ໂດຍຕັ້ງຂໍ້ຫາ 4 ຂໍ້ເປັນການຂ້າຜູ້ອື່ນໂດຍເຈດຕະນາ, 7 ຂໍ້ຫາໃນການໂຈມຕີໂດຍຕັ້ງໃຈຂ້າ, ແລະ 12 ຂໍ້ຫາໃນການມີອາວຸດປືນມາຄອບຄອງ.

ອີທານຈະຖືກຍ້າຍຈາກສູນກັກກັນເຍົາວະຊົນໄປທີ່ຄຸກໃນເຂດປົກຄອງທ້ອງຖິ່ນ ແລະ ປະຕິເສດຈະໃຫ້ຄຳໃຫ້ການແກ່ເຈົ້າໜ້າທີ່.

ນອກຈາກນີ້ ທາງເຈົ້າໜ້າທີ່ກຳລັງພິຈາລະນາໃຫ້ໂທດພໍ່ແມ່ຂອງອີທານ, ຂໍ້ຫາມີອາວຸດປືນໄວ້ໃນຄອບຄອງແຕ່ບໍ່ເກັບຮັກສາໄວ້ສະຖານທີ່ປອດໄພ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/