ຕະຫຼາດ Cryptocurrency ກັບມາຟົດຟື້ນອີກເທື່ອໜຶ່ງ ຫຼັງຈາກການເພີ່ມຂຶ້ນຂອງລາຄາ Bitcoin ທີ່ເພີ່ມເຖິງ 12 % ເຊິ່ງເຮັດໃຫ້ Bitcoin ມີລາຄາສູງຮອດ 38,117 ໂດລາ.

ສາເຫດກໍແມ່ນຍ້ອນຫຼາຍໆບຸກຄົນດັງ ບໍ່ວ່າຈະເປັນ Elon Musk ເຈົ້າຂອງ Tesla ແລະ SpaceX ໄດ້ອອກມາໃຫ້ຄວາມຄິດເຫັນໃນດ້ານບວກຕໍ່ອະນາຄົດຂອງຊັບສິນ ດິຈິຕອລ, ນອກຈາກນີ້ ທາງ Amazon ເວັບໄຊ E-commerce ທີ່ໃຫຍ່ທີ່ສຸດໃນອາເມຣິກາກໍໄດ້ອອກມາເປີດເຜີຍວ່າ ກຳລັງສຶກສາຫາວິທີທີ່ຈະເອົາ Bitcoin ມາເປັນສ່ວນໜຶ່ງຂອງການຊຳລະຄ່າໃຊ້ຈ່າຍສິນຄ້າຕ່າງໆ.
ນອກຈາກ Bitcoin ທີ່ເພີ່ມຂຶ້ນແລ້ວ ສະກຸນເງິນດິຈິຕອລອື່ນກໍເພີ່ມຂຶ້ນເຊັ່ນກັນ.
- Ethereum + 7.22%
- XRP + 7.29%
- Dogecoin +7.74%
ຂອບໃຈຂໍ້ມູນຈາກ: https://bit.ly/36YDP6p
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/