ນັກກິລາ Skateboard ທັງຍິງ ແລະ ຊາຍ ຈາກປະເທດຍີ່ປຸ່ນ ໄດ້ຫຼຽນຄຳມາຄອງໃນ Tokyo Olympics 2020


ສຳລັບ Skateboard ເປັນກິລາໜຶ່ງທີ່ຄົນໃຫ້ຄວາມສົນໃຈຕັ້ງແຕ່ອະດີດຈົນມາຮອດປັດຈຸບັນ, Yuto Horigome ເປັນນັກກິລາ Skateboard ທີ່ຜ່ານມາກໍໄດ້ສ້າງປາກົດການໃຫ້ທົ່ວໂລກໄດ້ຮັບຮູ້ບໍ່ໜ້ອຍກໍຫຼາຍ ເພາະເປັນຊາຍດຽວທີ່ໄດ້ຄອງແຊ້ມໃນການແຂ່ງຂັນ 2021 Street Skateboarding World Championships ທີ່ຈັດຂຶ້ນໃນປະເທດ Italy.

ມາຮອດປັດຈຸບັນ ກໍໄດ້ເຂົ້າຮ່ວມໃນການແຂ່ງຂັນມະຫະກຳກິລາ Tokyo Olympics 2020 ເຊິ່ງໄດ້ຫຼຽນຄຳໃນການແຂ່ງຂັນ Skateboarding-Men’s Street Final ທີ່ສຳຄັນເປັນຫຼຽນທຳອິດທີ່ມີໃນ Olympics ເພາະເປັນຄັ້ງທຳອິດທີ່ກິລາປະເພດນີ້ບັນຈຸເຂົ້າໃນການແຂ່ງຂັນ.

ຕັ້ງແຕ່ອາຍຸ 6-7 ປີ Yuto Horigome ກໍໄດ້ຮູ້ຈັກ ແລະ ຮຽນຮູ້ຫຼິ້ນແລ້ວ ເຊິ່ງໄດ້ຮຽນຮູ້ຈາກພໍ່ ເພາະພໍ່ເປັນນັກສະເກັດບອດ, ເມື່ອອາຍຸ 12 ປີ ກໍຮູ້ວ່າຕົນເອງມັກໃນສິ່ງນີ້ ກໍໄດ້ສຶກສາຮຽນຮູ້ມາເລື້ອຍໆ ແລະ ໃຝ່ຝັນຢາກຈະປະສົບຜົນສຳເລັດ.

ໃນປີ 2018-2019 ໄດ້ປະສົບຜົນສຳເລັດ ຈາກຫຼາຍລາຍການໃນການແຂ່ງຂັນເຊັ່ນ: Street League Skateboarding ແລະ ໄດ້ແຊ້ມເຖິງ 3-4 ຄັ້ງ ພ້ອມຕໍ່ຍອດຂຶ້ນມາເລື້ອຍໆ ຈົນມາປະສົບຜົນສຳເລັດໃນ Tokyo Olympic 2020.

ນອກຈາກນີ້ ໃນວັນທີ 26 ກໍລະກົດ 2021 ກໍມີການແຂ່ງຂັນຂອງຝ່າຍຍິງ ນັກກິລາຈາກປະເທດຍີ່ປຸ່ນກໍໄດ້ຫຼຽນຄຳເຊັ່ນດຽວກັນ ນັ້ນກໍຄື Momiji Nishiya ອາຍຸ 13 ປີ ກັບການແຂ່ງຂັນ Skateboarding-Women’s Street Final.

ເປັນຍິງນ້ອຍຄົນໜຶ່ງທີ່ຮັກ ແລະ ມັກ Skateboard ມາແຕ່ຍັງນ້ອຍ ແລະ ພັດທະນາຕົນເອງບໍ່ຢຸດ ພ້ອມກັບສ້າງຜົນງານໃຫ້ຕົນເອງຢູ່ສະເໝີ ເຝິກຝົນຫຼໍ່ຫຼອມ ຈົນໃນທີ່ສຸດກໍປະສົບຜົນເລັດ ແລະ ກໍຍັງໄດ້ເປັນທີ່ຍ້ອງຍໍຊົມເຊີຍ ໃຫ້ແກ່ປະເທດຍີ່ປຸ່ນອີກດ້ວຍ.

ຖືວ່າສ້າງສະຖິຕິໄດ້ຫຼາຍພໍສົມຄວນຕະຫຼອດເວລາທີ່ຜ່ານມາ ຈາກເດັກນ້ອຍທີ່ມີຄວາມຝັນຈົນມາໄດ້ຫຼຽນຄຳ ດ້ວຍຄວາມສາມາດ ແລະ ຄວາມພະຍາມຍາມຢູ່ຕະຫຼອດເວລາ, ພ້ອມກັນນີ້ກໍຍັງສ່້າງຊື່ສຽງໃຫ້ແກ່ປະເທດຍີ່ປຸ່ນອີກດ້ວຍ ຕົວແທນໜຶ່ງດຽວໃນການແຂ່ງຂັນ Skateboard ຜົນສຸດທ້າຍກໍປະສົບຜົນສຳເລັດ ເປັນທີ່ນັບໜ້າຖືຕາໃຫ້ແກ່ໄວໜຸ່ມຜູ້ຮັກໃນກິລາປະເພດນີ້ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ໄວ ໜຸ່ມຫຼາຍໆຄົນອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://web.facebook.com/MainStandTH/posts/960791001147262

https://web.facebook.com/dacothaiversion/posts/4137434772972905

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/