ພັກກ່ອນ! Putin ອອກຄຳສັ່ງທະຫານຣັດເຊຍ ພ້ອມຮຽກຮ້ອງໃຫ້ຝັ່ງຂອງຢູເຄຣນ ຢຸດຍິງເປັນເວລາ 36 ຊົ່ວໂມງ ເພື່ອສະເຫຼີມສະຫຼອງວັນ ຄຣິສມາສ

ພັກກ່ອນ! Putin

ທ່າມກາງຄວາມດຸເດືອດທີ່ເພີ່ມຂຶ້ນເລື້ອຍໆໃນສະໜາມຮົບ ລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຫຼ້າສຸດ ໃນຕອນຄໍ່າຂອງວັນທີ 5 ມັງກອນ ປະທານາທິບໍດີ ປູຕິນ ຂອງ ຣັດເຊຍ ໄດ້ອອກຄຳສັ່ງໃຫ້ກອງທັບຢູເຄຣນ ຢຸດຍິງເປັນເວລາ 36 ຊົ່ວໂມງ ເພື່ອໃຫ້ຊາວບ້ານໄດ້ສະເຫຼີມສະຫຼອງວັນຄຣິສມາສ ຂອງຊາວຄຣິສ ນິກາຍ ອໍໂຣດັອກ ເຊິ່ງກົງກັບວັນທີ 7 ມັງກອນຂອງທຸກໆປີ. ພ້ອມນັ້ນ ກໍຍັງໄດ້ມີການຮຽກຮ້ອງໃຫ້ຝ່າຍ ຢູເຄຣນ ຢຸດຍິງ ເຊັ່ນກັນ.

ພັກກ່ອນ! Putin

ໂດຍການເຄື່ອນໄຫວຄັ້ງນີ້ມີຂຶ້ນຫຼັງ ຜູ້ນຳຄຣິສຕະຈັກ ອໍໂຣດັອກ ຂອງຣັດເຊຍ ໄດ້ອອກມາຮຽກຮ້ອງໃຫ້ມີການຢຸດຍິງໃນໄລຍະວັນ ຄຣິສມາສ ຂອງຊາວ ອໍໂຣດັອກ ໂດຍຜູ້ນຳສູງສຸດຂອງຣັດເຊຍໄດ້ກ່າວວ່າ: “ຫຼັງໄດ້ພິຈາລະນາຄຳຮຽກຮ້ອງດັ່ງກ່າວ ຂ້ອຍໄດ້ສັ່ງໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣັດເຊຍ ວ່າໃຫ້ອອກຄຳສັ່ງຢຸດຍິງຕະຫຼອດແນວປະທະໃນຢູເຄຣນ”.

ປູຕິນກ່າວເສີມອີກວ່າ: “ເນື່ອງຈາກຄວາມຈິງທີ່ວ່າ ພົນລະເມືອງຈຳນວນຫຼາຍໃນເຂດສູ້ຮົບ ໃຊ້ຊີວິດຕາມຫຼັກປະຕິບັດຂອງ ສາດສະໜາຄຣິສ ນິກາຍ ອໍໂຣດັອກ ເຮົາຈຶ່ງຮຽກຮ້ອງໄປຫາຝ່າຍຢູເຄຣນໃຫ້ປະກາດຢຸດຍິງ ແລະ ຍອມໃຫ້ປະຊາຊົນໃນເຂດນັ້ນໄດ້ເຂົ້າຮ່ວມພິທີກຳທາງສາສະໜາ ຂອງພວກເຂົາ”.

ພັກກ່ອນ! Putin

ໃນຂະນະດຽວກັນ ຄຳສັ່ງດັ່ງກ່າວ ຂອງປູຕິນກໍເກີດຂຶ້ນໃນຂະນະທີ່ ເຢຍລະມັນ ໄດ້ອອກຖະແຫຼງການຈັດສົ່ງລົດຖັງຫຸ້ມເກາະໃຫ້ກັບຢູເຄຣນໃນການໃຊ້ຕໍ່ຕ້ານກັບຣັດເຊຍ ຕາມຄຳຂໍຂອງ ໂວໂລດິເມຍ ເຊເລັນສະກີ້ ປະທານາທິບໍດີ ຂອງ ຢູເຄຣນ ທີ່ຮ້ອງຂໍໃຫ້ຊາດຕາເວັນຕົກ ມອບທັງພາຫະນະຫຸ້ມເກາະ ແລະ ອາວຸດໜັກໃຫ້ກັບພວກເຂົາ ເພື່ອທວງຄືນອະທິປະໄຕຂອງຢູເຄຣນ.

ພັກກ່ອນ! Putin

ກ່ຽວກັບຄຳຂໍໃຫ້ຢູເຄຣນ ອອກຄຳສັ່ງຢຸດຍິງນັ້ນໄດ້ຖືກທາງຢູເຄຣນປະຕິເສດທັນທີ ໂດຍ ມິໄຄໂລ ໂພດອລຍັກ ທີ່ປຶກສາຂອງ ເຊເລັນສະກີ້ ໄດ້ອອກມາໂຈມຕີຄຳຂໍດັ່ງກ່າວວ່າ: “ຄຳຂໍດັ່ງກ່າວເປັນຄຳຂໍທີ່ໄຮ້ສາລະຫຼາຍ ສິ່ງທຳອິດເລີຍ ຢູເຄຣນບໍ່ໄດ້ໂຈມຕີດິນແດນຕ່າງປະເທດ ແລະ ບໍ່ໄດ້ຂ້າພົນລະເມືອງຄືກັບ ທີ່ຣັດເຊຍກຳລັງເຮັດຢູ່ ຢູເຄຣນທຳລາຍພຽງສະມາຊິກກອງທັບຜູ້ຢຶດຄອງໃນດິນແດນຂອງຕົນເອງ. ຂໍ້ທີ 2 ຣັດເຊຍຕ້ອງອອກຈາກດິນແດນຂອງຢູເຄຣນເທົ່ານັ້ນ ຈຶ່ງຈະມີການປະກາດຢຸດຍິງຊົ່ວຄາວໄດ້”.

ໂດຍທາງຝັ່ງຂອງສະຫະລັດ ອາເມຣິກາ ຜູ້ສະໜັບສະໜູນລາຍໃຫຍ່ຂອງ ຢູເຄຣນ ໄດ້ສະແດງຄວາມສົງໄສໃນຄຳສັ່ງຢຸດຍິງດັ່ງກ່າວຂອງ ປູຕິນ ໂດຍ ໂຈ ໄບເດັນ ຜູ້ນຳສູງສຸດຂອງ ອາເມຣິກາ ເຊື່ອວ່າ ຄຳສັ່ງດັ່ງກ່າວ ເປັນພຽງຄວາມພະຍາຍາມທີ່ຣັດເຊຍຢາກຈະຢຸດພັກຫາຍໃຈເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/