ລາວ-ຫວຽດນາມ ເສີມຂະຫຍາຍຮ່ວມມືຊ່ວຍເຫຼືອກັນພັດທະນາ ຈົນຮອດປີ 2025 ຫຼື ຫຼາຍກວ່ານັ້ນ

ລາວ-ຫວຽດນາມ

ໃນຕອນບ່າຍວັນທີ 04 ເມສາ 2022 ທີ່ຜ່ານມາ ທີ່ຫ້ອງຮັບແຂກສະພາແຫ່ງຊາດ ສະຫາຍ ປອ.ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ນຳໂດຍສະຫາຍ ດີ່ງ ຕຽນ ຢຸງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 3-5 ເມສານີ້.

ການພົບປະຄັ້ງນີ້ ເປັນໂອກາດອັນດີໃຫ້ແກ່ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດຄຳເຫັນນຳກັນ ໃນໂອກາດທີ່ສອງປະເທດ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ແລະ ເພື່ອເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພົວພັນປະສານງານລະຫວ່າງ ສະພາແຫ່ງຊາດລາວ ແລະ ນະຄອນຫຼວງຮ່າໂນ້ຍ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຍິ່ງຂຶ້ນ.

ລາວ-ຫວຽດນາມ

​ໂອກາດນີ້, ສະຫາຍ ປອ.ໄຊສົມພອນ ພົມວິຫານ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນຕອນທ້າຍ ສະຫາຍ ດີ່ງ ຕຽນ ຢຸງ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນັ້ນ, ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ກໍຄືນະຄອນຫຼວງວຽງຈັນໃນຄັ້ງນີ້ ພ້ອມນັ້ນ ຍັງໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການເຮັດວຽກຮ່ວມກັບອົງການປົກຄອງນະຄອນຫລວງວຽງຈັນ ໂດຍສະເພາະຜົນສໍາເລັດຂອງການພົບປະລະຫວ່າງສອງນະຄອນ ແລະ ຜົນຂອງການຮ່ວມມືລະຫວ່າງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍໄລຍະປີ 2022-2025 ຕື່ມອີກ.

ລາວ-ຫວຽດນາມ

ຂອບໃຈຂໍ້ມູນຈາກ: https://bit.ly/3DYPzWh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/