ໂຮງງານແປຮູບໄກ່ CP Vietnam ເປັນໂຮງງານທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ເນັ້ນສົ່ງອອກໄປຍີ່ປຸ່ນ 60%

CP Vietnam

ໂຮງງານແປຮູບໄກ່ CP Vietnam ເປັນໂຮງງານທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ເນັ້ນສົ່ງອອກໄປຍີ່ປຸ່ນ 60% ທີ່ຫຼາຍຄົນຄົງຄຸ້ນຫູ ແລະ ຄຸ້ນຕາ. ເພາະ CP ເປັນໂຮງງານແປຮູບໄກ່ ໃຫຍ່ທີ່ສຸດກໍແມ່ນຢູ່ທີ່ ສສ ຫວຽດນາມ ເຊິ່ງເປັນໂຮງງານທີ່ໃຫຍ່ທີ່ສຸດໃນເອເຊຍຕາເວັນອອກສຽງໃຕ້ເລີຍກໍວ່າໄດ້.

ບໍລິສັດ CPV Food Co., Ltd. ເຊິ່ງເປັນບໍລິສັດໃນເຄືອ CP Vietnam Corporation ໄດ້ລົງທຶນກໍ່ສ້າງໂຮງງານແປຮູບໄກ່ຄົບວົງຈອນໃຫຍ່ທີ່ສຸດໃນເອເຊຍຕາເວັນອອກສຽງໃຕ້ ໃນສວນອຸດສາຫະກຳ Becamex Binh Phuong ແຂວງ Binh Phuoc ດ້ວຍເງິນລົງທຶນ 250 ລ້ານໂດລາ. ໂຮງງານນີ້ ຜະລິດໄກ່ແປຮູບ ເຖິງ 5.000 ໂຕນຕໍ່ເດືອນ ແລະ ຈ້າງພະນັກງານ 2.500 ຄົນ ໂດຍຈະໃຊ້ເປັນຖານການຜະລິດຊີ້ນໄກ່ແປຮູບເພື່ອສົ່ງອອກໄປຫຼາຍກວ່າ 20 ປະເທດ ເຊິ່ງອັດຕາສ່ວນໃນການສົ່ງອອກໄປຍີ່ປຸ່ນແມ່ນ 60%.

CP Vietnam

ໂດຍໄລຍະທຳອິດ ກຳລັງການຜະລິດຈະຕົກຢູ່ປະມານ 50 ລ້ານໂຕຕໍ່ປີ ຫຼື ຜົນຜະລິດການແປຮູບ 116.000 ໂຕນຕໍ່ປີ ໂດຍຊີ້ນສັດແປຮູບ 55% ເປັນຜະລິດຕະພັນເພື່ອການສົ່ງອອກ ແລະ ອີກ 45% ເປັນຜະລິດຕະພັນພາຍໃນປະເທດ. ສຳລັບໂຮງງານໃນປະເທດຫວຽດນາມ ຈະເຮັດໃຫ້ບໍລິສັດສາມາດລົດຕົ້ນທຶນໃນການສົ່ງອອກໄປຍີ່ປຸ່ນ 10%, ອຸດສາຫະກໍານີ້ ສາມາດສ້າງໂອກາດທີ່ເຮັດໃຫ້ຫວຽດນາມສົ່ງອອກໄດ້ກວ້າງກວ່າເກົ່າ.

CP Vietnam

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/