ເຊື່ອໄດ້ວ່າໃຜທີ່ເປັນພະນັກງານບໍລິສັດຕ້ອງມີຄວາມຫວັງທີ່ຈະຢາກໄດ້ເງິນໂບນັສທ້າຍປີຢ່າງແນ່ນອນ ແຕ່ວ່າເງິນໂບນັສທີ່ໄດ້ນັ້ນຈະໜ້ອຍ ຫຼື ຫຼາຍແມ່ນຂຶ້ນກັບຜົນປະກອບການຂອງບໍລິສັດນັ້ນໆ. ແຕ່ສຳລັບ Hyundai Oilbank ບໍລິສັດແກ໊ສ ແລະ ນໍ້າມັນໃນເກົາຫຼີໃຕ້ ເປັນໜຶ່ງບໍລິສັດທີ່ມີຜົນປະກອບການດີສຸດໆ ໃນປີ 2022 ທີ່ຜ່ານມາ ດ້ວຍເຫດນີ້ທາງບໍລິສັດເລີຍເຮັດການແຈກໂບນັສໃຫ້ກັບພະນັກງານສູງເຖິງ 120 ເດືອນ ຫຼື 1000%.

ແມ່ນແລ້ວ ທຸກຄົນຟັງບໍ່ຜິດ ບໍລິສັດດັ່ງກ່າວແຈກເງິນໂບນັສໃຫ້ກັບພະນັກງານ 1000% ເນື່ອງຈາກວ່າໃນປີ 2022 ຖືໄດ້ວ່າເປັນປີຂອງອຸດສາຫະກຳແກ໊ສ ແລະ ນ້ຳມັນ ເພາະລາຄານ້ຳມັນໃນຕະຫຼາດໂດດຂຶ້ນສູງຢ່າງໜ້າຕົກໃຈ ບວກກັບຄວາມຕ້ອງການນ້ຳມັນເຊື້ອໄຟຂອງປະຊາຊົນ ແລະ ພາກໜ່ວຍງານທຸລະກິດຕ່າງໆ ດັ່ງນັ້ນຈຶ່ງເຮັດໃຫ້ທາງບໍລິສັດສາມາດສ້າງກຳໄລສູງຂຶ້ນໄປນຳ.
ທັງນີ້ ຕາມລາຍງານຂອງບໍລິສັດລະບຸວ່າ ກຳໄລຂອງ ບໍລິສັດ Hyundai Oilbank ນັ້ນແມ່ນສາມາດເຮັດໄດ້ 226% ພຽງ 3 ໄຕມາດ ຂອງປີ ເຊິ່ງຖ້າຕີເປັນຕົວເລກແມ່ນຜົນກຳໄລຈະຕົກຢູ່ 2,8 ລ້ານລ້ານວອນ (2,1 ພັນລ້ານໂດລາ) ແລະ ເມື່ອລວມຜົນປະກອບການໄຕມາດທີ 4 ກຳໄລສະສົມຂອງປີກ່ອນຈຶ່ງເພີ່ມຂຶ້ນອີກ.

ຈາກຜົນປະກອບການທີ່ດີແບບເກີນຄາດ ທາງ Hyundai Oilbank ຈຶ່ງໄດ້ເຮັດການມອບເງິນໂບນັສພິເສດໃຫ້ກັບພະນັກງານທັງໝົດ 120 ເດືອນ ຫຼື 1000%. ທັງນີ້ ທາງບໍລິສັດບໍ່ໄດ້ເປີດເຜີຍເຖິງຕົວເລກເງິນໂບນັສທີ່ມອບໃຫ້ພະນັກງານວ່າແມ່ນຈຳນວນເທົ່າໃດ ແຕ່ໃນປີ 2020 Hyundai Oilbank ເຄີຍໃຫ້ເງິນສະເລ່ຍກັບພະນັກງານ 121 ລ້ານວອນຕໍ່ ຄົນ ລວມເຖິງໂບນັສ 600% ຂອງຖານເງິນເດືອນພະນັກງານ.
ບອກໄດ້ເລີຍວ່າໃຜທີ່ເປັນພະນັກງານຂອງບໍລິສັດດັ່ງກ່າວຄືຈະຍິ້ມແບບບໍ່ຢຸດໄປຫຼາຍມື້ເລີຍ ເພາະທາງບໍລິສັດໃຫ້ເງິນໂບນັສຫຼາຍຂະໜາດນີ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/