ໂຊກຮ້າຍຫຍັງປານນັ້ນ! ພໍ່ເສຍເງິນຫຼາຍກວ່າ 50 ລ້ານກີບ ພາລູກໄປເບິ່ງ Ronaldo ຕັ້ງ 3 ນັດ ແຕ່ບໍ່ພົບ Ronaldo ຈັກນັດ

ໂຊກຮ້າຍຫຍັງປານນັ້ນ

ການໄດ້ເຫັນນັກເຕະລະດັບໂລກ ຫຼື ນັກເຕະໃນດວງໃຈຂອງເຮົາຕົວເປັນໆ ດ້ວຍຕາຂອງເຮົາເອງ ຖືເປັນອີກໜຶ່ງຄວາມຝັນຂອງແຟນບານຫຼາຍໆຄົນ. ເຊັ່ນດຽວກັນກັບ ໜຸ່ມນ້ອຍ Zac Broome ອາຍຸ 12 ປີ ທີ່ມີຄວາມຝັນຢາກເຫັນ Cristiano Ronaldo ຊຸບເປີສະຕາ ຊາວໂປຕຸເກດ ຕົວເປັນໆຈັກເທື່ອໜຶ່ງໃນຊີວິດ ແລະ ໂຊກດີທີ່ພໍ່ຂອງລາວນັ້ນສະໜັບສະໜູນລາວຢ່າງເຕັມທີ່ເພື່ອເຮັດໃຫ້ຝັນລາວເປັນຈິງ.

Chris Broome ຜູ້ເປັນພໍ່ຕັ້ງໃຈຈະພາລູກຊາຍລາວໄປເບີ່ງ ໂຣນັລໂດ້ ຮອດຂອບສະໜາມ ແຕ່ເບິ່ງຄືວ່າວາດສະໜາຂອງພວກເຂົາກັບ ໂຣນັລໂດ້ ນັ້ນຈະບໍ່ຖືກກັນ ເພາະທຸກເທື່ອທີ່ສອງພໍ່ລູກນີ້ເດີນທາງໄປເບິ່ງຮອດສະໜາມ ມັກຈະມີເຫດການທີ່ເຮັດໃຫ້ເຈົ້າຂອງສາຍາ CR7 ບໍ່ສາມາດລົງສະໜາມໄດ້. ໂດຍສອງພໍ່ລູກຕັ້ງໃຈຈະໄປເບິ່ງ ໂຣນັລໂດ້ ຮອດ 3 ເທື່ອ ແຕ່ກໍບໍ່ເຫັນໝົດ 3 ເທື່ອ ເຮັດໃຫ້ສອງພໍ່ລູກສູນເສຍເງິນໄປຫຼາຍກວ່າ 3,200 ປອນ ຫຼື ຫຼາຍກວ່າ 50 ລ້ານກີບ. ໂດຍທີ່ບໍ່ເຫັນຮອດເງົາຂອງໂຣນັລໂດ້ໃນສະໜາມ.

Ronaldo

ເທື່ອທຳອິດ ແມ່ນເກີດຂຶ້ນເມື່ອ ປີ 2020 ທີ່ Chris ຈ່າຍເງິນໄປ 1,550 ປອນເພື່ອເອົາລູກຊາຍຂອງລາວໄປເບິ່ງໂຣນັລໂດ້ ທີ່ຂະນະນັ້ນຫຼິ້ນໃຫ້ກັບສະໂມສອນ Juventus ໃນປະເທດອິຕາລີ. ແຕ່ເກມນັດນັ້ນ ໂຣນັລໂດ້ ແມ່ນບໍ່ໄດ້ລົງສະໜາມ ຍ້ອນຖືກພັກໄວ້ເປັນພຽງຕົວສຳຮອງເທົ່ານັ້ນ.

Ronaldo

ເທື່ອທີສອງແມ່ນເກີດຂຶ້ນໃນເດືອນມີນາ 2022, Chris ໄດ້ໃຊ້ຈ່າຍອີກ 1,500 ປອນ ສຳລັບຄ່າໂຮງແຮມ ແລະ ຄ່າໃຊ້ຈ່າຍອື່ນໆເພື່ອພາລູກຂອງລາວ ໄປເບິ່ງການແຂ່ງຂັນລະຫວ່າງ Manchester United ແລະ Manchester City ທີ່ Etihad Stadium (ສະໜາມບ້ານຂອງ Man City), ແຕ່ກໍເປັນອີກເທື່ອໜຶ່ງທີ່ພວກເຂົາບໍ່ໄດ້ເຫັນນັກເຕະໃນດວງໃຈຂອງເຂົາເຈົ້າ, ເນື່ອງຈາກດາວເຕະອາຍຸ 37 ປີ ຕ້ອງຖືກພັກການລົງສະໜາມຍ້ອນມີອາການບາດເຈັບ.

Ronaldo

ຫຼ້າສຸດ ແມ່ນມື້ວັນເສົາທີ່ຜ່ານມາ ທີ່ Manchester United ເປີດບ້ານຮັບການມາຢາມຂອງ Leicester City ສອງພໍ່ລູກນີ້ ກໍໄດ້ພາກັນຕັ້ງໃຈໄປເບິ່ງໂຣນັລໂດ້ເຊັ່ນເດີມ ແຕ່ກໍຍັງບໍ່ສົມຫວັງເທື່ອ ເພາະໂຣນັລໂດ້ບໍ່ມີລາຍຊື່ລົງຫຼິ້ນໃນເກມນີ້ ເນື່ອງມີອາການໄຂ້ໜ້ອຍໜຶ່ງ ຕາມຄຳໃຫ້ສຳພາດຂອງ Ralf Rangnick ຄູຝຶກຄົນປັດຈຸບັນ ຂອງ Manchester United.

Chris Brooms ພໍ່ຂອງໜຸ່ມນ້ອຍກ່າວວ່າ: ມັນເປັນການຈ່າຍເງິນທີ່ແພງຫຼາຍ ແຕ່ຂ້ອຍສັນຍາກັບ Zac ໄວ້ແລ້ວ ວ່າຈະພາລາວໄປເບິ່ງ ໂຣນັລໂດ້ຫຼິ້ນໃຫ້ໄດ້ ແລະ ຂ້ອຍຈະເຮັດໃຫ້ມັນເປັນຈິງໃຫ້ໄດ້ ບໍ່ວ່າຈະມີຫຍັງເກີດຂຶ້ນ.

ຂອບໃຈຂໍ້ທູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/