ເກີດຄວາມແຕກຕື່ນ ປະຊາຊົນຈຳນວນຫຼາຍແອອັດກັນ ທີ່ປະເທດເກົາຫຼີໃຕ້ໃນການສະຫຼອງວັນ Halloween ຈົນມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ

Halloween

ໃນຄໍ່າຄືນທີ່ຜ່ານມາ ຂອງວັນທີ 29 ຕຸລາ ເວລາປະມານ 22:20 (ຕາມເວລາທ້ອງຖິ່ນ) ທີ່ນະຄອນຫຼວງ ໂຊລ ປະເທດເກົາຫຼີໃຕ້ ໄດ້ເກີດເຫດອັນເສົ້າສະຫຼົດໃຈ ທີ່ມີຜູ້ເສຍຊີວິດສູງເຖິງ 149 ຄົນ ຈາກເຫດການ ແຕກຕື່ນ ແລະ ແອອັດຂອງຄົນຈຳນວນນັບແສນຄົນ ທີ່ງານປາຕີ້ວັນ Halloween ທີ່ເຂດ ອີແທວອນ.

ເຫດການໃນເບື້ອງຕົ້ນ ເຈົ້າໜ້າທີ່ລາຍງານວ່າ ມີປະຊາຊົນຫຼາຍກວ່າ 50 ຄົນເກີດອາກາດຫົວໃຈຢຸດເຕັ້ນກະທັນຫັນ ຈົນຕ້ອງເຂົ້າໃຫ້ການ CPR ແບບຮີບດ່ວນ ຈາກຄວາມແອອັດຂອງຄົນຈຳນວນຫຼາຍທີ່ມາຮ່ວມງານຄັ້ງນີ້.

Halloween

ເຫດການດັ່ງກ່າວໄດ້ລຸກລາມໄປ ຈົນມີຍອດມີຍອດຜູ້ເສຍຊີວິດສູງເຖິງ 146 ຄົນ ແລະ ບາດເຈັບອີກຢ່າງໜ້ອຍ 150 ຄົນ. ຊອຍ ຊອງບອມ ຫົວໜ້າເຈົ້າໜ້າທີ່ດັບເພີງ ເປີດເຜີຍວ່າ: “ໃນເບື້ອງຕົ້ນຄາດການວ່າເຫດການອັນເສົ້າສະຫຼົດໃຈຄັ້ງນີ້ ເກີດຂຶ້ນຍ້ອນຝູງຄົນຈຳນວນຫຼາຍເຂົ້າໄປແອອັດກັນຢູ່ຮ່ອມແຄບໆ ໃກ້ກັບໂຮງແຮມ  ຮາມິນຕັນ ເຊິ່ງເປັນຈຸດທີ່ຊາວເກົາຫຼີ ແລະ ນັກທ່ອງທ່ຽວມັກມາທ່ອງທ່ຽວໃນຈຸດນີ້”. ຊອຍ ຊອງບອມ ຍັງລະບຸອີກວ່າ ນັກທ່ອງທ່ຽວຈຳນວນຫຼາຍໃສ່ໜ້າກາກ ແລະ ແຕ່ງຊຸດ Halloween.

Halloween

ໂດຍໜຶ່ງໃນພາບວິດີໂອທີ່ຖືກເຜີຍແຜ່ລົງໃນໂລກອອນລາຍເຜີຍໃຫ້ເຫັນວ່າມີເຈົ້າໜ້າທີ່ຈຳນວນຫຼາຍກຳລັງປໍ້າຫົວໃຈໃຫ້ປະຊາຊົນຫຼາຍຄົນທີ່ກຳລັງນອນຢູ່ກັບພື້ນ  ຂະນະທີ່ເຈົ້າໜ້າທີ່ໜ່ວຍສຸກເສີນລາຍງານວ່າ ທາງໜ່ວຍໄດ້ຮັບໂທລະສັບ ຈາກປະຊາຊົນທີ່ຢູ່ໃນງານດັ່ງກ່າວກວ່າ 81 ສາຍ ເຊິ່ງແຈ້ງວ່າພວກເຂົາກຳລັງຫາຍໃຈບໍ່ອອກ.

Halloween

ເຈົ້າໜ້າທີ່ເກົາຫຼີໃຕ້ ເປີດເຜີຍວ່າຫຼັງເກີດເຫດການດັ່ງກ່າວ ປະທານນາທິບໍດີ ຍຸນ ຊອກຍອລ ໄດ້ເດີນທາງມາທີ່ທຳນຽບປະທານາທິບໍດີ ແລະ ໄດ້ເອີ້ນປະຊຸມດ່ວນກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງເພື່ອແກ້ໄຂສະຖານະການສຸກເສີນ ພ້ອມເນັ້ນຢ້ຳໃຫ້ເຈົ້າໜ້າທີ່ເລັ່ງເຄື່ອນຍ້າຍ ແລະ ຊ່ວຍຊີວິດ ປະຊາຊົນເປັນອັນດັບທຳອິດ.

Halloween

ກິດຈະກຳວັນ Halloween ຄັ້ງນີ້ຖືເປັນການຈັດງານຄັ້ງທຳອິດໃນຮອບ 3 ປີ ຂອງເກົາຫຼີໃຕ້ ຫຼັງຈາກ ທາງລັດຖະບານໄດ້ຍົກເລີກຂໍ້ຈຳກັດເລື່ອງການສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ມາດຕະການເວັ້ນໄລຍະຫ່າງທາງສັງຄົມ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/